ຫວຽດນາມ ໄດ້ຈັດອັນດັບເປັນປະເທດ ທີ່ສະກັດກັ້ນພະຍາດ Covid-19 ທີ່ດີທີ່ສຸດໃນໂລກ

16:01 | 25/05/2020

ຍສໝ - ໂດຍອີງໃສ່ມາດຖານການປະເມີນ ທີ່ປຽບທຽບກັບປະເທດອື່ນໆໃນໂລກ, ໜັງສືພິມ Politico (ສະຫະລັດອາເມລິກາ) ໄດ້ພິນິດໄສວ່າ ຫວຽດນາມ ເປັນປະເທດທີ່ປະຕິບັດການສະກັດກັ້ນພະຍາດ Covid-19 ໄດ້ດີທີ່ສຸດ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ ວາລະສານ Forbes: ເປັນຫຍັງບັນດານັກລົງທືນສາກົນຄວນລົງທືນເຂົ້າໃນຫວຽດນາມ ພາຍຫຼັງ Covid-19?
ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ VINDO ສະໜັບສະໜູນ ຜ້າອັດປາກ ເປັນຄັ້ງທີສອງ ໃຫ້ແກ່ຊາວຫວຽດນາມ ທີ່ Hokkaido ເພື່ອຕໍ່ສູ້ຕ້ານກັບ COVID-19

ຕາມການປະເມີນຜົນຂອງໜັງສືພິມ Politico ແມ່ນອີງໃສ່ການສະຖິຕິກ່ຽວກັບສະຖານະພາບການຕິດເຊື້ອ, ການເສຍຊີວິດ, ຜົນບວກຜະລິດຕະພັນພາຍໃນ (GDP), ອັດຕາການຫວ່າງງານ ແລະ ມາດຕະການສະກັດກັ້ນ ການລະບາດພະຍາດ Covid-19 ຂອງແຕ່ລະປະເທດ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ
ຕາຕະລາງຈັດອັນດັບ ກ່ຽວກັບການຮັບມືພະຍາດ Covid-19 ຂອງ Politico. (ພາບ: Politico)

ຕາມນັ້ນແລ້ວ, ໃນຈຳນວນ 30 ປະເທດທີ່ໄດ້ຈັດອັນດັບ, ໜັງສືພິມ Politico ໄດ້ຈັດອັນດັບໃຫ້ ຫວຽດນາມ ເປັນປະເທດ ທີ່ນຳໜ້າຂອງໂລກໃນການຕໍ່ສູ້ກັບການລະບາດຂອງພະຍາດ.

“ຫວຽດນາມ ແມ່ນປະເທດທີ່ມີຈຳນວນພົນລະເມືອງຫລາຍ, ແຕ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດ Covid-19, ມີປະມານ 300 ກໍລະນີ​ຕິດ​ເຊື້ອພະຍາດ ໃນຈຳນວນພົນລະເມືອງ 95 ລ້ານຄົນ. ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຄາດວ່າ ຈະເພີ່ມຂື້ນ 2,7% ໃນປີ 2020, ເຮັດໃຫ້ຫວຽດນາມ ເປັນປະເທດທີ່ປະສົບຜົນສຳເລັດທີ່ສຸດ ໃນການປະເຊີນໜ້າຕໍ່ພະຍາດ Covid-19 ໃນທົ່ວໂລກ,” - ໜັງສືພິມ Politico ພິນິດໄສ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ
ຄຳຂວັນການໂຄສະນາເຜີຍແຜ່ ປ້ອງກັນ ແລະ ຕ້ານກັບພະຍາດ Covid-19 ຢູ່ຫວຽດນາມ. (ພາບ: Reuters)

ຕາຕະລາງຈັດອັນດັບຂອງໜັງສືພິມ Politico ໄດ້ແບ່ງ 30 ປະເທດອອກເປັນ 3 ກຸ່ມສີ, ໃນນັ້ນ ບັນດາປະເທດທີ່ມີສີມ່ວງ ແມ່ນປະເທດນຳໃຊ້ມາດຕະການຈຳກັດຢ່າງເຂັ້ມງວດ, ປະເທດທີ່ມີສີເຫຼືອງ ແມ່ນປະເທດນຳໃຊ້ມາດຕະການຈຳກັດຢ່າງພໍສົມຄວນ, ແລະ ປະເທດທີ່ມີສີຟ້າ ແມ່ນປະເທດນຳໃຊ້ມາດຕະການຈຳກັດແບບເບົາບາງ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ ອາຊຽນ ຮັບມືກັບພະຍາດ COVID-19 ຢ່າງມີປະສິດທິຜົນ

ຍສໝ - ເມື່ອບໍ່ດົນມານີ້, ບັນດານັກວິຊາການແຖວໜ້າຂອງ ສິງກະໂປ ໄດ້ຕີລາຄາວ່າ ປະເທດຫວຽດນາມ ໄດ້ຮັບມືກັບການພະຍາດ COVID-19 ຢ່າງມີປະສິດທິຜົນ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ ວາລະສານ Forbes: ເປັນຫຍັງບັນດານັກລົງທືນສາກົນຄວນລົງທືນເຂົ້າໃນຫວຽດນາມ ພາຍຫຼັງ Covid-19?

ຍສໝ - ບັນດານັກລົງທືນສາກົນ ຄວນມາລົງທືນຢູ່ປະເທດຫວຽດນາມ ຍ້ອນວ່າ ໃນປະຈຸບັນ, ມີຫລາຍໆປະເທດ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid-19 ແລະ ຄວາມສ່ຽງຂອງການເສດຖະກິດຖົດຖອຍ ກຳລັງປົກຄຸມທົ່ວໂລກ.

ຫວຽດນາມ ໄດ ຈ ດອ ນດ ບເປ ນປະເທດ ທ ສະກ ດກ ນພະຍາດ covid 19 ທ ດ ທ ສ ດໃນໂລກ ຜູ້ຊ່ຽວຊານອາເມລິກາ: ຫວຽດນາມ ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19

ຍສໝ - ໃນການໃຫ້ສຳພາດກັບ ບົດຂຽນທີ່ລົງໃນໜັງສືພິມ Washington Post, ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.