ຫວຽດນາມ ໄດ້ມອບເງິນຈຳນວນ 1,5 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນກູບາ ໃນການຕໍ່ສູ້ກັບພະຍາດ Covid-19

16:30 | 28/04/2020

ຍສໝ - ຕອນບ່າຍວັນທີ 27 ເມສາ, ຢູ່ສຳນັກງານໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນອະດີດນັກສຶກສາ ຫວຽດນາມ ຢູ່ ກູບາ ໄດ້ມອບຂອງຂວັນແມ່ນ ຈຳນວນເງິນຫຼາຍກວ່າ 1.5 ຕື້ດົງ ແລະ 2000 ຕຸກ ນໍ້າຢາຂ້າເຊື້ອ ໃຫ້ແກ່ ປະຊາຊົນກູບາ ເພື່ອຕ້ານ ພະຍາດ Covid-19.

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19 ແຂວງກຽນຢາງ ໄດ້ມອບຂອງຂວັນ ເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19
ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19 ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ເຂົ້າຮ່ວມພິທີພິທີມອບຮັບມີ ທ່ານ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ Lianys Torres Rivera, ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ; ທ່ານ ຫງວຽນວຽດຖາວ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຄະນະກຳມະການພົວພັນຕ່າງປະເທດສູນກາງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19
ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນອະດີດນັກສຶກສາຫວຽດນາມ ຢູ່ ກູບາ ໄດ້ມອບຂອງຂວັນຊ່ວຍເຫຼືອປະຊາຊົນກູບາ. (ພາບ: thoidai.com.vn)

ຂອງຂວັນດັ່ງກ່າວ ແມ່ນໝາກຜົນຂອງການປຸກລະດົມ ເພື່ອສະໜັບສະໜູນປະຊາຊົນກູບາ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19 ທີ່ໄດ້ລິເລີ່ມໂດຍສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນອະດີດນັກສຶກສາຫວຽດນາມ ຢູ່ ກູບາ.

ພາຍຫຼັງການປຸກລະດົມ ໄດ້ດໍາເນີນເປັນເວລາຫຼາຍກວ່າ 2 ອາທິດ, ແຕ່ວັນທີ 8 ຮອດ ວັນທີ 25 ເມສາ 2020, ຂະບວນການໄດ້ຮັບການຕອບສະໜອງຢ່າງຟົດຟື້ນຫ້າວຫັນ ຈາກຫຼາຍອົງກອນ, ບຸກຄົນ, ວິສາຫະກິດ, ຜູ້ທີ່ໄດ້ສຶກສາ ແລະ ເຮັດວຽກ ຢູ່ປະເທດກູບາ ແລະ ມີຄວາມຮັກແພງປະເທດກູບາ, ຈຳນວນເງິນ ຈາກການປຸກລະດົມໃນຄັ້ງນີ້ ມີຫລາຍກ່ວາ 1.5 ຕື້ດົ່ງ ແລະ ນໍ້າຢາຂ້າເຊື້ອ 2000 ກວດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວຽດຖາວ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການຕໍ່ສູ້ກັບພະຍາດ Covid-19 ຂອງກູບາ. ເຖິງວ່າປະເທດກູບາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານ ຫງວຽນວຽດຖາວ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກູບາ ໃນການສົ່ງຜູ້ຊ່ຽວຊານດ້ານການແພດ ເພື່ຶອສະໜັບສະໜູນໃນການປ້ອງກັນພະຍາດ Covid-19 ຢູ່ຫຼາຍປະເທດທົ່ວໂລກ.

ທ່ານ ຫງວຽນວຽດຖາວ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ເນັ້ນໜັກວ່າ, ຂອງຂວັນແມ່ນ ຄວາມຮັກແພງຢ່າງຈິງໃຈຂອງປະຊາຊົນຫວຽດນາມເວົ້າລວມ ແລະ ຂອງບຸກຄົນ, ວິສາຫະກິດ, ຜູ້ທີ່ໄດ້ສຶກສາ ແລະ ເຮັດວຽກໃນປະເທດກູບາ ແລະ ມີຄວາມຮັກປະເທດກູບາ ເວົ້ົ້າສະເພາະ; ປະກອບສ່ວນໃຫ້ປະຊາຊົນກູບາໄດ້ຮັບໄຊຊະນະໃນການລະບາດຂອງພະຍາດ COVID-19.

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19
ທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ປະຊາຊົນຫວຽດນາມໂດຍທົ່ວໄປ ແລະ ສະມາຄົມມິດຕະພາບຫວຽດນາມ - ກູບາ, ສະໂມສອນອະດີດນັກສຶກສາ ຫວຽດນາມ ຢູ່ ກູບາເວົ້າສະເພາະ ທີ່ໄດ້ຊ່ວຍເຫຼືອປະຊາຊົນກູບາ. (ພາບ: thoidai.com.vn)

ສ່ວນທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ປະຊາຊົນຫວຽດນາມໂດຍທົ່ວໄປ ແລະ ສະມາຄົມມິດຕະພາບຫວຽດນາມ - ກູບາ, ສະໂມສອນອະດີດນັກສຶກສາ ຫວຽດນາມ ຢູ່ ກູບາເວົ້າສະເພາະ ທີ່ໄດ້ຊ່ວຍເຫຼືອປະຊາຊົນກູບາ. ທ່ານທ່ານນາງ Lianys Torres Rivera ໄດ້ເນັ້ນໜັກວ່າ, ຂອງຂວັນຂອງປະຊາຊົນຫວຽດນາມ ໃນຄັ້ງນີ້ ຈະແມ່ນແຫຼ່ງກຳລັງໜູນ ແລະ ການສະໜັບສະໜູນດ້ານຈິດໃຈ ໃຫ້ແກ່ປະຊາຊົນກູບາ ໃນສະພາບການທີ່ຫຍຸ້ງຍາກຄືໃນປະຈຸບັນ.

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19 ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19

ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19 ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ຫວຽດນາມ ໄດ ມອບເງ ນຈຳນວນ 1 5 ຕ ດ ງ ເພ ອຊ ວຍເຫ ອປະຊາຊ ນກ ບາ ໃນການຕ ສ ກ ບພະຍາດ covid 19 ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ທີ່ພິທີມອບຮັບເຄື່ອງກຸສົນ, ຄະນະຈັດຕັ້ງໄດ້ເຄື່ອງກຸສົນລວມມີເຂົ້າສານ, ໝີ່, ຜ້າບັງປາກຂ້າເຊື້ອ ໃຫ້ແກ່ຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ເຄື່ອງກຸສົນໃນຄັ້ງນີ້ ໄດ້ຮັບການບໍລິຈາກໂດຍການສະ ໜັບສະໜູນ ຂອງບັນດາວິສາຫະກິດຂະໜາດນ້ອຍຫວຽດນາມ ແລະ ການສະໜັບສະໜູນຂອງສະຖານທູດ ຫວຽດນາມ ປະຈຳກຳປູເຈຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.