ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂອງ​ໂລກ

19:00 | 10/06/2020

ຍ​ສໝ - ຕາມ​ຂໍ້​ມູນ​ຂ່າວ​ສານ​ຈາ​ການ​ສຳຫຼ​ວດ​ຂອງ YouGov ແລ້ວ, ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ວ່າ​ແມ່ນ​ປະ​ເທດ​ທີ່​ມີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ດີ​ທີ່​ສຸດ​ໃນ​ໂລກ.

ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກັບ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid-19
ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ ນັກ​ຮ​ຽນ​ຮູ້ ອິນ​ໂດ​ເນ​ເຊຍ​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຢູ່ ຫວຽດ​ນາມ
ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ
ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19ຂອງ​ໂລກ

ໂລກ​ລະ​ບາດ Covid – 19 ໄດ​້​ສົ່ງ​ຜົນ​ສະ​ທ​້ອນ​ຕໍ່ບັນ​ດາ​ປະ​ເທດ​ໃນ​ໂລກເກືອບ​ທັງ​ໝົດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລະ​ດັບ​ການ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ຕໍ່​ບັນ​ດາ​ປະ​ເທດ​ເຫຼົ່າ​ນັ້ນ ແມ່ນ​ແຕກ​ຕ່າງ​ກັນຫຼາຍ​ທີ່​ສຸດ, ສ່ວນ​ໜຶ່ງ​ແມ່ນກ່ຽວ​ຂ້ອງ​ເຖິງ​ການ​ແກ້​ໄຂ​ຂອງ​ລັດ​ຖະ​ບານ​ປະ​ເທດ​ຕ​່າງໆ. ຕາມ​ຂໍ້​ມູນ​ສຳຫຼ​ວດ​ຫວ່າງ​ແລ້ວນີ້​ຈາກ YouGov ເຊິ່ງ​ແມ​່ນບໍ​ລິ​ສັດ​ໄຈ​້ແ​ຍກຂໍ້​ມູນ ແລະ ຄົ້ນ​ຄ້​ວາ​ຕະຫຼາດ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ອັງ​ກິດ ໃຫ້​ຮູ້​ວ່າ​ຄວາມ​ສາ​ມາດ​, ປະຕິ​ກິ​ລິ​ຍາ​​ການ​ຮັບ​ມື​ຕໍ່​ໂລກ​ລະ​ບາດ ຂອງ​ບັນ​ດາ​ປະ​ເທດ ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ, ນັບ​ທັງ​ປະ​ສິດ​ທິ​ຜົນ ແລະ ລະ​ດັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງວົງ​ຄະ​ນະ​ຍາດ.

ຕາມ​ຕາ​ຕະ​ລາງ​ຈ​ັດ​ອັນ​ດັບ​ຂອງ YouGov ແລ້ວ, ຫວຽດ​ນາມ​ຢືນ​ຢູ່​ແຖວ​ໜ້າໃນ​ບັ​ນ​ດາ​ປະ​ເທດ​ທີ່​ມີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ດີ​ທີ່​ສຸດ​ໃນ​ໂລກ, ໃນ​ນັ້ນ, ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຂອງ​ລັດ​ຖະ​ບານ​ຕໍ່​ໂລກ​ລະ​ບາດ Covid – 19 ໄດ້​ຮັບ​ການ​ຕີ​ລາ​ຄ​າ​ສູງ​ເຖິງ 95%, ເຊິ່ງ​ແມ່ນ​ “ລະ​ດັບ​ແກ້​ໄຂ​ດີ​ຫຼາຍ”. ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ພຽງ​ແຕ່ 300 ຄົນ​ ແລະ ຍັງ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ.ນີ້​ໄດ້​ຮັບ​ຖື​ວ່​າ​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ຂອງ​ປະ​ເທດນີ້​ມາ​ຮອດ​ປັດ​ຈຸ​ບັນ.

ໃນ​ຂະ​ນະ​ນັ້ນ, ຢູ່​ອັງ​ກິດ ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທີ່ມີ​ການ​ປະ​ຕິ​ກິ​ລິ​ຍາໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຂອງ​ລັດ​ຖະ​ບານ​​ຖືກ​ຕຳ​ໜິ​ຕິ​ຕຽ​ນ​ຢ່າງ​ຮ້າຍ​ແຮງ, ໄດ້​ຮັບ​ການ​ຈັດ​ອັນ​ດັບ​ໃນ​ການ​ແກ​້​ໄຂ​ໂລກ​ລະ​ບາດ ຢູ່​ລະ​ດັບ​ຕ່ຳທີ່​ສຸດ​ໃນ​ບັນ​ດາ​ປະ​ເທດ​ໄດ້​ຮັບ​ການ​ສຳຫຼ​ວດ​ທັງ​ໝົດ.

ບັນ​ດາ​ປະ​ເທດ​ໄດ້ Yougov ໃຫ້ການ​ສຳຫຼ​ວດ​ລວມ​ມີ: ອົດ​ສະ​ຕາ​ລີ, ກາ​ນາ​ດາ, ແດນ​ມາກ, ແຟນ​ລັງ, ຝ​ລັ່ງ, ອິນ​ເດຍ, ເຢຍ​ລະ​ມັນ, ອິນ​ໂດ​ເນ​ເຊຍ, ອີ​ຕາ​ລີ, ຍີ່​ປຸ່ນ, ມາ​ເລ​ເຊຍ, ເມກ​ຊີ​ໂກ, ນອກ​ແວ, ຟີ​ລິ​ບ​ປິນ, ໂປ​ໂລຍ, ສິງ​ກະ​ໂປ, ແອັດ​ສະ​ປາຍ, ຊູ​ແອັດ, ໄຕ​ຫວັນ (ຈີ​ນ), ອັງ​ກິດ, ອາ​ເມ​ລິ​ກາ ແລະ ຫວຽດ​ນາມ.

ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ ນັກ​ຮ​ຽນ​ຮູ້ ອິນ​ໂດ​ເນ​ເຊຍ​ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຢູ່ ຫວຽດ​ນາມ

ຍ​ສໝ - ໃນ​ບົດ​ຂຽນ​, ນັກ​ຮຽນ​ຮູ້​ອິນ​ໂດ​ເນ​ເຊຍ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ລະ​ບາດ Covid – 19 ຕໍ່​ຫ​ວຽດ​ນາມ, ຍຸດ​ທະ​ສາດ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19 ແລະ ອະ​ນາ​ຄົດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ໄລ​ຍະຫຼັງ​ໂລກ​ລະ​ບາດ.

ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ ກອງ​ປະ​ຊຸມ​ພິ​ເສດລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ + 3 ທາງ​ອອນ​ລາຍ​​ກ່ຽວ​ກັບ​ການ​ຮັບ​ມື​ກັ​ບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ໝາກ​ຜົ​ນ​ພົ້ນ​ເດັ່ນ​ຂອງກອງ​ປະ​ຊຸມ​ແມ່ນ​ບັນ​ດ​າ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19.

ຫວຽດ ນາມ ຢ ນ ຢ ແຖວ ໜ າ ກ ຽວ ກ ບ ຄວາມ ສາ ມາດ ໃນ ການ ຮ ບ ມ ກ ບ ໂລກ ລະ ບາດ covid 19 ຂອງ ໂລກ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຊົມ​ເຊີຍ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂ່າວ Dana Kenedy ໄດ້​ຫວນ​ຄືນ​ຈຸດ​ເວ​ລາ​ຫວຽດ​ນາມ​ປະ​ກາດ​ໂລກ​ລະ​ບາດ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 1 ກ​ຸມ​ພາ​, ເຖິງວ່າ​ໃນ​ຈຸດ​ເວ​ລາ​ນັ້ນ, ຫວຽດ​ນາມ​ໄດ້ຢັ້ງຢືນ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ພຽງ​ແຕ່ 6 ຄົນ. ບັນ​ດາ​ຖ້ຽວ​ບິນ​ທັງ​ໝົດ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ​ຕ້ອງ​ຢຸດ​ຊົ່ວ​ຄາວ​ຢ່າງ​ທັນ​ທີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.