ຊາຍແດນລາວ - ຫວຽດນາມ: ສັນຕິພາບ, ການຮ່ວມມື ແລະ ການພັດທະນາ

12:02 | 10/06/2020

ຍສໝ - ກ່ຽວກັບການພັດທະນາເຄືອຂ່າຍການຄ້າຊາຍແດນ, ປະຈຸບັນມີຕະຫຼາດຊາຍແດນລາວ - ຫວຽດນາມ ທັງໝົດ 36 ແຫ່ງ. ສອງຝ່າຍຍັງມີດ່ານຊາຍແດນສາກົນ 8 ແຫ່ງ, ດ່ານຊາຍແດນແຫ່ງຊາດ 7 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ.

ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ
ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າເລື່ອງສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ EVFTA
ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ
ພາບປະກອບ

ສາຍພົວພັນມິດຕະພາບຫວຽດນາມ - ລາວ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຄວາມສາມັກຄີໄດ້ສະແດງໃຫ້ເຫັນໃນການຕໍ່ສູ້ເພື່ອເອກະລາດ ແລະຊີວິດຂອງປະຊາຊົນຂອງສອງປະເທດ, ພ້ອມກັນນັ້ນກໍ່ແມ່ນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນໂລກ...

ສອງປະເທດມີເສັ້ນຊາຍແດນຮ່ວມມີລວງຍາວທັງໝົດກ່ວາ 2.300 ກມ, ຜ່ານ 10 ແຂວງຊາຍແດນຂອງຫວຽດນາມຄື: ດ້ຽນບຽນ, ເຊີນລາ, ແທງຮວາ, ເງ້ອານ, ຮ່າຕິ້ງ, ກວາງບິ່ງ, ກວາງຈີ້, ແຂວງເທື່ອທຽນ - ເຫ້ວ, ກວາງນາມ ແລະ ກອນຕູມ; ຕິດກັບ 10 ແຂວງຊາຍແດນຂອງລາວຄື: ແຂວງຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລີຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື. ໃນໄລຍະປີ 1978-1987, ສອງປະເທດໄດ້ປະສານງານກັນເພື່ອດຳເນີນການປັກຫຼັກໝາຍຊາຍແດນແຕ່ປະສົບກັບຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດຈຳນວນໜຶ່ງ, ຮອດປີ 2008, ສອງປະເທດສືບຕໍ່ຜັນຂະຫຍາຍໂຄງການປັກຫຼັກໝາຍຊາຍແດນ ແລະ ປັບປຸງລະບົບຫຼັກໝາຍຊາຍແດນແຫ່ງຊາດ.

ມາຮອດປະຈຸບັນ, ຫວຽດນາມໄດ້ລົງທຶນທັງໝົດ 414 ໂຄງການຢູ່ລາວດ້ວຍມູນຄ່າ 4,2 ຕື້ USD, ຢືນອັນດັບທີ 3 ໃນບັນດາປະເທດທີ່ລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ.ລາວ ປະຈຸບັນມີ 110 ໂຄງການລົງທຶນໂດຍກົງຂອງບັນດາວິສາຫະກິດຫວຽດນາມ, ມູນຄ່າກວ່າ 2,7 ຕື້ໂດລາ, ບັນດາໂຄງການນີ້ປະກອບສ່ວນເຂົ້າງົບປະມານແຫ່ງລັດ, ພ້ອມດຽວກັນນຳເອົາຜົນປະໂຫຍດມາສູ່ເສດຖະກິດ ແລະ ສັງຄົມ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງປະເທດລາວ.

ກ່ຽວກັບການພັດທະນາເຄືອຂ່າຍການຄ້າຊາຍແດນ, ປະຈຸບັນມີຕະຫຼາດຊາຍແດນລາວ - ຫວຽດນາມ ທັງໝົດ 36 ແຫ່ງ. ສອງຝ່າຍຍັງມີດ່ານຊາຍແດນສາກົນ 8 ແຫ່ງ, ດ່ານຊາຍແດນແຫ່ງຊາດ 7 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ. ບັນດາຜົນງານດັ່ງກ່າວແມ່ນໄດ້ມາຈາກການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະແດງໃຫ້ເຫັນເຖິງມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ.

ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ ສະພາແຫ່ງຊາດຫວຽດນາມ ໄດ້ເຫັນດີເຫັນພ້ອມ ທີ່ຮັບຮອງເອົາສັນຍາ EVFTA ແລະ EVIPA ຢ່າງເປັນທາງການ

ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ດ້ວຍການເຫັນດີ 100%, ສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິ ທີ່ຮັບຮອງເອົາໃຫ້ສັດຕະຍາບັນ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ.

ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ ຫວຽດນາມ ໄດ້ບຸກບືນເຂົ້າຢູ່ໃນກຸ່ມ 50 ປະເທດທີ່ນຳໜ້າຂະບວນການ ລັດຖະບານເອເລັກໂຕນິກ

ຍສໝ - ຈຸດໝາຍແມ່ນຮອດປີ 2025, ຫວຽດນາມ ມີ 80% ການບໍລິການອອນໄລລະດັບ 4 ຈະໄດ້ນຳ ສະເໜີຜ່ານພາຫະນະເຂົ້າຫາຕ່າງໆ.

ຊາຍແດນລາວ ຫວຽດນາມ ສ ນຕ ພາບ ການຮ ວມມ ແລະ ການພ ດທະນາ ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ

ຍ​ສໝ - ທ່ານ​ນາງ Corrine Vargha ຫົວ​ໜ້າ​ຄະ​ນະ​ມາດ​ຕະ​ຖານ​ແຮງ​ງານ​ສາ​ກົນ ຂອງ ILO ປະ​ຈຳ​ເຊີ​ແນວ (ສະ​ວິດ)​ ໄດ້​ຍ້ອງ​ຍ​ໍ​ຊົມ​ເຊີຍ​ການ​ຕັດ​ສິນ​ດັ່ງ​ກ່າວ​ຂອງ​ຫວຽດ​ນາມ, ແລ​ະ​ຖື​ວ່າ ຫວຽດ​ນາມ​ພວມ​ພິ​ສູດ​​ຄຳ​ໝັ້ນ​ສັນຢ່າງ​ແຮງ​ໃນ​ວິ​ວັດ​ການ​ຕໍ່​ສູ້​ຕ້ານ​ການ ບີບບັງຄັບ​ແຮງ​ງານ​ໃນ​ທຸກໆ​ຮູບ​ແບບ.

ໄຊພອນ

ເຫດການ
302 Found

Found

The document has moved here.