ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ໂດຍໄດ້ຮັບຮູ້ບັນດາການປະກອບສ່ວນຢ່າງບໍ່ຢຸດຢັ້ງ, ນະຄອນ ດານັງ ໄດ້ມອບລາງວັນ “ອຸທິດຕົນໃຫ້ນະຄອນ ດານັງ” ໃນວັນທີ 18 ມີນາ.
ຍສໝ - ເມື່ອ 25 ປີກ່ອນ, ຄະນະແພດອາສາສະໝັກຈາກ NUOY (USA) ໄດ້ມາຫວຽດນາມ ດ້ວຍຄວາມປາຖະຫນາທີ່ຈະປ່ຽນແປງຊະຕາກໍາຂອງເດັກນ້ອຍທີ່ມີຄວາມພິການແຕ່ກໍາເນີດ. ປະຈຸບັນ, ເຂົາເຈົ້າບໍ່ພຽງແຕ່ຟື້ນຟູຊີວິດນັບພັນຄົນເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງກຳລັງການແພດຂອງຫວຽດນາມ, ເພື່ອໃຫ້ບັນດາອະພິນິຫານທາງການແພດບໍ່ພຽງແຕ່ແມ່ນໂຊກດີເທົ່ານັ້ນ ຫາກຍັງກາຍເປັນສິ່ງທີ່ຈຳເປັນຢ່າງເດັດຂາດ.
ຍສໝ - ວັນທີ 17 ກຸມພາ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຕົວ “ພື້ນທີ່ພາສາຟຣັ່ງ”, ເຊິ່ງເປັນຂີດໝາຍບາດກ້າວສໍາຄັນໃນການພັດທະນາພາສາຝຣັ່ງ ແລະ ຊຸກຍູ້ການຮ່ວມມືສາກົນໃນຂົງເຂດການສຶກສາທາງການແພດ.
ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.
ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ຍສໝ - ດ້ວຍສະພາບແວດລ້ອມແຫ່ງການຮຽນຮູ້ທີ່ເປັນມິດ ແລະ ຖັນແຖວຄູອາຈານທີ່ມີປະສົບການ, ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດີສຳລັບນັກສຶກສາລາວ ຫຼາຍຄົນທີ່ມຸ່ງໝັ້ນຄວາມໄຝ່ຝັນໃນຂະແໜງການແພດ. ບັນດາຄວາມຮູ້ ແລະ ທັກສະທາງດ້ານການແພດທີ່ຝຶກຝົນຢູ່ທີ່ນີ້ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການປະຕິບັດອາຊີບເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບທາງການແພດໃນບ້ານເກີດເມືອງນອນນຳອີກ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ອອກມະຕິຕົກລົງເລກທີ 2287/QD-UBND ກ່ຽວກັບການຮັບເອົາໂຄງການອຸປະຖຳອຸປະກອນການແພດ, ປຼາສະຕິກ ແລະ ປຶ້ມເລື່ອງເດັກນ້ອຍ ໃຫ້ແກ່ໂຮງໝໍແມ່ - ເດັກ ດ່າໜັງ ໂດຍໄດ້ຮັບການອຸປະຖຳຈາກ Lifestart Foundation Inc ດ້ວຍມູນຄ່າທັງຫມົດ ຫຼາຍກວ່າ 1,8 ຕື້ດົ່ງ.
ຍສໝ - ຕອນເຊົ້າວັນທີ 15 ມີນານີ້, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນໂຮງໝໍສູນກາງກອງທັບ 108 ໂດຍທ່ານພົນຈັດຕະວາ, ສຈ.ປອ ເລຫິວຊອງ, ຜູ້ອຳນວຍການໂຮງໝໍ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ທ່ານພົນເອກຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ຍສໝ - ໃນແຕ່ລະປີຢູ່ຫວຽດນາມ, ການເສຍຊີວິດຍ້ອນພະຍາດບໍ່ຕິດ ກວມເອົາ 77% ຂອງການເສຍຊີວິດທັງໝົດ, ໃນນັ້ນ ມະເຮັງແມ່ນສາເຫດອັນດັບທີ່ສອງ.
ວັນທີ 1 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກ່ຽນຢາງ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ອານບຽນ (ແຂວງ ກຽນຢາງ) ຈັດຕັ້ງພິທີມອບ-ຮັບໂຄງການອຸປະກອນການແພດໃຫ້ສູນການແພດເມືອງ ອານບຽນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ວິທະຍາຄານການແພດກອງທັບ ໄດ້ຈັດພິທີຮັບໃບປະກາດການບຳລຸງສ້າງແພດທະຫານ ລຸ້ນທີ 51 (2017-2024) ໃຫ້ນັກສຶກສາລາວ, ກໍາປູເຈຍ. ທ່ານພົນຕີ ຮສຈ.ປອ ຫງວຽນຊວນກຽນ ຜູ້ອໍານວຍການວິທະຍາຄານການແພດກອງທັບ ເຂົ້າຮ່ວມ ແລະເປັນປະທານພິທີ.
ຍສໝ - ຫຼຽນໄຊອິດສະລະພາບຊັ້ນ III, ຫຼຽນກາມິດຕະພາບ ແລະ ຫຼຽນກາມິດຕະພາບຂອງລາວ ມອບໃຫ້ບັນດາກຸ່ມ ແລະ ບຸກຄົນ ຂອງຄະນະຄວາມສະຫງົບ ແລະ ປ້ອງກັນກວດກາສຸຂະພາບພະນັກງານສູນກາງ ແລະ ໂຮງໝໍກອງທັບ 108.
ຍສໝ - ວິທະຍາຄານການແພດທະຫານ ຫວຽດນາມ ແລະ ວິທະຍາຄານການແພດກອງທັ ບລາວ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັດບັນດາເນື້ອໃນຕາມແຜນການຮ່ວມມືປະຈຳປີຂອງກະຊວງປ້ອງກັນປະເທດ 2 ປະເທດກ່ຽວກັບການບຳລຸງສ້າງພະນັກງານຂະແໜງການແພດທະຫານໃຫ້ແກ່ກອງທັບປະຊາຊົນລາວ. ນອກນັ້ນ, ກໍ່ໄດ້ສົ່ງນັກຊ່ຽວຊານ ຫວຽດນາມ ໄປລາວ ເພື່ອໜູນຊ່ວຍການບຳລຸງສ້າງ; ຈັດຕັ້ງບັນດາຊຸດຮຽນບຳລຸງ, ການຝຶກອົບຮົມ ແລະ ບຳລຸງສ້າງຄູອາຈານ; ຮັບເອົາການບຳລຸງສ້າງໄລຍະສັ້ນໃຫ້ພະນັກງານ, ອາຈານສອນ, ນັກເຕັກນິກຂອງວິທະຍາຄານການແພດກອງທັບ ລາວ; ການບຳລຸງສ້າງໄລຍະສັ້ນໃນການປະຕິບັດກວດວິເຄາະພະຍາດຢູ່ບັນດາໂຮງໝໍ, ສູນຂຶ້ນກັບວິທະຍາຄານການແພດທະຫານ ຫວຽດນາມ. ຈັດຕັ້ງກອງປະຊຸມວິທະຍາສາດລະຫວ່າງບັນດາໂຮງຮຽນວິທະຍາຄານການແພດທະຫານ ຫວຽດນາມ - ວິທະຍາຄານການແພດກອງທັບລາວ ໃນທຸກໆ 2 ປີຕໍ່ເທື່ອ; ຮ່ວມມືກັນຜັນຂະຫຍາຍບັນດາໂຄງການຄົ້ນຄວ້າວິທະຍາສາດໃນຂົງເຂດການແພດການທະຫານ, ຮັບປະກັນການແພດທະຫານ ແລະ ແພດສາດພື້ນຖານຕາມຫຼັກການການທູດການທະຫານລະຫວ່າງ 2 ປະເທດ.
ຍສໝ - ເພື່ອເປັນເຈົ້າການຮັບມືກັບໄພທຳມະຊາດ, ໄພພິບັດ; ປະຕິບັດຕາມການຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ກຳລັງການແພດທະຫານຂອງ 3 ປະເທດໄດ້ຈັດຕັ້ງການຝຶກຊ້ອມຮ່ວມ, ສົມທົບກັບກຳລັງການແພດທ້ອງຖິ່ນເພື່ອປິ່ນປົວຜູ້ປະສົບເຄາະຮ້າຍຈາກໄພພິບັດແຜ່ນດິນໄຫວແນໃສ່ຍົກລະດັບການຈັດຕັ້ງ, ການປະສານງານ, ການສົມທົບ ແລະກຽມພ້ອມເຂົ້າຮ່ວມການກູ້ຊ່ວຍດ້ານການແພດໃນພາກພື້ນ ແລະໂລກເມື່ອມີຄວາມຮຽກຮ້ອງຕ້ອງການ.
ຍສໝ - ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ, ດ້ວຍການແນະນໍາ ແລະການໜູນຊ່ວຍຢ່າງສຸດຈິດສຸດໃຈຂອງນັກຊ່ຽວຊານຫວຽດນາມ, ບັນດາແພດໝໍຂອງໂຮງໝໍສູນກາງ 103 / ກອງທັບປະຊາຊົນລາວ ໄດ້ ແລະກໍາລັງເປັນເຈົ້າຂອງເຕັກນິກການຜ່າຕັດປູກຖ່າຍໄຂ່ຫຼັງເທື່ອລະກ້າວ.
ຍສໝ - ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1.
ຍສໝ - ໃນວັນທີ 5 ທັນວານີ້, ກອງບັນຊາການທະຫານບົກຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ ແລະ ຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນບ້ານໜອງພະເມຍ, ເມືອງສະໜາມໄຊ, ແຂວງອັດຕະປື, ລາວ.
ຍສໝ - ວັນທີ 27 ພະຈິກ, ຢູ່ກອງພັນໃຫຍ່ 990, ກອງບັນຊາການທະຫານແຂວງກອນຕູມ (ທະຫານເຂດ 5) ໄດ້ເປີດຊຸດຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດລະຫວ່າງການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ຫວຽດນາມ ສືບຕໍ່ໜູນຊ່ວຍລາວໃນການບຳລຸງສ້າງ, ຖ່າຍທອດເຕັກໂນໂລຊີ, ໜູນຊ່ວຍການກວດ ແລະ ປິ່ນປົວພະຍາດ, ເພື່ອຍົກສູງລະດັບວິຊາສະເພາະຂອງພະນັກງານການແພດ, ການຢາ, ຮັບໃຊ້ດ້ານສຸຂະພາບຂອງປະຊາຊົນລາວ ແລະ ຊາວ ຫວຽດນາມ ຢູ່ລາວ ໃຫ້ດີທີ່ສຸດ.