ໄລ​ຍະຫຼັງ Covid  - 19 ​ຖື​ເສດ​ຖ​ະ​ກິດ​ຂຽວ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

09:15 | 11/06/2020

ຍ​ສ​ໝ - ວິ​ທີ​ການ​ໃນ​ໄລ​ຍະ​ຍາວ​ແມ່ນ​ຕ້ອງ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ສືບ​ຕໍ່​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ການບ​ຳ​ລຸງ​ສ້າງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອ​ງ​ບັນ​ດາ​ນັກ​ລົງທຶນ​ນຳ​ໜ້າ​ເສດ​ຖະ​ກິດ, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃໝ່, ປ່ຽນ​ແປ​ງ​ໃໝ່ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ ກອງ​ປະ​ຊຸມ​ພິ​ເສດລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ + 3 ທາງ​ອອນ​ລາຍ​​ກ່ຽວ​ກັບ​ການ​ຮັບ​ມື​ກັ​ບ​ໂລກ​ລະ​ບາດ Covid – 19
ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ EVFTA – EVIPA ນຳ​ບັນ​ດາ​ຜົນ​ປະ​ໂຫຍດ​ມາໃຫ້​​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ
ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ
ພາບ​ປະ​ກອບ: TTXVN

ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ອາ​ຊຽນ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໄລ​ຍະຫຼັງ Covid - 19”. ທີ່ກອງ​ປະ​ຊຸມສຳ​ມະ​ນາ, ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ ໃນ​ສະ​ພາບ​ການ​ຫຼັງ​ໂລກ​ລະ​ບາດ Covid – 19, ເພື່ອ​ຟື້ນ​ຟູ​ວິ​ສາ​ຫະ​ກິດ​ໃນ​ໄລ​ຍະ​ຕໍ່​ໄປ, ກ່ອນ​ອື່ນ​ໝົດ, ລັດ​ຖະ​ບານ​ຕ້ອງ​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຢ່າງ​ຮີບ​ດ່ວນນັ້ນ​ແມ່ນ ສົ່ງ​ເສີມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ​, ດຶງ​ດູດ​ແຫຼ່ງ​​ທຶນ FDI, ຍູ້​ແຮງ​ການ​ສົ່ງ​ອອກ, ຊຸກ​ຍູ້​ການ​ປ່ອຍ​ເງິນ​ລົງ​ທຶນ, ສົ່ງ​ເສີມ​ການ​ຊົມ​ໃຊ້​ສິນ​ຄ້າ​ພາຍ​ໃນ​ປະ​ເທດ.

ວິ​ທີ​ການ​ໃນ​ໄລ​ຍະ​ຍາວ​ແມ່ນ​ຕ້ອງ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ສືບ​ຕໍ່​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ການບ​ຳ​ລຸງ​ສ້າງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອ​ງ​ບັນ​ດາ​ນັກ​ລົງ​ນຳ​ໜ້າ​ເສດ​ຖະ​ກິດ, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃໝ່, ປ່ຽນ​ແປ​ງ​ໃໝ່ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ.ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ວິ​ກິດ​ການ​ຈາກ​ໂລກ​ລະ​ບາດ Covid – 19 ແລະ ມີສະ​ຖຽນ​ລະ​ພາບ​​ໃນ​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຕໍ່​ໄປ. ທ່ານ ບຸຍ​ເຕິດ​ທັ໊ງ ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດ​ທະ​ນາ - ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ​ຖື​ວ່າ:

ໃນ​ໄລ​ຍະ​ປົກ​ກະ​ຕິ​ໃໝ່​ຄື​ໃນປັດ​ຈຸ​ບັນ​ແມ່ນ ພວກ​ເຮົາ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ຍາມ​ໃດ​ກໍ່ມີ​ໂລກ​ລະ​ບາດ ນາບ​ຂູ່. ເພາະ​ສະ​ນັ້ນ, ພວກ​ເຮົາ​ຕ​້ອງ​ຊອກ​ຫາ​ບັນ​ດາ​ທິດ​ທາງ​ເດີນ​ໃໝ່, ຕ້ອງ​ຊອກ​ຫາ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ເສດ​ຖະ​ກິດ​ຂຽວທີ່​ສາ​ມາດ​ພັດ​ທະ​ນາ​​ໃນ​ໄລ​ຍະຍາວນານ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລ​ິ​ຫານ​ຄຸ້ມ​ຄອງ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ປົກ​ກະ​ຕິ​ໃໝ່, ພ້ອມ​ກັນ​ນັ້ນ​ກໍ່​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ, ຊອກ​ຫາ​ຕະຫຼາດ, ຄູ່​ຄ້າ​ໃໝ່​ໃນ​ໄລ​ຍະ​ຕໍ່​ໄປ.

ສ່ວນ​ທ່ານ ບຸ່ຍ​ເຕື່ອງ​ເລິນ, ຮອງ​ປະ​ທານ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຫວຽດ​ນາມ - ອາ​ຊຽນ​ຖື​ວ່າ ຄວນ​ຮ່ວມ​ສຳ​ພັນ​ບັນ​ດາວ​ິ​ສາ​ຫະ​ກິດ​ນຳ​ກັນ​ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ.

ບັນ​ດາ​ນັກ​ຊ່ຽວ​ຊານກໍ່​ມີ​ຄວາມ​ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ ວຽກ​ງານ​ປະ​ຕິ​ຮູບ​ລະ​ບ​ຽບ​ການບ​ໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລ​ະ​ກິດ​ສືບ​ຕໍ່​ໄດ້​ຊຸກ​ຍູ້​ເຂົ້າ​ສູ່​ຄວາມ​ຈິ​ງ​ເພື່ອ​ແນ​ໃສ່​ເລີ່ມ​ເຄື່ອນ​ໄຫວ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ພາຍຫຼັງ​ໂລກ​ລະ​ບາດ

ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກັບ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid-19

ຍ​ສໝ - ຕອນ​ເຊົ້າ​ວັນ​ທີ 9 ມ​ິ​ຖຸ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ເປັ​ນ​ປະ​ທານກອງ​ປະ​ຊຸມ ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ​ຮັບ​ຟັງ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid – 19ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ຮອບ​ເວ​ລາ 54 ມື້​ທີ່​ບໍ່​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ໃນ​ຊຸມ​ຊົນ.

ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ ສະຫຼຸບຂອງກົມການເມືອງກ່ຽວກັບແຜນນະໂຍບາຍແກ້ໄຂຜົນກະທົບຂອງ ໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດປະເທດຊາດ

ຍສໝ - ວັນທີ 5 ມິຖຸນາ, ກົມການເມືອງໄດ້ປະກາດໃຊ້ບົດສະຫຼຸບກ່ຽວກັບແຜນນະໂຍບາຍ ແກ້ໄຂ ຜົນກະທົບ ຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາ ພື້ນຖານເສດຖະກິດ.

ໄລ ຍະຫ ງ covid 19 ຖ ເສດ ຖ ະ ກ ດ ຂຽວ ເປ ນ ກຳ ລ ງ ໜ ນ ພ ດ ທະ ນາ EVFTA ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ຫວຽດ​ນາມ ໄລ​ຍະຫຼັງ Covid – 19

ຍສໝ - ໃນສະພາບການທີ່ໂລກລະບາດ Covid – 19 ພວມສົ່ງຜົນກະທົບເຖິງບັນດາພື້ນຖານເສດຖະກິດທົ່ວໂລກທັງໝົດ,ເຊິ່ງເປັນປະເທດທຳອິດໃນອາຊີຕາເວັນອອກສ່ຽງໃຕ້ທີ່ຫັນບັນດາການເຄື່ອນໄຫວເສດຖະກິດກັບຄືນສູ່ປົກກະຕິພາຍຫຼັງ Covid – 19, EVFTA ໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການສົ່ງອອກຂອງຫວຽດນາມກັບມາເພີ່ມຂຶ້ນອີກຄັ້ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.