ອາຊຽນ ​​ຕອບ​ໂຕ້ການ​ລະ​ບາດ​ຂອງໂລກລະບາດ​ໄດ້​ເປັນ​ຢ່າ​ງດີ​

07:00 | 22/05/2020

ບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ຢູ່ ສິງກະໂປ ຖືວ່າ ຄວາມຈິງແລ້ວ ອາຊຽນ ປະຕິບັດໄດ້ດີຫຼາຍ ດ້ວຍຄວາມເປັນເອກະພາບໃນພາກພື້ນ, ບໍ່ພຽງແຕ່ໃນການຮັບມືກັບໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງໃນການສ້າງຄວາມດຸ່ນດ່ຽງໃນສາຍພົວພັນກັບບັນດາຄູ່ຮ່ວມມືຫຼັກແຫຼ່ງອີກດ້ວຍ.

ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ ຫວຽດ​ນາມ​ເຂົ້າ​ຮ່ວມເວ​ທີ​ປາ​ໄສທາງອ​ອນ​ລາຍ​ ອາ​ຊຽນ - ອົດ​ສະ​ຕ​າ​ລ​ີ​ ຄັ້ງ​ທີ 32
ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ
ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ
ກອງປະຊຸມສຸດຍອດ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 (ພາບ: TTXVN)

ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີພໍສົມຄວນ ເມື່ອຫວຽດນາມ ຮັບບົດບາດເປັນປະທານໝູນວຽນ ໃນປີ 2020, ນັ້ນແມ່ນການຕີລາຄາລວມຂອງບັນດານັກຮຽນຮູ້ ແລະ ເຈົ້າໜ້າທີ່ ອາຊຽນ ທີ່ກອງປະຊຸມປຶກສາຫາລືທາງອອນລາຍ ດ້ວຍຫົວຂໍ້ “ອາຊຽນ ຢູ່ໃສ ໃນໄລຍະເກີດໂລກລະບາດໂຄວິດ - 19” ໂດຍສູນກົດໝາຍສາກົນ ສັງກັດມະຫາວິທະຍາໄລແຫ່ງຊາດ ສິງກະໂປ ຈັດຕັ້ງຂຶ້ນໃນວັນທີ 20 ພຶດສະພາ.

ເມື່ອໄດ້ຖາມກ່ຽວກັບຄວາມຮັບຜິດຊອບຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ, ທ່ານນາງຕ່າວທິແທັງເຮືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສິງກະໂປ ຖືວ່າ ໂລກລະບາດໂຄວິດ - 19 ເກີດຂຶ້ນ ໄດ້ເຮັດໃຫ້ຫຼາຍກອງປະຊຸມຂອງ ອາຊຽນ ຖືກໂຈະໄວ້. ເຖິງວ່າໃດກໍຕາມ, ດ້ວຍຖານະເປັນປະທານໝູນວຽນ ອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກໃນກຸ່ມ ໄດ້ “ມີການກະທໍາຢ່າງວ່ອງໄວ, ເໝາະສົມ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ” ບໍ່ພຽງແຕ່ພາຍໃນກຸ່ມເທົ່ານັ້ນ ຫາກຍັງກັບບັນດາຄູ່ຮ່ວມມືອີກດ້ວຍ. ທ່ານນາງເອກອັກຄະລັດຖະທູດ ຕ່າວທິແທັງເຮືອງ ເນັ້ນໜັກວ່າ ການຮ່ວມມື, ສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດໃນ ອາຊຽນ ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກສາມາດຄວບຄຸມການແຜ່ລະບາດຂອງໂລກລະບາດ, ປົກປ້ອງຊີວິດຂອງປະຊາຊົນ ແລະ ຄໍ້າປະກັນດ້ານສະບຽງອາຫານ.

ບັນດານັກຮຽນຮູ້ແຖວໜ້າຂອງສິງກະໂປ ກໍຕີລາຄາວ່າ ຫວຽດນາມ ໄດ້ປະດຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ດ້ວຍຖານະທັງເປັນປະເທດເອກະລາດ ແລະ ທັງເປັນປະເທດປະທານໝູນວຽນຂອງ ອາຊຽນ.

ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ ຫວ​ຽດ​ນາມ​ສຸ​ມ​ໃສ່​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ໃຫ້​ເປັນ​ຢ່າງ​ດີ

ຍສໝ - ປັດ​ຈຸ​ບັດ, ຫວຽດ​ນາມ ​ພວມ​ສຸ​ມ​ໃສ່​ເຂົ້າ​ການ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ 2020 ໃຫ້​ເປັນ​ຢ່າງ​ດີ. ໄລ​ຍະ​ທີ່​ຜ່ານ​ມາ, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19 ກໍ່ຕາມ, ແຕ່​ ຫວຽດ​ນາມ ໄດ້ ແລະ ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ປະ​ທານ​ໃນ​ກາ​ນ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ,

ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ

ຍສໝ - ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ + 3 ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຢູ່ພາກພື້ນ ອາຊີຕາເວັນອອກ.

ອາຊຽນ ຕອບ ໂຕ ການ ລະ ບາດ ຂອງໂລກລະບາດ ໄດ ເປ ນ ຢ າ ງດ ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ

ຍສໝ - ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.