ຫວຽດນາມ ແລະ ມຽນມາ: ນຳການການພົວພັນໃນການຮ່ວມມືຂຶ້ນສູ່ລະດັບສູງໃໝ່

17:03 | 31/05/2020

ຍສໝ - ໃນຫວ່າງມໍ່ໆມານີ້, ທ່ານນາງ ຫງວຽນເຟຶອງງາ ປະທານ VUFO ໄດ້ສົ່ງສານ ອວຍພອນໄປຍັງເອກອັກຄະລັດຖະທູດ ມຽນມາປະຈຳ ຫວຽດນາມ ແລະ ບັນດາເພື່ອນມິດ ມຽນມາທັງໝົດເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງ ສອງປະເທດ (28 ພຶດສະພາ 1975 – 28 ພຶດສະພາ 2020).

ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ ຫວຽດນາມ - ມຽນມາ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈມູງໄປສູ່ອະນາຄົດ
ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ມຽນມາ
ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ

ຫວຽດນາມ ແລະ ມຽນມາສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງປະເທດ ຫວຽດນາມ ແລະ ປະເທດ ມຽນມາ (28 ພຶດສະພາ 1975 – 28 ພຶດສະພາ 2020), ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມໄດ້ສົ່ງສານອວຍພອນເຖິງເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສະຫະພັນ ມຽນມາ ປະຈຳ ຫວຽດນາມ.

ໃນສານ ທ່ານນາງຫງວຽນເຟືອງງາ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ມຽນມາໄດ້ບັນລຸບັນດາຜົນງານທີ່ສຳຄັນໃນບັນດາຂົງເຂດທັງໝົດ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານ. ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຄວາມໄວ້ວາງໃຈດ້ານການເມືອງ ລະຫວ່າງ ສອງ ປະເທດໄດ້ຮັບການເພີ່ມທະວີດ້ວຍບັນດາວິທີການແລກປ່ຽນການຢ້ຽມຢາມທຸກຂັ້ນ ແລະ ບັນດາກອງປະຊຸມຂັ້ນສູງຢ່າງເປັນປະຈຳ, ການພັດທະນາຂອງການຮ່ວມມືດ້ານ ເສດຖະກິດ, ການລົງທຶນຢ່າງແຮງ ແລະ ການສົມທົບກັນໃນອາຊຽນ ແລະ ບັນດາເວທີປາໄສໃນພາກພື້ນ ແລະ ສາກົນຢ່າງແໜ້ນແຟ້ນ.

ໃນສະພາບການ ທົ່ວໂລກພວມປະເຊີນໜ້າກັບໂລກລະບາດ Covid – 19, ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າດ້ວຍຄວາມຕັດສິນໃຈ ແລະ ຄວາມສາມັກຄີ, ການພັດທະນາການພົວພັນລະຫວ່າງສອງປະເທດຈະບໍ່ຖືກຜົນສະທ້ອນຈາກໂລກລະບາດ.

ທ່ານນາງປະທານ VUFO ເນັ້ນໜັກວ່າ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຈະສົມທົບກັບສະຖານທູດ ມຽນມາປະຈຳຫວຽດນາມ ແລະ ບັນດາອົງການຈັດຕັ້ງມິດຕະພາບລະຫວ່າງສອງປະເທດ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາການເຄື່ອນໄຫວມິດຕະພາບທີ່ມີຄວາມຄິດປະດິດສ້າງ ແລະ ມີປະສິດທິຜົນກ່ວາເກົ່າ. ທ່ານນາງ ຫງວຽນເຟືອງງາ ມີຄວາມຫວັງວ່າ ການພົວພັນລະຫວ່າງ ຫວຽດນາມ - ມຽນມາ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ, ນຳຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຢູ່ພາກພື້ນ ແລະ ໃນໂລກ.

ຫວຽດນາມ ແລະ ມຽນມາ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການນັບແຕ່ປີ 1975. ພາຍຫຼັງ ສອງປະເທດຍາດໄດ້ເອກະລາດ,ປະທານ ໂຮ່ຈີມິນ ແລະ ນາຍພົນ Aung San ໄດ້ເອົາໃຈໃສ່ເຖິງການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງການພົວພັນບ້ານໃກ້ເຮືອນຄຽງລະຫວ່າງສອງຊາດ.

ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ ຫວຽດນາມເຊື່ອມຕໍ່ ກົນໄກປະຕູດຽວອາຊຽນ ຢ່າງເປັນທາງການກັບ ມຽນມາ ແລະ ລາວ

ຍສໝ - ກົນໄກປະຕູດຽວອາຊຽນ ກັບມຽນມາແມ່ນເຊື່ອມຕໍ່ແຕ່ວັນທີ 9 ທັນວາ 2019 ແລະ ປະເທດລາວແຕ່ວັນທີ 23 ທັນວາ 2019.

ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ມຽນມາ

ຍສໝ - ຕອນເຊົ້າວັນທີ 17 ທັນວາ, ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢ່າງເປັນທາງການໄດ້ຈັດຂຶ້ນ ຢູ່ ທຳນຽບປະທານາທິບໍດີ ມຽນມາ ດ້ວຍພິທີການສູງສຸດທີ່ສະຫງວຽນໃຫ້ແກ່ການຢ້ຽມຢາມຢ່າງເປັນທາງການຂອງການນຳ ລັດຖະບານ.

ຫວຽດນາມ ແລະ ມຽນມາ ນຳການການພ ວພ ນໃນການຮ ວມມ ຂ ນສ ລະດ ບສ ງໃໝ ການຮ່ວມມືໃນການພັດທະນາການທ່ອງທ່ຽວ ຂອງ 4 ປະເທດ ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ

ຍສໝ - ວັນທີ 14 ສິງຫາ ຢູ່ນະຄອນເກິນເທີ, ກົມໃຫຍ່ທ່ອງທ່ຽວຂຶ້ນກັບກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6 ກ່ຽວກັບການຮ່ວມມືແລວທ່ອງທ່ຽວທາງທິດໃຕ້ ດ້ວຍການເຂົ້າຮ່ວມຂອງອົງການຄຸ້ມຄອງການທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວຂອງ 4 ປະເທດ ເຊິ່ງລວມມີ: ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ.

ບຸນຄົງ

ເຫດການ
302 Found

Found

The document has moved here.