ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19

ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19

17:26 | 22/04/2020

ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.    

ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19 ໜັງສືພິມຝຣັ່ງ: ຫວຽດນາມເປັນ “ແບບຢ່າງ” ໃນການຕໍ່ສູ້ກັບໂລກລະບາດພະຍາດ Covid-19
ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19 ບັນດາວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນກຳປູເຈຍ ໃນການຕໍ່ສູ້ກັບພະຍາດ COVID-19
ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19
ທະຫານເຂດ 2 ມອບ ອຸປະກອນການແພດທີ່ມີມູນຄ່າຫຼາຍກ່ວາ 2 ຕື້ດົ່ງ ໃຫ້ບັນດາແຂວງພາກເໜືອ ຂອງລາວ.(ພາບ: Baodienbienphu)

ທະຫານເຂດ 2 ມອບ ອຸປະກອນການແພດທີ່ມີມູນຄ່າຫຼາຍກ່ວາ 2 ຕື້ດົ່ງ ໃຫ້ບັນດາແຂວງພາກເໜືອ ຂອງລາວ

ວັນທີ 21 ເມສານີ້, ຢູ່ດ່ານຊາຍແດນສາກົນໄຕຈາງ, ຄະນະປະຕິບັດງານ ກອງບັນຊາການທະຫານເຂດ 2 ນໍາໂດຍ ທ່ານພົນໂທ ຟ້າມຮົ່ງເຈືອງ, ຜູ້ບັນຊາການທະຫານ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ບັນດາແຂວງພາກເໜືອ ຂອງລາວ ເພື່ອ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກລະບາດCOVID-19.

ທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ ໃຫ້ຮູ້ວ່າ: ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນ, ກອງບັນຊາການທະຫານເຂດ II ໄດ້ຊີ້ນຳບັນດາຫົວໜ່ວຍ, ກອງບັນຊາການທະຫານບັນດາແຂວງ, ນອກຈາກການປະຕິບັດວຽກງານໂຄສະນາການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີແລ້ວ ຫາກຍັງຕ້ອງເພີ່ມທະວີການໜູນຊ່ວຍບັນດາຫົວໜ່ວຍແຮກສ່ຽວ ແລະ ທ້ອງຖິ່ນຕ່າງໃນບໍລິເວນບັນດາແຂວງທາງພາກເໜືອລາວ ດ້ວຍວິທີການພ້ອມແລ້ວທີ່ຈະສົ່ງກຳລັງ, ໜູນຊ່ວຍອຸປະກອນ, ວັດຖຸ… ອີກດ້ວຍເພື່ອເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ບັນລຸໄດ້ປະສິດທິຜົນສູງ.

ໃນພິທີດັ່ງກ່າວ, ຈຳນວນເຄື່ອງອຸປະກອນການແພດທີ່ມອບໂດຍທະຫານເຂດ 2 ໃຫ້ບັນດາແຂວງພາກເໜືອ ຂອງລາວ ປະກອບມີ: ຜ້າອັດປາກຕ້ານເຊື້ອ 90,000 ອັນ; ເຄື່ອງວັດແທກອຸນຫະພູມຮ່າງກາຍ 20 ອັນ; ເອກະສານຕ້ານການລະບາດຂອງກະຊວງປ້ອງກັນປະເທດໄດ້ຖືກແປເປັນພາສາລາວ 60 ຊຸດ. ມູນຄ່າຂອງຂວັນທັງໝົດແມ່ນຫຼາຍກວ່າ 2 ຕື້ດົ່ງ.

ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19
ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງຈີ້ ມອບ ເຂົ້າສານ 2 ໂຕນ ແລະ ຜ້າອັດປາກ 300 ອັນ ໃຫ້ແກ່ປະຊາຊົນແຂວງສາລະວັນ.(ພາບ:Baobienphong)


ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງຈີ້ ມອບ ເຂົ້າສານ 2 ໂຕນ ແລະ ຜ້າອັດປາກ 300 ອັນ ໃຫ້ແກ່ປະຊາຊົນແຂວງສາລະວັນ

ຄະນະປະຕິບັດງານ ກອງບັນຊາການທະຫານຊາຍແດນແຂວງກວາງຈີ້ ນຳໂດຍ ພັນໂທ ຫງວຽນຊວນຕວ່ານ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວາງຈີ້ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ໃຫ້ກໍາລັງໃຈບັນດາຄອບຄົວປະສົບກັບຄວາມເສຍຫາຍຍ້ອນລົມພາຍຸ ຢູ່ 2 ຕາແສງ ອາບືງ ແລະ ອາງໍ (ເມືອງ ດັກນົງ, ກວາງຈີ້); ມອບເຂົ້າສານ ແລະ ອຸປະກອນການແພດໃຫ້ປະຊາຊົນ ແລະ ກຳລັງປະກອບອາວຸດ ເມືອງສະໝ້ວຍ ແຂວງສາລະວັນ, ລາວ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງຈີ້ ໄດ້ມອບເຂົ້າສານ 2 ໂຕນ, ຜ້າອັດປາກ 300 ອັນ ແລະ ນໍ້າຢາຂ້າເຊື້ອ 20 ຂວດ ໃຫ້ປະຊາຊົນ ແລະ ກຳລັງປະກອບອາວຸດເມືອງສະໝ້ວຍ ແຂວງສາລະວັນ, ລາວ.

ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19 ສື່ມວນຊົນສາກົນ: ຫວຽດນາມ ມີມາດຕະການຮັບມືຢ່າງໄວວາ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາປະເທດອື່ນສະກັດກັ້ນກັບໂຄວິດ-19

ຍສໝ - ສື່ມວນຊົນສາກົນສືບຕໍ່ມີບັນດາການຕີລາຄາສູງຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19.

ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19 ອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ ຢູ່ ທະເລຕາເວັນອອກ

ຍສໝ - ຕໍ່ໜ້າເລື່ອງ ລັດຖະບານຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າ“ເມືອງຊີຊາ” ແລະ “ເມືອງ ໜານຊາ” (ໝາຍເຖິງເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ) ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນ ໄດ້ຖືວ່າ ລັດຖະບານ ຟິລິບປິນ ຄວນຕ້ອງຄັດຄ້ານເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງຊີຊາ ແລະ ເມືອງໜານຊາ.

ດ ຽນບຽນ ແລະ ກວາງຈ ໄດ ມອບເຂ າສານ ແລະ ອ ປະກອນການແພດເພ ອສະໜ ບ ສະໜ ນ ລາວ ໃນການຕ ສ ກ ບ ໂລກລະບາດ covid 19 ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ຍສໝ - ອາຊຽນຈະສືບຕໍ່ຮ່ວມມືເພື່ອແນໃສ່ຮັບປະກັນການສະໜອງສະບຽງອາຫານຢ່າງຄົບຖ້ວນ, ມີຄຸນນະພາບ, ປອດໄພ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໃນພາກພື້ນ ແລະ ພາຍຫຼັງເກີດໂລກລະບາດ Covid - 19.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.