ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ

06:37 | 02/01/2020

ຍສໝ - ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ.

ຫ​ວຽດ​ນາມ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຢ່າງ​ເປັນ​ທາ​ງ​ການ

ນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ, ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ຢ່າງເປັນທາງການ. (ພາບ: hanoimoi.com.vn)

ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນປີ 2020 ແລະ ເດືອນເມສາປີ 2021. ດ້ວຍຄວາມຮັບຜິດຊອບສູງ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໜ້າທີ່ວຽກງານ ເພື່ອກຽມພ້ອມດຳລົງຕຳແໜ່ງນີ້ໃຫ້ເປັນຢ່າງດີ. ຫວຽດນາມ ຈະເປັນປະທານບັນດາກອງປະຊຸມຂອງສະພາ ແລະ ເມື່ອໄດ້ຮັບອະນຸຍາດຈາກອົງການນີ້, ຫວຽດນາມ ຈະຕາງໜ້າໃຫ້ສະພາ ດ້ວຍຖານະເປັນອົງການໜຶ່ງຂອງສະຫະປະຊາຊາດ. ຫວຽດນາມຈະຮັບດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນປີ 2020 ແລະ ເດືອນເມສາປີ 2021. ດ້ວຍຄວາມຮັບຜິດຊອບສູງ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໜ້າທີ່ວຽກງານ ເພື່ອກຽມພ້ອມດຳລົງຕຳແໜ່ງນີ້ໃຫ້ເປັນຢ່າງດີ.

ບັນດາບຸລິມະສິດຂອງຫວຽດນາມ ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ລວມມີ: ສະກັດກັ້ນການປະທະກັນ, ການທູດປ້ອງກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ຕາມມາດຕາທີ 6 ກົດບັດສະຫະປະຊາຊາດ; ບັນຫາມະນຸດສະທຳ, ປົກປ້ອງສາມັນຊົນ, ປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນສຳລັບການດຳລົງຊີວິດຢູ່ບັນດາເຂດເກີດການປະທະກັນ; ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງ…

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.