ສະຫຼຸບຂອງກົມການເມືອງກ່ຽວກັບແຜນນະໂຍບາຍແກ້ໄຂຜົນກະທົບຂອງ ໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດປະເທດຊາດ

16:30 | 07/06/2020

ຍສໝ - ວັນທີ 5 ມິຖຸນາ, ກົມການເມືອງໄດ້ປະກາດໃຊ້ບົດສະຫຼຸບກ່ຽວກັບແຜນນະໂຍບາຍ ແກ້ໄຂ ຜົນກະທົບ ຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາ ພື້ນຖານເສດຖະກິດ.

ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ ອະດີດຮອງນາຍົກລັດຖະມົນຕີເຢຍລະມັນເຊື້ອສາຍຫວຽດນາມ: ໂລກມີຄວາມສົນໃຈຕໍ່ ຫວຽດນາມພາຍຫຼັງ ໂລກລະບາດ Covid – 19
ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ
ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ
ທ່ານ ຫງວຽນຝຸຈ້ອງເລຊາທິການໃຫຍ່, ປະທານປະເທດຫວຽດນາມເປັນປະທານກອງປະຊຸມ (ພາບ: TTXVN)

ກ່ອນໜ້ານັ້ນ, ທີ່ກອງປະຊຸມໃນວັນທີ 29 ພຶດສະພາ 2020, ພາຍຫຼັງຮັບຟັງ ຄະນະພະນັກງານພັກລັດຖະຍານລາຍງານກ່ຽວກັບໂຄງການ “ແຜນນະໂຍບາຍແກ້ໄຂຜົນກະທົບຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດປະເທດຊາດ” ແລະ ຄຳເຫັນຂອງບັນດາອົງການ, ກົມການເມືອງ ໄດ້ປຶກສາຫາລື ແລະ ສະຫຼຸບວ່າ: ນັບແຕ່ເວລາໂລກລະບາດຫາກໍ່ ແຜ່ລະບາດ, ການນຳພັກ, ລັດ ແລະ ທົ່ວລະບົບການເມືອງ ໄດ້ຂ້ຽວຂາດເຂົ້າຮ່ວມເຮັດໃຫ້ການປ້ອງກັນ, ສະກັດກັ້ນໂລກລະບາດບັນລຸຜົນສຳເລັດ, ຫວຽດນາມໄດ້ຄວບຄຸມໂລກລະບາດ.ພ້ອມທັງ, ມີບັນດານະໂຍບາຍຢ່າງທັນການເພື່ອໜູນຊ່ວຍບັນດສາວິສາຫະກິດ ແລະ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດ Covid – 19 ເທື່ອລະກ້າວ, ບັນດາການເຄື່ອນໄຫວດ້ານເສດຖະກິດ - ສັງຄົມພວມໄດ້ຮັບການຟື້ນຟູ, ສະພາບການເສດຖະກິດ - ສັງຄົມໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ປະຊາຊົນເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ລັດ ແລະ ລັດຖະບານ ນັບມື້ນັບສູງຂຶ້ນ.

ໃນສະພາບການໂລກລະບາດ Covid – 19 ອາດຈະແກ່ຍາວ, ເສດຖະກິດໂລກຍັງຊ້ອມແຝງປັດໄຈທີ່ບໍ່ມີຄວາມສະຖຽນລະພາບຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຕ້ອງຂຸດຄົ້ນຕະຫຼາດພາຍໃນປະເທດໃຫ້ຫຼາຍທີ່ສຸດ, ພ້ອມທັງຕ້ອງປ້ອງກັນ, ເປັນເຈົ້າການຮັບມືກັບບັນດາບັນຫາຈາກພາຍນອກ, ຮັກສາຄວາມສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນສະຫວັດດີການສັງຄົມ, ການລ້ຽງຊີບ, ວຽກເຮັດງານທຳ, ຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ຜູ້ທຸກຍາກ, ຜູ້ມີຄວາມສ່ຽງສູງກ່ວາໝູ່. ສຸ້ຊົນບັນລຸໄດ້ລະດັບບັນດາເປົ້າໝາຍຂອງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020 ຢູ່ລະດັບສູງສຸດ

ຫວຽດນາມ ສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍເໝາະສົມຢ່າງຄົບຊຸດ ແລະ ມີປະສິດທິຜົນ ເປັນຕົ້ນແມ່ນການເງິນ, ເງິນຕາ, ສະຫວັດດີການສັງຄົມ ເພື່ອໜູນຊ່ວຍ ປະຊາຊົນ, ວິສາຫະກິດ, ຜູ້ອອກແຮງງານ, ພິເສດແມ່ນ ວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ຫາກໍ່ຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດ Covid – 19, ຕ້ອງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໂດຍໄວ. ປ່ຽນແປງໃໝ່ລະບົດລະບຽບການເພື່ອລູ້ລວງ, ປ່ອຍແຫຼ່ງກຳລັງພັດທະນາ, ຍົກສູງກຳລັງຄວາມສາມາດໃນການບໍລິຫານແຫ່ງຊາດ. ຍູ້ແຮງວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ ຫວຽດນາມ ຊຸກຍູ້ບັນດາຄວາມມານະພະຍາຍາມຂອງອາຊຽນໃນການຮັບມືກັບບັນດາຜົນກະທົບຂອງໂລກລະລາດ Covid - 19

ຍ​ສໝ - ທ່ານ​ຫງວຽນ​ກ໊ວກ​ຢຸງ​ເນັ້ນ​ໜັກ​ວ່າ : ດ້ວຍ​ຫົວ​ຂໍ້​ອາ​ຊຽນ 2020 ແມ່ນ ສະ​ໜິດ​ຕິດ​ພັ​ນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື, ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ ໃນ​ການຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19ຂອງ ອາ​ຊຽນ​ ໂດຍ​ໄວ.

ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ ກອງ​ປະ​ຊຸມ​ພິ​ເສດລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ + 3 ທາງ​ອອນ​ລາຍ​​ກ່ຽວ​ກັບ​ການ​ຮັບ​ມື​ກັ​ບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ໝາກ​ຜົ​ນ​ພົ້ນ​ເດັ່ນ​ຂອງກອງ​ປະ​ຊຸມ​ແມ່ນ​ບັນ​ດ​າ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19.

ສະຫ ບຂອງກ ມການເມ ອງກ ຽວກ ບແຜນນະໂຍບາຍແກ ໄຂຜ ນກະທ ບຂອງ ໂລກລະບາດ covid 19 ເພ ອຟ ນຟ ແລະ ພ ດທະນາພ ນຖານເສດຖະກ ດປະເທດຊາດ ບໍລິສັດ DOW Chemical ຫວຽດນາມ ມອບອຸປະກອນດ້ານການແພດລວມມີມູນຄ່າຫຼາຍກວ່າ 100 ລ້ານດົ່ງໃຫ້ແກ່ໂຮງໝໍພະຍາດເຂດຮ້ອນ ສູນກາງ 2 ເພື່ອປ້ອງກັນ ແລະ ຄວບຄຸມ COVID - 19

ຍສໝ - ພິທີມອບຮັບອຸປະກອນດ້ານການແພດໄດ້ຈັດຕັ້ງປະຕິບັດໂດຍຫ້ອງການໂຄງການຂອງອົງການແລກປ່ຽນຊັບພະຍາກອນສາກົນ (REI) ປະຈຳ ຫວຽດນາມໂດຍຜ່ານການເຊື່ອມຕໍ່ຂອງຄະນະປະສານງານການຊ່ວຍເຫຼືອປະຊາຊົນ (PACCOM) ກັບ DOW ຫວຽດນາມ.

ບຸນຄົງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.