ສັນຍາ CPTPP ຈະກະ​ຕຸກ​ຊຸກ​ຍູ້ ເສດ​ຖະ​ກິ​ດ​ລະ​ຫວ່ງ ຫວຽດນາມ - ການາດາ

06:30 | 27/05/2020

ຍ​ສ​ໝ - ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ການາດາ, ພ້ອມທັງສະເໜີເພີ່ມທະວີລະບົບສະໜອງ, ການຜະລິດ ແລະ ການ ສົ່ງອອກ, ໃນນັ້ນພິເສດແມ່ນຜ້າອັດປາກ, ອຸປະກອນປ້ອງກັນພະຍາດໃນສະພາບການໂລກລະບາດໂຄວິດ-19.

ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ ສັນຍາ EVFTA ຊ່ວຍໃຫ້ຫວຽດນາມມີທີ່ຕັ້ງບົດບາດຢ່າງສະດວກໃນສະພາບການໃໝ່ຂອງ ເສດຖະກິດສາກົນ
ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ EVFTA ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ຫວຽດ​ນາມ ໄລ​ຍະຫຼັງ Covid – 19
ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ

ທ່ານ ເຈິ່ນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ

(ພາບ: ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ)

ຕອນຄ່ຳວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມທາງອອນລາຍລະຫ່ວາງທ່ານ ເຈິ່ນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະ ທ່ານນາງ Mary Ng ລັດຖະມົນຕີຮັບຜິດຊອບດ້ານການຄ້າສາກົນ, ສົ່ງເສີມການສົ່ງອອກ ແລະ ວິສາຫະກິດຂະໜາດນ້ອຍ ການາດາ. ກອງປະຊຸມແນໃສ່ຊຸກຍູ້ກົນໄກການຮ່ວມມືສອງຝ່າຍ, ຍາດແຍ່ງຜົນປະໂຫຍດສູງສຸດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊິຟິກ (CPTPP) ນຳມາໃຫ້, ສ້າງຄວາມສະດວກໃຫ້ການສຳຜັດກັບຕະຫຼາດຂອງປະຊາຄົມວິສາຫະກິດສອງຝ່າຍໃນຂົງເຂດການຄ້າ ແລະ ການ ລົງທຶນ, ໃນສະພາບການບັນດາປະເທດພວມຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19 ແລະ ຮັບທ່າອ່ຽງການຫັນປ່ຽນລະບົບສະໜອງທົ່ວໂລກ

ທ່ານ​ນາງ Mary Ng ໄດ້​ເຫັນ​ດີ​ກັບ​ທັດ​ສະ​ນະ​ຂອງ​ທ່ານ ເຈິ່ນຕວນແອງ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ຫວຽດ​ນາມ​ໃນ​ຍຸດ​ທະ​ສາດ​ຫັນ​ການ​ຕະຫຼາດ​ເປັນຫຼາຍ​ຮູບ​ແບບ, ມຸ່ງ​ໄປ​ເຖິງ​ພາກ​ພື້​ນອ​າ​ຊີ - ປາ​ຊີ​ຟິດ​ຂອງ​ກາ​ນາ​ດາ. ປັດ​ຈຸ​ບັນ ຫວຽດ​ນາມ​ພວມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ກາ​ນາ​ດາ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ການາດາ, ພ້ອມທັງສະເໜີເພີ່ມທະວີລະບົບສະໜອງ, ການຜະລິດ ແລະ ການ ສົ່ງອອກ, ໃນນັ້ນພິເສດແມ່ນຜ້າອັດປາກ, ອຸປະກອນປ້ອງກັນພະຍາດໃນສະພາບການໂລກລະບາດໂຄວິດ-19.

ສິ້ນ​ສຸດກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເຫັນ​ດີ​ວ່າ, ໃນ​ສະ​ພາ​ບ​ການ​ໂລກ​ລະ​ບາດ ພ​ວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ຈະ​ຊີ້​ນຳ​ບັນ​ດາ​ຫົວ​ໜ່ວຍ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອ​ບ​ທີ່​ກ່ຽວ​ຂ້ອງ​ຮັບ​ສາ​ຮູບ​ການ​ແລກ​ປ່ຽນ​ທາງ​ອອນ​ລາຍ​ຢ່າງ​ເປັນ​ປະຈຳ ໃນ​ທຸກ​ຂັ້ນ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ຮ່ວມ​ມື, ຊຸກ​ຍູ້​ການ​ຄ້າ, ເຊື່ອມ​ຕໍ່​ການ​ພົວ​ພັນ​ການ​ຄ້າ, ປະ​ກອບ​ສ່ວນ​ເຂົ້າ​ການແກ້​ໄຂ​ບັນ​ດາ​​ຄ​ວາມ​ຫຍຸ້ງ​ຍາກ​ ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສອງ​ຝ່າຍຢ່າງ​ທັນ​ການ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດທີ່​ດີ​ງາມ​ ​ລະ​ຫວ່າງ​ສອງ​ປະ​ເທດ.

ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ ສັນຍາ EVFTA ຊ່ວຍໃຫ້ຫວຽດນາມມີທີ່ຕັ້ງບົດບາດຢ່າງສະດວກໃນສະພາບການໃໝ່ຂອງ ເສດຖະກິດສາກົນ

ຍສໝ - ທ່ານຮອງສາດສະດາຈານ, ປອ ຈູຮ່ວາງລອງ, ຢູ່ມະຫາວິທະຍາໄລ ອົດສະຕາລີ (ANU) ໃນວັນທີ 23 ພຶດສະພາໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດຈະຊຸກຍູ້ການຄ້າສອງຝ່າຍຍ້ອນວ່າ ຮົ້ວກີດຂວາງໄດ້ຫຼຸດຜ່ອນ.

ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ ຫວຽດນາມ ສາມັກຄີ ເປັນຈິດໜຶ່ງໃຈດຽວຈາກສາຍຕາຂອງເພື່ອນມິດ ການາດາ

ຍສໝ - ໃນຕອນຄ່ຳວັນທີ 28 ເມສາ 2020, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ເພື່ອເຊື່ອມຕໍ່ເພື່ອນມິດ ການາດາ ກັບປະຊາຄົມຊາວ ຫວຽດນາມ ຢູ່ ການາດາ.

ສ ນຍາ cptpp ຈະກະ ຕ ກ ຊ ກ ຍ ເສດ ຖະ ກ ດ ລະ ຫວ ງ ຫວຽດນາມ ການາດາ ວິສາຫະກິດ ຫວຽດນາມ ຍາດແຍ່ງກາລະໂອກາດທີ່ໄດ້ຮັບຈາກ CPTPP

ຍສໝ - ການຍາດແຍ່ງກາລະໂອກາດຕ່າງໆທີ່ໄດ້ຮັບຈາກ CPTPP ຍັງບໍ່ໄດ້ຫລາຍເນື່ອງຈາກຫຼາຍປັດໃຈອັດຕະວິໄສຈາກວິສາຫະກິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.