GNI ມອບຜ້າອັດປາກ 20.000 ອັນ ແລະ ອຸປະອນການແພດຫຼາຍຢ່າງໃຫ້ 2 ຕາແສງຂອງເມືອງກວາງບິ່ງ, ແຂວງຮ່າຢາງ

17:46 | 13/06/2020

ຍສໝ - ເຄື່ອງຊ່ວຍເຫຼືອເຫຼົ່ານັ້ນຈະໄດ້ແຈກຢາຍໃຫ້ບັນດາສະຖານທີ່ສາທາລະນະສຸກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ 2 ຕາແສງເຕີນບັກ ແລະອຽນແທ່ງ, ເມືອງກວາງບິ່ງ, ແຂວງຮ່າຢາງ.    

gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19
gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ ຍ່າງ 20.000 ບາດ ຕໍ່ມື້ເພື່ອບໍລິຈາກເງິນຊ່ວຍເຫລືອເດັກນ້ອຍຫວຽດນາມທີ່ທຸກຍາກ
gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ
GNI ໄດ້ບໍລິຈາກເງິນ 200 ລ້ານດົ່ງເພື່ອຊື້ອຸປະກອນການແພດ, ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມໂລກລະບາດຢູ່ 4 ເມືອງເຂດພູສູງທາງເໜືອ, ດ່ານຊາຍແດນຂອງແຂວງຮ່າຢາງ.(ພາບ:Baohagiang)

ເມື່ອບໍ່ດົນມານີ້, ອົງການ Good Neighbors International (GNI) ປະຈຳ ຫວຽດນາມໄດ້ສົມທົບກັບພະແນກການຕ່າງປະເທດແຂວງຮ່າຢາງ ເພື່ອມອບຜ້າອັດປາກ 20.000 ອັນ, ເຄື່ອງວັດແທກອຸນຫະພູມເອເລັກໂຕຣນິກ 4 ອັນ, ນ້ຳຢາລ້າງມືແຫ້ງ 4 ກ່ອງ, ສະບູລ້າງມື 2 ກ່ອງ ໃຫ້ແກ່ 2 ຕາແສງ ເຕີນບັກ ແລະ ອຽນແທ່ງ, ເມືອງ ກວາງບີ່ງ, ແຂວງ ຮ່າຢາງ.

ເຄື່ອງຊ່ວຍເຫຼືອເຫຼົ່ານັ້ນຈະໄດ້ແຈກຢາຍໃຫ້ບັນດາສະຖານທີ່ສາທາລະນະສຸກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ 2 ຕາແສງເຕີນບັກ ແລະອຽນແທ່ງ, ເມືອງກວາງບິ່ງ, ແຂວງຮ່າຢາງ.

gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ
ອົງການ Good Neighbors International (GNI) ປະຈຳ ຫວຽດນາມໄດ້ສົມທົບກັບພະແນກການຕ່າງປະເທດແຂວງຮ່າຢາງ ເພື່ອມອບຜ້າອັດປາກ 20.000 ອັນ, ເຄື່ອງວັດແທກອຸນຫະພູມເອເລັກໂຕຣນິກ 4 ອັນ, ນ້ຳຢາລ້າງມືແຫ້ງ 4 ກ່ອງ, ສະບູລ້າງມື 2 ກ່ອງ ໃຫ້ແກ່ 2 ຕາແສງ ເຕີນບັກ ແລະ ອຽນແທ່ງ, ເມືອງ ກວາງບີ່ງ, ແຂວງ ຮ່າຢາງ.(ພາບ:GNI)

ເພື່ອຕອບສະໜອງຕາມການຮຽກຮ້ອງຕ້ອງການໃນການຕ້ານພະຍາດ COVID-19 ຂອງພະແນກການຕ່າງປະເທດແຂວງຮ່າຢາງ, ອົງການຈັດຕັ້ງ GNI ໄດ້ມອບຜ້າອັດປາກດ້ານການແພດ 4 ຊັ້ນ ຈຳ ນວນ 100.000 ອັນ ໃຫ້ແກ່ແຂວງຮ່າຢາງ. ກ່ອນໜ້ານັ້ນ, GNI ໄດ້ບໍລິຈາກເງິນ 200 ລ້ານດົ່ງເພື່ອຊື້ອຸປະກອນການແພດ, ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມໂລກລະບາດຢູ່ 4 ເມືອງເຂດພູສູງທາງເໜືອ, ດ່ານຊາຍແດນຂອງແຂວງຮ່າຢາງ.

ບໍ່ພຽງແຕ່ສະໜັບສະໜູນຢ່າງຈິງຈັງໃຫ້ແກ່ປະຊາຊົນຢູ່ຮ່າຢາງ, ອົງການ GNI ພວມ ແລະ ໄດ້ມີການເຄື່ອນໄຫວຫຼາຍຢ່າງກັບປະຊາຊົນບັນດາແຂວງອື່ນໆໃນທົ່ວປະເທດ. GNI ກໍ່ໄດ້ມອບອຸປະກອນການແພດ ເພື່ອປ້ອງກັນ COVID-19 ທີ່ມີມູນຄ່າຫລາຍກວ່າ 140 ລ້ານດົ່ງໃຫ້ແກ່ເມືອງ ເຕີນລາກ, ແຂວງ ຮວ່າບີ່ງ; ສະໜັບສະໜູນ ກ່ວາ 160 ລ້ານດົ່ງເພື່ອຍົກລະດັບໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ວີງນີງ, ແທງຮວາ; ສະໜັບສະໜູນ ເກືອບ 500 ລ້ານດົ່ງເພື່ອສ້າງຫ້ອງນ້ຳ ໃຫ້ໂຮງຮຽນມັດທະຍົມ ຕວຽນກວາງ…

Good Neighbors International (GNI) ແມ່ນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ດຳເນີນງານຢູ່ປະເທດຫວຽດນາມຕັ້ງແຕ່ເດືອນມິຖຸນາ 2005. ອົງການຈັດຕັ້ງປະຕິບັດໂຄງການພັດທະນາຊຸມຊົນໃນເຂດທີ່ດ້ອຍໂອກາດຂອງຫວຽດນາມດ້ວຍບັນດາຂົງເຂດຄື: ການສຶກສາ ແລະ ການປົກປ້ອງເດັກ; ການພັດທະນາຊີວິດການເປັນຢູ່; ສຸຂະພາບຊຸມຊົນ; ການຮ່ວມມື ແລະ ການຊ່ວຍເຫລືອດ້ານມະນຸດສະທຳ. ປະຈຸບັນ, GNI ກຳລັງຈັດຕັ້ງປະຕິບັດ 7 ໂຄງການພັດທະນາຊຸມຊົນໃນ 4 ແຂວງຄື: ຮວ່າບີ່ງ, ຕວຽນກວາງ, ແທງຮວາ ແລະ ຮ່າຢາງ.

gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ

ຍສໝ - ໃນຕອນບ່າຍວັນທີ 9 ມິຖຸນາ, ຜູ້ນຳ HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຖານກົງສຸນໃຫຍ່ລາວປະຈຳນະຄອນໂຮ່ຈີມິນ ແລະ ໄດ້ມອບຜ້າອັດປາກ 5.000 ອັນ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ.

gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ ເພື່ອປ້ອງກັນແລະຄວບຄຸມ COVID-19.

gni ມອບຜ າອ ດປາກ 20 000 ອ ນ ແລະ ອ ປະອນການແພດຫ າຍຢ າງໃຫ 2 ຕາແສງຂອງເມ ອງກວາງບ ງ ແຂວງຮ າຢາງ ນະຄອນ ຮ່າໂນ້ຍ ມອບຜ້າອັດປາກ 150.000 ອັນ ໃຫ້ອໍານາດການປົກຄອງນິວຢອກ

ຍສໝ - ໃນວັນທີ 1 ມີຖຸນາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີມອບຮັບອຸປະກອນການແພດລວມມີ ຜ້າອັດປາກ 150.000 ອັນ ໃຫ້ແກ່ນະຄອນນິວຢອກ ໂດຍຜ່ານຜູ້ຕາງໜ້າຂອງສະຖານທູດສະຫະລັດອາເມລິກາປະຈຳ ຫວຽດນາມເພື່ອຊ່ວຍນະຄອນນິວຢອກ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ.

ໄຊພອນ

ເຫດການ
302 Found

Found

The document has moved here.