ຫວຽດນາມ ໄດ້ປະຕິເສດຄຳຮຽກທວງ ຂອງປະເທດຈີນ ຢູ່ ທະເລຕາເວັນອອກ ຢ່າງເດັດຂາດ

11:25 | 14/05/2020

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ ຫວຽດນາມໄດ້ປະຕິເສດຄຳຮຽກທວງ ທີ່ບໍ່ມີເຫດຜົນ ແລະ ບັນດາການລະເມີດຂອງປະເທດຈີນ ຢູ່ ທະເລຕາເວັນອອກ ແລະ ຮຽກຮ້ອງຈີນບໍ່ໄດ້ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ ຫວຽດນາມ ໄດ້ປະຕິເສດຕໍ່ການຕັດສິນໃຈຂອງຈີນທີ່ຫ້າມການຫາປາໃນທະເລຕາເວັນອອກ
ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ ກະຊວງການຕ່າງປະເທດສະຫະລັດອາເມລິກາ: ຈີນຄວນຢຸດ “ການຂົ່ມຂູ່” ຢູ່ ທະເລຕາເວັນອອກ

ໃນການຖາມຕອບຜູ້ມີສິດເລືອກຕັ້ງ ທີ່ ກອງປະຊຸມສະພາແຫ່ງຊາດຄັ້ງທີ 9, ກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກເຖິງນະໂຍບາຍ "ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແມ່ນບັນຫາທີ່ສັກສິດຂອງປະເທດ".

ຕາມນັ້ນແລ້ວ, ທັດສະນະທີ່ສະເໝີຕົ້ນສະເໝີປາຍ ຂອງພັກ ແລະ ລັດຖະບານຫວຽດນາມ ແມ່ນຕ້ອງສະແດງຄວາມພາກພຽນ ແລະ ຕໍ່ສູ້ຢ່າງເດັດຂາດໂດຍມາດຕະການສັນຕິພາບ, ສອດຄ່ອງກັບກົດໝາຍ ສາກົນ ຕໍ່ໜ້າສະພາບການລະເມີດ ໃນເຂດທະເລ ແລະ ໄຫຼ່ທະວີບຂອງປະເທດຫວຽດນາມ, ພ້ອມກັນນັ້ນຕ້ອງຮັກສາສະພາບທີ່ສະຫງົບສຸກ ແລະ ຄວາມໝັ້ນຄົງ.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ
ທ່ານນາງ ເລຖິທູຮັ່ງ - ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: ກະຊວງການຕ່າງປະເທດ)

ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມມີຫລາຍວິທີແກ້ໄຂທີ່ເປັນຄົບຊຸດໄດ້ຮັບການປະຕິບັດ, ໃນຫຼາຍຂົງເຂດ, ເຊັ່ນ: ຄວາມໝັ້ນຄົງ - ການປ້ອງກັນຊາດ, ການເມືອງ - ການຕ່າງປະເທດ, ເສດຖະກິດ - ສັງຄົມ... ເພື່ອປົກປັກຮັກສາອະທິປະໄຕຢ່າງ ແໜ້ນແຟ້ນ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ອຳນາດອະທິປະໄຕ ແລະ ສິດພິພາກສາຂອງຫວຽດນາມ.

ໃນນັ້ນມີການປະຕິບັດນຳໃຊ້ສິດອະທິປະໄຕ ຢູ່ ທະເລ, ການປົກປ້ອງບັນດາການເຄື່ອນໄຫວເສດຖະກິດທະເລ, ເຊັ່ນ: ການຮ່ວມມືຂຸດຄົ້ນນ້ຳມັນອາຍແກັສ ຂອງບັນດາວິສາຫະກິດ, ການເຄື່ອນໄຫວຫາປາແບບປົກກະຕິຂອງຊາວປະມົງ ທີ່ດຳເນີນ ຢູ່ ເຂດທະເລ ຫວຽດນາມ.

ກະຊວງການຕ່າງປະເທດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ກໍ່ໄດ້ຕໍ່ສູ້ທາງການທູດ ໃນທຸກລະດັບດ້ວຍຫຼາຍຮູບແບບ ເພື່ອຕ້ານການລະເມີດສິດອະທິປະໄຕ, ກໍ່ຄືຜົນປະໂຫຍດອັນຊອບທຳ ຂອງຫວຽດນາມ ຢູ່ ທະເລຕາເວັນອອກ.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ
ຫວຽດນາມ ໄດ້ປະຕິເສດຄຳຮຽກທວງ ຂອງປະເທດຈີນ ຢູ່ ທະເລຕາເວັນອອກ ຢ່າງເດັດຂາດ. (ພາບ: baoquocte)

ຕາມນັ້ນ, ຫວຽດນາມໄດ້ປະຕິເສດຄຳຮຽກທວງ ທີ່ບໍ່ມີເຫດຜົນ ແລະ ບັນດາການລະເມີດຂອງປະເທດຈີນ ຢູ່ ທະເລຕາເວັນອອກ; ຮຽກຮ້ອງທະເລຕາເວັນອອກ ບໍ່ໄດ້ເຮັດໃຫ້ສະພາບການຖືກສັບສົນຂຶ້ນຕື່ມ, ລະເມີດສິດອະທິປະໄຕທະເລໝູ່ເກາະ ຂອງຫວຽດນາມ, ໂດຍສະເພາະ ແມ່ນການຫັນເປັນທະຫານ, ກີດຂວາງບັນດາການເຄື່ອນໄຫວພັດທະນາເສດຖະກິດທະເລຂອງຫວຽດນາມ.

ກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ຫຼັກໝັ້ນ ແລະ ຄວາມຊອບທຳຂອງຫວຽດນາມ ແມ່ນໄດ້ຮັບການສະໜັບສະໜູນ ໂດຍຫຼາຍປະເທດ ທັງໃນ ແລະ ນອກພາກພື້ນ. ມີຫຼາຍປະເທດຍັງມີສຽງທີ່ເຂັ້ມແຂງ ກໍ່ໄດ້ຕຳໜິຕິຕຽນການກະທຳທີ່ເປັນຝ່າຍດຽວ, ລະເມີດກົດໝາຍສາກົນ, ລະເມີດສິດຜົນປະໂຫຍດ ແລະ ລະເມີດສິດຜົນປະໂຫຍດຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມກົດໝາຍຂອງຫວຽດນາມ.

ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ຈະແກ້ໄຂຢ່າງເດັດຂາດສຳຫຼັບບັນຫາການຂັດແຍ້ງກັນ ຢູ່ ທະເລຕາເວັນອອກ ໂດຍມາດຕະການສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ UNCLOS 1982.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ ຜູ້ຊ່ຽວຊານສາກົນ ກ່າວປະນາມ ຈີນ ລະເມີດກົດໝາຍສາກົນໃນທະເລຕາເວັນອອກ

ຍສໝ - ບັນດາຜູ້ຊ່ຽວຊານສາກົນ ໄດ້ກ່າວປະນາມຢ່າງຮຸນແຮງ ຕໍ່ການກະທຳລະເມີດກົດໝາຍສາກົນ ຂອງ ຈີນ ຢູ່ ທະເລຕາເວັນອອກ ໃນເມື່ອບໍ່ດົນມານີ້.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ ນັກ​ຊ່ຽວ​ຊານ​ອົດ​ສະ​ຕາ​ລີ: ການກະທຳຂອງ ຈີນແມ່ນການກະທຳເກາະຜິດ

ຍສໝ - ທ່ານສາດສະດາຈານ Carl Thayer ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ ໄດ້ຢັ້ງຢືນວ່າ ເລື່ອງ ຈີນປະກາດ ສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງ ຊີຊາ ແລະ ເມືອງ ໜານຊາ ຢູ່ນະຄອນ ຕາມຊາ ແມ່ນການກະທຳເກາະຜິດ.

ຫວຽດນາມ ໄດ ປະຕ ເສດຄຳຮຽກທວງ ຂອງປະເທດຈ ນ ຢ ທະເລຕາເວ ນອອກ ຢ າງເດ ດຂາດ ຫວຽດນາມ ຮຽກຮ້ອງໃຫ້ ສປ.ຈີນ ຕ້ອງການຖອນກຸ່ມກຳປັ່ນທັງໝົດ ໄປອອກຈາກເຂດທະເລຂອງຫວຽດນາມ

ຍສໝ - ທ່ານນາງ ເລຖິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວວ່າ , ຫວຽດນາມ ຄັດຄ້ານ ການລະເມີດອະທິປະໄຕ ຫວຽດນາມ ຂອງກຸ່ມກຳປັ່ນ Haiyang 8 ຂອງປະເທດຈີນ. ດ້ວຍເຫດຜົນດັ່ງກ່າວ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະເທດຈີນ ຢຸດຕິການກະທຳທີ່ຮຸນແຮງດັ່ງກ່າວຢ່າງທັນທີ ແລະ ຖອນກຳປັ່ນທັງໝົດໄປອອກຈາກເຂດທະເລຂອງ ຫວຽດນາມ.”

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.