ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

11:06 | 14/05/2020

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ
ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ ນັກສຶກສາຫວຽດນາມ ຢູ່ອີຕາລີ ສະແດງຄວາມສາມັກຄີເພື່ອຮັບມືກັບໂລກລະບາດ Covid-19

ໃນບົດຂຽນທີ່ມີຫົວຂໍ້ວ່າ “ເປັນຫຍັງຫວຽດນາມ - ປະເທດພວມພັດທະນາ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ປະຕິບັດວຽກງານໃນການຕໍ່ສູ້ກັບພະຍາດ Covid-19 ຢ່າງດີເລີດຄືແນວນັ້ນ”, ໜັງສືພິມ ABC ຂອງອົດສະຕາລີ ໄດ້ຕີລາຄາ, ປະກອບຄຳເຫັນ ແລະ ຍ້ອງຍໍຊົມເຊີຍຜົນສຳເລັດຂອງຫວຽດນາມ ໃນ ການຕອບໂຕ້ການລະບາດ.

ໜັງສືພິມ ABC ໄດ້ກ່າວວ່າ ຫວຽດນາມມີຊາຍແດນຮ່ວມຍາວກວ່າ 1400 ກິໂລແມັດ ຕິດກັບປະເທດຈີນ - ເຊິ່ງແມ່ນປະເທດກວດພົບກໍລະນີທຳອິດຕິດພະຍາດ Covid-19. ຈຳນວນພົນລະເມືອງຫວຽດນາມ ມີຫຼາຍກວ່າ 90 ລ້ານຄົນ ແລະ GDP ຂອງຫວຽດນາມແມ່ນພຽງແຕ່ 1/22 ທຽບກັບຂອງປະເທດອົດສະຕາລີເທົ່ານັ້ນ.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ
ໃນປະເທດຫວຽດນາມ, ກໍລະນີຕິດ​ເຊື້ອທັງໝົດເປັນ 288 ຄົນ, ໃນນັ້ນມີຈຳນວນ 252 ຄົນໄດ້ຫາຍດີເຊົາເຈັບ ແລະ ຍັງບໍ່ໄດ້ບັນທຶກການເສຍຊີວິດ.(ພາບ: thoidai.com.vn)

ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ໄດ້ບັນທຶກການເສຍຊີວິດ ຍ້ອນການພະຍາດ Covid-19. ຜົນສໍາເລັດ "ບໍ່ມີການເສຍຊີວິດ" ຍ້ອນເຊື້ອໄວຣັດ SARS-CoV-2 ຂອງປະເທດນີ້ ເຮັດໃຫ້ທົ່ວໂລກ "ສະແດງຄວາມອິດສາ" - ບົດຂຽນໄດ້ເນັ້ນໜັກ.

ໜັງສືພິມ ABC ຍັງໄດ້ກ່າວເຖິງບັນດາກໍລະນີທີ່ໄດ້ປິ່ນປົວດີ ໃນປະເທດຫວຽດນາມ. ປະຈຸບັນ (ນັບຮອດວັນທີ 14 ພຶດສະພາ), ຈຳນວນກໍລະນີຕິດ​ເຊື້ອທັງໝົດເປັນ 288 ຄົນ, ໃນນັ້ນມີຈຳນວນ 252 ຄົນໄດ້ຫາຍດີເຊົາເຈັບ ແລະ ເປັນເວລາ 28 ວັນຕິດຕໍ່ກັນ ຫວຽດນາມບໍ່ພົບຜູ້ຕິດເຊື້ອໄວຣັດພະຍາດ Covid-19 ໃນຊຸມຊົນ.

ເມື່ອປຽບທຽບກັບ ມາເລເຊຍ ແລະ ສິງກະໂປ, ສອງປະເທດມີຈຳນວນພົນລະເມືອງເກືອບ 6 ລ້ານຄົນ, ແຕ່ວ່າທັງສອງປະເທດນີ້ ມີຫລາຍກວ່າ 6000 ກໍລະນີຕິດ​ເຊື້ອສຳຫຼັບມາເລເຊຍ ແລະ ຫລາຍກວ່າ 23,000 ກໍລະນີຕິດ​ເຊື້ອສຳຫຼັບສິງກະໂປ.

ຕາມໜັງສືພິມ ABC, ບັນດາອົງການຈັດຕັ້ງສາກົນ ແລະ ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ ລ້ວນແຕ່ສະແດງຄວາມເຊື່ອໝັ້ນຂໍ້ມູນທີ່ ຫວຽດນາມສະໜອງໃຫ້ກ່ຽວກັບຈຳນວນຕົວເລກຂອງກໍລະນີຕິດ​ເຊື້ອ.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ
ຂໍກະແຈສຳຄັນ ຂອງຜົນສຳເລັດໃນຂະບວນການຕ້ານພະຍາດ Covid-19 ຂອງຫວຽດນາມ ແມ່ນຍຸດທະນາການໂຄສະນາເຜີຍແຜ່ຊຸມຊົນທີ່ມີປະສິດຕິຜົນ.(ພາບ:thoidai.com.vn)

ທ່ານນາງ Sharon Kane, ຜູ້ອຳນວຍການອົງການ Plan International ເຊິ່ງເຄື່ອນໄຫວໃນຂົງເຂດສາທາລະນະສຸກຢູ່ ຫວຽດນາມ, ໄດ້ກ່າວວ່າ: “ໃນຕົ້ນເດືອນກຸມພາ, ຫວຽດນາມໄດ້ປະກາດແຫຼ່ງວັດຖຸອຸປະກອນດ້ານການແພດທີ່ຈຳກັດ ຖ້າເກີດຂຶ້ນການລະບາດຂອງພະຍາດ Covid-19. ສະນັ້ນ, ລັດຖະບານຫວຽດນາມ ໄດ້ພະຍາຍາມຄວບຄຸມພະຍາດດັ່ງກ່າວໂດຍໄວທີ່ສຸດ. ຂໍກະແຈສຳຄັນຂອງຜົນສຳເລັດໃນຂະບວນການປ້ອງກັນ ແລະ ຕ້ານພະຍາດ Covid-19 ຂອງຫວຽດນາມ ແມ່ນຍຸດທະນາການໂຄສະນາເຜີຍແຜ່ຊຸມຊົນທີ່ມີປະສິດຕິຜົນ, ການຄົ້ນຫາປະຫວັດການເດີນທາງຜູ້ຕິດ​ເຊື້ອ ກໍ່ຄືຜູ້ກ່ຽວ ແລະ ການວິເຄາະແບບຍຸດທະສາດ.”

ຕາມໜັງສືພິມ ABC ກ່າວວ່າ: ນອກຈາກນັ້ນ, ການພັດທະນາກ້າວໜ້າຂອງຂະແໜງແພດສາດ ຢູ່ ຫວຽດນາມ ກໍ່ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງຫວຽດນາມ. ຮອດເດືອນມີນາ, ບັນດານັກວິທະຍາສາດຫວຽດນາມ ໄດ້ພັດທະນາເຄື່ອງທົດສອບໄວຣັດ SARS-CoV-2 ລາຄາຖືກຈຳນວນໜຶ່ງ. ທ່ານນາງ Sharon Kane ເນັ້ນໜັກວ່າ: “ເມື່ອສ່ວນປະເທດຫວຽດນາມໄດ້ຜະລິດເຄື່ອງທົດສອບພະຍາດ ເປັນ 3 ຊະນິດແລ້ວ, ສະຫະລັດອາເມລິກາ ຍັງບໍ່ມີຊຸດທົດສອບທີ່ມີປະສິດຕິຜົນ”. ໄລ່ຮອດທ້າຍເດືອນເມສາ, ຈຳນວນຫ້ອງທົດລອງວິເຄາະ ຢູ່ ຫວຽດນາມ ໄດ້ເພີ່ມແຕ່ 3 ຫ້ອງ ຂຶ້ນເປັນ 112 ຫ້ອງ, ດຳເນີນການທົດສອບວິເຄາະໃຫ້ 260.000 ຄົນ.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

ຍສໝ - ໂດຍສະພາບພະຍາດປອດອັກເສບ Covid-19 ກຳລັງແຜ່ລະບາດຢ່າງໄວວາ ຢູ່ຍີ່ປຸ່ນ, ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ຄວາມໃຈເຢັນ ແລະ ພາກພຽນ ແລະ ພ້ອມທັງຈິດໃຈ “ຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ” ຂອງປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນໃນການຕອບໂຕ້ກັບພະຍາດ Covid-19.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ ລັດຖະບານ ຫວຽດນາມມອບຜ້າອັດປາກ - ດັງການແພດ 20.000 ອັນເພື່ອຊ່ວຍເຫຼືອ ເບລາຣຸດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ຍ​ສໝ - ວັນ​ທີ 11 ພຶດ​ສະ​ພາ, ໂດຍ​ໄດ້​ຮັບ​ມອບ​ສິດ​ຂອງ ​ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານ ຫງວຽນ​ແຫ້ງ​ຟຸກ ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໄດ້​ມອບ​ຜ້າ​ອັດ​ປາກ - ດັງການ​ແພດ 20.000 ອັນໃຫ້​ແກ່​ທ່ານ Vladimir Goshin ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ​ຜ​ູ້​ມີ​ອຳ​ນາດ​ເຕັມ​ ສ.ເບ​ລາ​ຣ​ຸດ ​ປະ​ຈຳ ​ຫວຽດ​ນາມ.

ໜ ງສ ພ ມອ ດສະຕາລ ຜ ນສຳເລ ດໃນການສະກ ດກ ນພະຍາດ covid 19 ຂອງຫວຽດນາມ ແມ ນສ ມຄວນໃຫ ມ ງຫວ ງ ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

ຍສໝ - ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງເສດຖະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.