ນະຄອນ ຮ່າໂນ້ຍ ມອບຜ້າອັດປາກ 150.000 ອັນ ໃຫ້ອໍານາດການປົກຄອງນິວຢອກ

15:30 | 02/06/2020

ຍສໝ - ໃນວັນທີ 1 ມີຖຸນາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດພິທີມອບຮັບອຸປະກອນການແພດລວມມີ ຜ້າອັດປາກ 150.000 ອັນ ໃຫ້ແກ່ນະຄອນນິວຢອກ ໂດຍຜ່ານຜູ້ຕາງໜ້າຂອງສະຖານທູດສະຫະລັດອາເມລິກາປະຈຳ ຫວຽດນາມເພື່ອຊ່ວຍນະຄອນນິວຢອກ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ.    

ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ CME ແລະ HSV ໄດ້ມອບຜ້າອັດປາກ 25.000 ອັນ ໃຫ້ຊາວຫວຽດນາມ ຢູ່ ສ.ເກົາຫຼີ
ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ ຊາວຫວຽດນາມຢູ່ປະເທດເຢຍລະມັນ ມອບຜ້າອັດປາກ 6.250 ອັນ ໃຫ້ແກ່ລັດ Baden-Wurmern ເພື່ອຕ້ານ COVID-19
ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ

ນະຄອນ ຮ່າໂນ້ຍ ມອບຜ້າອັດປາກ 150.000 ອັນ ໃຫ້ອໍານາດການປົກຄອງນິວຢອກ

ເຂົ້າຮ່ວມພິທີມີ: ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ; ທ່ານ Daniel J.Kritenbrink - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາປະຈຳ ຫວຽດນາມ; ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານນາງ ຫງວຽນລານເຮືອງ, ປະທານຄະນະກຳມະການແນວໂຮມປະເທດຊາດນະຄອນຮ່າໂນ້ຍ; ທ່ານ ບຸ່ຍວັນງີ້, ຮອງຫົວໜ້າຄະນະທະວີບອາເມລິກາ (VUFO) …

ໃນພິທີ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບຂອງຂວັນເຊິ່ງປະກອບມີຜ້າອັດປາກ 100.000 ອັນ ແລະ ຜ້າອັດປາກດ້ານການແພດ 50.000 ອັນ ເພື່ອໜູນຊ່ວຍປະຊາຊົນ ແລະ ອໍານາດການປົກຄອງນະຄອນນິວຢອກໂດຍອີງໃສ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ, ສະແດງຄວາມສາມັກຄີ ແລະ ຄວາມຮັບຜິດຊອບຕໍ່ເພື່ອນມິດສາກົນໃນການປະເຊີນໜ້າ ກັບບັນຫາທົ່ວໂລກ, ຄວາມສາມັກຄີ ແລະ ການສະໜັບສະໜູນ ໃນເວລາທີ່ຫຍຸ້ງຍາກ.

ທ່ານ Daniel J.Kritenbrink - ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງສະຫະລັດອາເມລິກາປະ ຈຳ ຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄວາມຮັກແພງຂອງອໍານາດການປົກຄອງນະຄອນ ຮ່າໂນ້ຍ; ກະຊວງການຕ່າງປະເທດຫວຽດນາມ; ສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຄະນະກຳມະການແນວໂຮມປະເທດຊາດນະຄອນຮ່າໂນ້ຍ ແລະ ສະມາຄົມ ຫວຽດນາມ - ອາເມລິກາ.

ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ ສະມາຄົມມິດຕະພາບຫວຽດນາມ - ອູແກຣນ ໄດ້ມອບຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນປະເທດອູແກຣນ ຕໍ່ສູ້ຕ້ານ ພະຍາດ COVID-19

ຍສໝ - ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ ສຳນັກງານໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອູແກຣນ ໄດ້ບໍລິຈາກຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອໜູນ ຊ່ວຍປະຊາຊົນປະເທດອູແກຣນ ໃນການປ້ອງກັນ ແລະ ສະກັນກັ້ນການລະບາດຂອງ ພະຍາດ COVID-19.

ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ ຮ່າໂນ້ຍ ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19

ຍສໝ - ວັນທີ 18 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີມອບຮັບ ຜ້າອັດປາກການແພດ 200.000 ອັນ ໃຫ້ແກ່ເຂດ Ile-de-France, ນະຄອນ Toulouse ແລະ ນະຄອນ Choisy-le-Roi ຂອງປະເທດຝລັ່ງ ເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19.

ນະຄອນ ຮ າໂນ ຍ ມອບຜ າອ ດປາກ 150 000 ອ ນ ໃຫ ອ ານາດການປ ກຄອງນ ວຢອກ ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.

ໄຊພອນ

ເຫດການ
302 Found

Found

The document has moved here.