ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV | |
ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ |
![]() |
ຈັດຕັ້ງການເຂົ້າເມືອງ, ແຍກປ່ຽວນັກສຶກສາລາວ 120 ຄົນທີ່ກັບຄືນມາຮໍ່າຮຽນຢູ່ແຂວງເງະອານ.(ພາບ: ເຟືອງລີງ) |
ທ່ານພັນໂທ ຫງວຽນຮົ່ງດຶກ ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນນໍ້າກັນ ໃຫ້ຮູ້ວ່າ ກົມກອງໄດ້ມີແຜນການຮັບເອົານັກສຶກສາລາວເຂົ້າເມືອງຜ່ານດ່ານສາກົນນໍ້າກັ໊ນ. ກໍາລັງປະຕິບັດໜ້າທີ່ຢູ່ເຂດດ່ານຊາຍແດນໄດ້ມີການແບ່ງວຽກງານຢ່າງລະອຽດ, ຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ; ພ້ອມທັງຮັບປະກັນບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19.
ນັກສຶກສາລາວທັງໝົດທີ່ເຂົ້າເມືອງມານັ້ນໄດ້ແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງແໜ້ນແຟ້ນ... ຫຼັງຈາກນັ້ນ, ນັກສຶກສາເຫຼົ່ານັ້ນ ກໍ່ໄດ້ສົ່ງໄປຍັງສະຖານທີ່ແຍກປ່ຽວຕາມຂໍ້ກຳນົດ. ເມື່ອໝົດເວລາກຳນົດແຍກປ່ຽວ, ນັກສຶກສາເຫຼົ່ານັ້ນຈຶ່ງໄດ້ກັບຄືນໄປຮໍ່າຮຽນ. ໃນຊຸມວັນຈະມາເຖິງທາງດ່ານຊາຍແດນສາກົນນໍ້າກັນຈະຮັບເອົານັກສຶກສາລາວກວ່າ 300 ຄົນເຂົ້າເມືອງ ແລະສືບຕໍ່ຮໍ່າຮຽນຢູ່ບັນດາໂຮງຮຽນໃນບໍລິເວນແຂວງເງະອານ.
ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 22 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.031.789 ຄົນໃນນັ້ນມີ 469.526 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.795.421 ຄົນ. ໄລ່ແຕ່ເວລາ 18 ໂມງຂອງວັນທີ 21 ມິຖຸນາ ມາຮອດ 6 ໂມງເຊົ້າວັນທີ 22 ມິຖຸນາ, ຫວຽດນາມບໍ່ມີຜູ້ຕິດເຊື້ອ Covid – 19 ໃໝ່ຕື່ມອີກ. ມາຮອດປັດຈຸບັນ, ຫວຽດນາມ ມີຍອດຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 349 ຄົນໃນນັ້ນມີ ຜູ້ຕິດເຊື້ອ 209 ຄົນແມ່ນມາຈາກຕ່າງປະເທດ ແລະໄດ້ຮັບການແຍກຕົວໃນທັນທີ ບໍ່ອາດຕິດແປດສູ່ຊຸມຊົນໄດ້.
![]() | ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL). |
![]() | ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ ຍສໝ - ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເວືອງດີ່ງເຫວ້ ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ. |
![]() | ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ ຍສໝ - ບັນດານັກສຶກສາໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. |
ໄຊພອນ