GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ

13:14 | 09/09/2024

ຍສໝ - GNI ໄດ້ມອບຂອງຂວັນແຕ່ລະປີຫຼາຍກ່ວາ 2.100 ພູດໃຫ້ແກ່​ເດັກນ້ອຍອຸປະຖຳຢູ່ 5 ຕາ​ແສງ​ໂຄງການຂຶ້ນກັບ​ເມືອງ​ ວິ້ງ​ລົກ, ​ແຂວງ ແທງ​ຮວາ ​ໃນ 3 ວັນ​ແຕ່​ວັນ​ທີ 26 – 28 ສິງຫາ 2024. ນີ້ແມ່ນການເຄື່ອນໄຫວປະຈຳປີທີ່ນອນໃນແຜນການຂົງເຂດອຸປະຖຳ​ເດັກນ້ອຍ ທີ່ໄດ້ຮັບການຜັນຂະຫຍາຍໂດຍ GNI ນັບແຕ່ປີ 2005 ມາຮອດປັດຈຸບັນ.

ພິທີມອບຫຼຽນກາມິດຕະພາບ ໂດຍລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ອົງການກາແດງແຂວງ ແທງຮວາ ແລະ ກອນຕູມ (ຫວຽດນາມ)
GNI ໜູນຊ່ວຍກວ່າ 1,9 ລ້ານ USD ເພື່ອຍົກສູງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນເມືອງ ກູຈີ

“ນ້ອງ ມີດີໃຈ​ທີ່ສຸດ ແລະ ຂໍຂອບໃຈທີ່ໄດ້ຮັບຂອງຂວັນຈາກອົງການ GNI ແລະ ຜູ້ອຸປະຖຳ. ຖືຂອງຂວັນຢູ່ໃນມື, ນ້ອງຮູ້ສຶກເຖິງຄວາມຮັກຂອງບັນດາຜູ້ອຸປະຖຳ. ສໍາລັບສ່ວນຕົວຂອງນ້ອງ, ມັນແມ່ນຄວາມດີໃຈ, ຄວາມສຸກ, ແມ່ນຄວາມສົນໃຈຂອງຜູ້ອຸປະຖຳ. ບັນດາຂອງຂວັນ​ໃນແຕ່ລະ​ປີ, ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ທາງ​ດ້ານ​ວັດຖຸ, ຊ່ວຍ​ໃຫ້ນ້ອງມີ​ຊີວິດ​ທີ່​ຄົບຖ້ວນ ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້ນ້ອງມີກຳລັງໃຈກ່ວາເພື່ອມີ​ຄວາມ​ມານະ​ພະຍາຍາມ​ອີກ​ດ້ວຍ”, ທ້າວ ເລວັນຮົງເຢື່ອງ, ນັກຮຽນ ມໍ3, ໂຮງຮຽນ ມັດທະຍົມຕອນຕົ້ນ ວີ້ງຄາງ, ຕາແສງ ນິງຄາງ ແບ່ງປັນ.

GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ

ຄວາມສຸກຄວາມດີໃຈຂອງນັກຮຽນເມື່ອໄດ້ຮັບຂອງຂວັນຈາກ GNI.

ໂດຍອີງຕາມການສຳຫຼວດຄວາມຕ້ອງການຂອງເດັກ ແລະ ຄອບຄົວ, ເດັກນ້ອຍແຕ່ລະຄົນທີ່ໄດ້ຮັບໜຶ່ງໃນສີ່ຂອງຂັວນຕາມຄວາມຕ້ອງການເຊັ່ນ: ພັດລົມໄຟຟ້າ 1 ອັນ; ຜ້າຫົ່ມລະດູໃບໄມ້ລົ່ນ ແລະ ລະດູຫນາວ 1 ຜືນ ແລະ ໝອນ 2 ໜ່ວຍ; ຄັນຮົ່ມ 1 ຄັນ, ໂຄມໄຟຮຽນ 1 ອັນ ແລະ ຖົງຜ້າ 1 ຜືນ ຫຼື ໄມ້ຕີດອກປີກໄກ່ ແລະ ຢາສີຟັນ 1 ຊຸດ.

ຜ່ານການມອບຂອງຂວັນທີ່ເໝາະສົມກັບຄວາມຕ້ອງການຂອງການດຳລົງຊີວິດ, ການຮຽນຮູ້ ແລະ ການລະຫຼິ້ນຂອງເດັກນ້ອຍ, GNI ຫວັງວ່າຈະນຳເອົາຄວາມສຸກ ແລະ ປະກອບສ່ວນສ້າງກຳລັງຜັກດັນໃຫ້ເດັກນ້ອຍກ້າວໄປສູ່ຊີວິດທີ່ດີ.

GNI ຮ່ວມມືກັບ HMC ແລະ IUCN ເພື່ອຟື້ນຟູປ່າຊາຍເລນ ຢູ່ຫວຽດນາມ

GNI ຮ່ວມມືກັບ HMC ແລະ IUCN ເພື່ອຟື້ນຟູປ່າຊາຍເລນ ຢູ່ຫວຽດນາມ

ຍສໝ - Good Neighbors International, ສະຫະພັນອະນຸລັກທຳມະຊາດສາກົນ, ບໍລິສັດ Hyundai Motor ໄດ້ລົງນາມໃນສັນຍາຮ່ວມມືໂຄງການຟື້ນຟູປ່າຊາຍເລນ IONIQ ຢູ່ ຫວຽດນາມ.

GNI ຝຶກອົບຮົມກ່ຽວກັບກະສິກໍານິເວດ, ການກະສິກໍາຫມູນວຽນທີ່ ຮວ່າບິ່ງ

GNI ຝຶກອົບຮົມກ່ຽວກັບກະສິກໍານິເວດ, ການກະສິກໍາຫມູນວຽນທີ່ ຮວ່າບິ່ງ

ຍສໝ - ການຝຶກອົບຮົມໂດຍຜູ້ຊ່ຽວຊານຈາກ Good Neighbors ສ.ເກົາຫຼີ ສອນ, ມີການເຂົ້າຮ່ວມຂອງສະມາຊິກສະຫະກອນ ແລະ ກຸ່ມຫາເງິນລ້ຽງຊີບລ້ຽງໝູ ຢູ່ມາຍເຈົາ ແລະ ພະນັກງານພັດທະນາການຫາເງິນລ້ຽງຊີບຂອງ GNI ຢູ່ 6 ໂຄງການພັດທະນາປະຊາຄົມ.

ມີງດຶກ

ເຫດການ
302 Found

Found

The document has moved here.