ສະຫະລັດອາເມລິກາ ໄດ້ຖືຫວຽດນາມເປັນ “ແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19”

13:38 | 12/05/2020

ຍສໝ - ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງເສດຖະກິດ.

ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19 ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ
ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19 ເຮືອບິນອິນເດຍ ທີ່ບັນທຸກ “ຝົນດອກໄມ້” ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາແພດໝໍ ຕໍ່ສູ້ກັບພະຍາດ Covid-19

ເມື່ອບໍ່ດົນມານີ້, ທ່ານ ຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ມີການໂອ້ລົມສົນທະນາ ກັບທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດມະຫາສະໝຸດ, ສິ່ງແວດລ້ອມ ແລະ ວິທະຍາສາດ, ເຕັກໂນໂລຢີ.

ທີ່ການໂອ້ລົມສົນທະນາ, ທ່ານ Jonathan Moore ໄດ້ສະແດງຄວາມຂອບໃຈ ຕໍ່ຫວຽດນາມ ທີ່ໄດ້ຮ່ວມມືໃນການຜະລິດ ແລະ ມອບອຸປະກອນການແພດ, ຊຸດປ້ອງກັນພະຍາດ ໃຫ້ແກ່ສະຫະລັດອາເມລິກາ. ພ້ອມກັນນັ້ນ, ທ່ານຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະເມີນວ່າ ຫວຽດນາມ ເປັນແບບຢ່າງໃນການສະກັດກັ້ນການລະບາດ ຂອງພະຍາດ COVID-19, ແລະ ສອງຝ່າຍສາມາດແບ່ງປັນປະສົບການຫຼາຍຢ່າງ ໃນການຕ້ານການລະບາດ ແລະ ການຟື້ນຕົວຂອງພື້ນຖານເສດຖະກິດ - ເຊິ່ງແມ່ນໜຶ່ງໃນບັນດາບຸລິມະສິດອັນດັບສູງ ຂອງລັດຖະບານອາເມລິກາ ໃນປະຈຸບັນ.

ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19
ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: OSCE)

ກ່ຽວກັບສະຖານະການໃນທະເລຕາເວັນອອກ, ທ່ານ Jonathan Moore ໄດ້ຝາກຄຳຖາມຂ່າວເຖິງ ບັນດາຊາວປະມົງຢູ່ເຮືອຫາປາຂອງຫວຽດນາມ ທີ່ຖືກກຳປັ່ນຈີນຕຳຈົມນໍ້າ ຢູ່ ທະເລຕາເວັນອອກໃນຕົ້ນເດືອນເມສາປີ 2020, ແລະ ໃນຂະນະດຽວກັນ, ທ່ານ Jonathan Moore - ຜູ້ຮອງຊ່ວຍວ່າການລັດຖະມົນຕີການຕ່າງປະເທດ ອາເມລິກາ ສະແດງຄວາມຄັດຄ້ານຢ່າງແຮງ ຕໍ່ການກະທຳທີ່ເປັນໄພຂົ່ມຂູ່ ຕໍ່ບັນດາຊາວປະມົງ ແລະ ລະເມີດສິດອະທິປະໄຕ ໃນທະເລຕາເວັນອອກ.

ກ່ຽວກັບການຮ່ວມມືມະຫາສະໝຸດ ແລະ ສິ່ງແວດລ້ອມ, ຝ່າຍອາເມລິກາ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ແລະ ບັນດາສະມາຊິກອາຊຽນ, ທີ່ຮັບຮອງເອົາຜ່ານບັນດາໂຄງການ ປົກປັກຮັກສາສິ່ງແວດລ້ອມທະເລ, ຫຼຸດຜ່ອນສິ່ງເສດເຫຼືອມະຫາສະໝຸດ, ຕ້ານການມົນລະພິດທາງນ້ຳ ແລະ ອາກາດ, ລວມທັງໂຄງການສິ່ງແວດລ້ອມຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.

ທ່ານ ຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ຕີລາຄາສູງຕໍ່ບັນດາບາດກ້າວພັດທະນາດີ ໃນການພົວພັນຫວຽດນາມ - ອາເມລິກາ, ພິເສດແມ່ນການໂອ້ລົມສົນທະນາລະຫວ່າງ ຜູ້ນຳຂັ້ນສູງຂອງສອງປະເທດ ແລະ ການນຳກະຊວງການຕ່າງປະເທດສອງປະເທດ, ກໍ່ຄືບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ ໃນດ້ານການແພດ, ສິ່ງແວດລ້ອມ ແລະ ເຕັກໂນໂລຢີ.

ທີ່ການປັບປຸງສະພາບການລະບາດຂອງພະຍາດ COVID-19 ໃນຫວຽດນາມ, ທ່ານ ຮ່າກິມຫງອກ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ ທ່ານ Donald Trump - ປະທານາທິບໍດີອາເມລິກາ ເຊິ່ງທີ່ໄດ້ຕັດສິນການສະຫນັບສະຫນູນ ເຄື່ອງຈັກໜູນຊ່ວຍລະບົບຫາຍໃຈໃຫ້ຫວຽດນາມ, ພ້ອມທັງສືບຕໍ່ປະຕິບັດບັນດາໂຄງການໜູນຊ່ວຍການຍົກສູງ ຄວາມສາມາດດ້ານການແພດ ແລະ ພັດທະນາພື້ນຖານເສດຖະກິດ - ສັງຄົມ ຢູ່ ຫວຽດນາມ.

ໃນໄລຍະຈະມາເຖິງ, ທ່ານຮ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ສະເໜີສອງປະເທດຈົ່ງສຳເລັດການເຈລະຈາ ແລະ ລົງນາມໃນສັນຍາວ່າດ້ວຍ ການນຳໃຊ້ອາວະກາດ ເພື່ອຈຸດປະສົງສັນຕິພາບ, ສ້າງພື້ນຖານ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດອາວະກາດ ກໍ່ຄືການວິທະຍາສາດ ແລະ ເຕັກໂນໂລຊີໂດຍທົ່ວໄປ.

ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19 ນຳສົ່ງພົນລະເມືອງຫວຽດນາມ 343 ຄົນ ຢູ່ ອາເມລິກາ ກັບເມືອປະເທດ

ຍສໝ - ການບິນຫວຽດນາມ Airlines, ໂດຍປະສານສົມທົບກັບ ບັນດາອົງການເຈົ້າໜ້າທີ່ຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ຈັດຕັ້ງສຳເລັດການນໍາສົ່ງພົນລະເມືອງຫວຽດນາມ 343 ຄົນທີ່ຖືກຕິດຂ້າງຢູ່ໃນສະຫະລັດອາເມລິກາກັບເມືອປະເທດ.

ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19 ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

ຍສໝ - ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕ່າງໜ້າອາຊຽນໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຫວຽດນາມ ໃນຖານບົດບາດເປັນປະທານອາຊຽນ ໃນສະພາບການຜັນແປຢ່າງສັບສົນ ຂອງການລະບາດພະຍາດ COVID-19.

ສະຫະລ ດອາເມລ ກາ ໄດ ຖ ຫວຽດນາມເປ ນ ແບບຢ າງໃນການສະກ ດກ ນການລະບາດ ຂອງພະຍາດ covid 19 ອາເມລິກາ ຊ່ວຍເຫຼືອ ຫວຽດນາມ 9,5 ລ້ານ USD ເພື່ອຄວບຄຸມໂລກລະບາດໂຄວິດ-19

ຍສໝ - ອີງຕາມແຈ້ງການໃນເວບໄຊ ຂອງກະຊວງການຕ່າງປະເທດ ອາເມລິກາ ໃນວັນທີ 1 ພຶດສະພາ, ປະເທດ ອາເມລິກາ ໄດ້ຢືນຢັນວ່າ, ຫວຽດນາມຈະໄດ້ຮັບເງິນຊ່ວຍເຫຼືອຈຳນວນເກືອບ 9,5 ລ້ານໂດລາ ເພື່ອຕອບສະໜອງຕໍ່ການລະບາດຂອງພະຍາດ Covid-19, ປະກອບມີ 5 ລ້ານໂດລາສົ່ງໃຫ້ກອງທຶນສະໜັບສະໜູນດ້ານເສດຖະກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.