| ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ | |
| ຕຳຫຼວດແຂວງກວາງຈິ ຊ່ວຍເຫຼືອ ລາວ ມອດໄຟໄໝ້ລາມປ່າ, ປົກປັກຮັກສາເຂດທີ່ຢູ່ອາໄສຂອງປະຊາຊົນ |
ກ່າວຄຳປາໄສອວຍພອນໃນພິທີພົບປະ, ທ່ານ ດັ້ງງັອກເຮົ້າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ເນັ້ນໜັກວ່າ: “ຕະຫຼອດໄລຍະຜ່ານມາ, ແຂວງ ເຊີນລາ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ເພີ່ມທະວີສາຍພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ສປປ ລາວ ຢ່າງບໍ່ຢຸດຢັ້ງ. ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການຮ່ວມມືໃນຫຼາຍຂົງເຂດໄດ້ຮັບການຮັກສາໄວ້ຢ່າງເປັນປົກກະຕິ, ແທດຕົວຈິງ ແລະ ມີປະສິດທິຜົນ.
![]() |
| ບັນດາການເຄື່ອນໄຫວສະເຫຼີມສະຫຼອງບຸນປີໃໝ່ປະເພນີ ສປປ ລາວ ພສ 2569 (ປີ 2026). (ຮູບ: ທຸຍຮ່າ/laocai.gov.vn) |
ໂດຍສະເພາະ, ແຂວງ ເຊີນລາ ໄດ້ຕັ້ງໜ້າຊ່ວຍເຫຼືອບັນດາແຂວງພາກເໜືອຂອງລາວ ໃນການພັດທະນາພື້ນຖານໂຄງລ່າງ ແລະ ສະຫວັດດີການສັງຄົມ, ໂດຍມີຫຼາຍກິດຈະກຳທີ່ສະແດງໃຫ້ເຫັນເຖິງຂີດໝາຍແຫ່ງມິດຕະພາບ ເຊັ່ນ: ໂຮງຮຽນ, ສະຖານທີ່ກໍ່ສ້າງບຳລຸງ, ກິດຈະກຳໄຟຟ້າ, ຂໍ້ມູນຂ່າວສານ ແລະ ການສື່ສານ… ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັດແໜ້ນສາຍພົວພັນອັນສະໜິດແໜ້ນລະຫວ່າງທ້ອງຖິ່ນຂອງສອງປະເທດ.
ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 (ປີ 2026), ຕາງໜ້າການນຳແຂວງ ເຊີ້ນລາ, ທ່ານ ດັ້ງງັອກເຮົ້າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີ້ນລາ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວທຸກຄົນ ພ້ອມດ້ວຍຄອບຄົວ. ຫວັງຢ່າງຍິ່ງວ່ານັກສຶກສາລາວຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງສອງປະເທດ, ຕັ້ງໃຈສຶກສາຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີ ເພື່ອພາຍຫຼັງກັບຄືນປະເທດຊາດ ຈະໄດ້ປະກອບສ່ວນອຸທິດເຫື່ອແຮງໃຫ້ແກ່ປະເທດລາວ”.
ໃນແຜນງານດັ່ງກ່າວ, ທ່ານ ດັ້ງງັອກເຮົ້າ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ມອບຂອງຂວັນບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ທີ່ພວມສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລ ໄຕບັກ (Tay Bac), ວິທະຍາໄລສາທາລະນະສຸກ, ວິທະຍາໄລ ເຊີນລາ. ເນື່ອງໃນໂອກາດນີ້, ຄະນະບໍລິຫານງານຊາວໜຸ່ມແຂວງ ເຊີ້ນລາ ກໍ່ໄດ້ຍ້ອງຍໍຊົມເຊີຍນັກສຶກສາລາວດີເດັ່ນ 37 ທ່ານ ທີ່ມີຜົນງານການຮຽນດີ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຊາວໜຸ່ມ, ສະມາຄົມຢ່າງຕັ້ງໜ້າ.
ບັນດາການເຄື່ອນໄຫວທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ເຊີນລາ ຈັດຂຶ້ນເປັນປະຈຳທຸກປີ ໃນໂອກາດບຸນປີໃໝ່ປະເພນີລາວ ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາລາວຜ່ອນຄາຍຄວາມຄິດຮອດບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ ໃຫ້ “ຂຽວສົດງົດງາມຕະຫຼອດກາລ, ໝັ້ນຄົງຂະໜົງແກ່ນຊົ່ວຊກັລປະສານ”.
ຕາມຂໍ້ມູນໃຫ້ຮູ້ວ່າ ຮອດປະຈຸບັນ, ແຂວງ ເຊີນລາ ໄດ້ຮັບ ແລະ ກໍ່ສ້າງນັກສຶກສາລາວໄປແລ້ວຫຼາຍກວ່າ 7.650 ທ່ານ, ໃນນັ້ນ ປະຈຸບັນມີນັກສຶກສາຫຼາຍກວ່າ 1.000 ທ່ານ ພວມສຶກສາຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ, ສະຖານທີ່ກໍ່ສ້າງ ແລະ ບຳລຸງ ໃນທົ່ວແຂວງ. ນັກສຶກສາລາວໄດ້ຮັບການກໍ່ສ້າງໃນຫຼາຍຂະແໜງການທີ່ສຳຄັນ ເຊັ່ນ: ຄູອາຈານ, ສາທາລະນະສຸກ, ກະສິກຳ, ເສດຖະກິດ, ເຕັກນິກ… ໂດຍມີອັດຕາການຈົບການສຶກສາສູງ, ໃນນັ້ນມີນັກສຶກສາຫຼາຍທ່ານມີຜົນການຮຽນດີເລີດ.
ພາຍຫຼັງກັບຄືນປະເທດ, ນັກສຶກສາລາວຫຼາຍທ່ານໄດ້ເຂົ້າເຮັດວຽກຢູ່ບັນດາອົງການຈັດຕັ້ງຂອງລັດ, ຫົວໜ່ວຍວິຊາການ ແລະ ວິສາຫະກິດ, ຫຼາຍທ່ານໄດ້ ແລະ ພວມດຳລົງຕຳແໜ່ງການນຳ, ການຄຸ້ມຄອງທີ່ສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງບັນດາແຂວງພາກເໜືອຂອງລາວເວົ້າສະເພາະ, ທັງເປັນການຢືນຢັນ ແລະ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ, ລະຫວ່າງແຂວງ ເຊີ້ນລາ ກັບບັນດາແຂວງພາກເໜືອຂອງລາວເວົ້າລວມ.
| ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026 ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້ເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືລະອຽດ ໃນບັນດາຂົງເຂດຈຸດສຸມ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ຕັດສິນໃຈເຮັດໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ບັນດາຕົວເລກສະຖິຕິໃໝ່. |
| ສານຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນບຸນປີໃໝ່ລາວ ຍສໝ - ໃນສານອວຍພອນບຸນປີໃໝ່ລາວ ພສ 2569, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈກັນຊຸກຍູ້ການພັດທະນາແບບຍືນຍົງ. |
