ນັກຊ່ຽວຊານລັດເຊຍ ຕີລາຄາສູງ ຫວຽດນາມ ໃນບັນຫາທະເລຕາເວັນອອກ

10:29 | 16/04/2020

ຍສໝ - ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື
ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ ສື່ມວນຊົນສາກົນ ຕີລາຄາສູງ ຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19
ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ
ທ່ານສາດສະດາຈານ Vladimir Kolotov. (ພາບ: Facebook)

ກ່ຽວກັບເລື່ອງຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສົ່ງຈົດໝາຍທາງການໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານຄຳຮຽກສິດຂອງຈີນ ສຳລັບທະເລຕາເວັນອອກ ແລະ ຢັ້ງຢືນ ອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານສາດສະດາຈານ Vladimir Kolotov ສັງກັດມະຫາວິທະຍາໄລສັງລວມ Saint Petersburg ເນັ້ນໜັກວ່າ, “ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ” ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ “ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງຕົນ ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ເຄົາລົບບັນດາບັນທັດຖານຂອງກົດໝາຍສາກົນ”.

ນັກຊ່ຽວຊານກ່ຽວກັບບັນດາບັນຫາຄວາມໝັ້ນຄົງສາກົນ Grigory Trofimchuk ຖືວ່າ, ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນບັນຫາໃນການພົວພັນລະຫວ່າງຫວຽດນາມ - ຈີນ, ແມ່ນບັນຫາຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ, ຫາກຍັງແມ່ນບັນຫາສຳຄັນສຳລັບສະຫະປະຊາຊາດອີກດ້ວຍ. ທ່ານ Grigory Trofimchuk ກໍ່ຢືນຢັນວ່າ, ເລື່ອງສົ່ງຈົດໝາຍທາງການໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອຄັດຄ້ານບັນດາຄຳຮຽກສິດຂອງຈີນ ສຳລັບທະເລຕາເວັນອອກ ແລະ ການຢັ້ງຢືນ ອະທິປະໄຕສຳລັບ ສອງ ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ແມ່ນບາດກ້າວເດີນອັນຖືກຕ້ອງຂອງຫວຽດນາມ.

ວັນທີ 20 ມີນາ 2020, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ສື່ສັງຄົມອອນລາຍທີ່ຈົດທະບຽນເປັນອົງການຕາງ ໜ້າຂອງ ຈີນ ຢູ່ ຕ່າງປະເທດໄດ້ເອົາຮູບ ແຜນທີ່ ຈີນ ທີ່ມີ “ເສັ້ນ 9 ຕອນ” ລົງໃນ ສື່ດັ່ງກ່າວ.ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາສຳລັບບັນດາເຂດທະເລ ທີ່ໄດ້ ກຳນົດຢ່າງ ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັ້ນແລ້ວ, ຫວຽດນາມ ບໍ່ຮັບຮູ້ບໍ່ວ່າການຮຽກສິດທາງທະເລໃດໆຂອງ ຈີນ ທີ່ອີງໃສ່ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ.

ວັນທີ 15 ເມສາ 2020, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບເລື່ອງມີ ກ່ຳປັ່ນຝູງໜຶ່ງຂອງຈີນ ພວມເດີນທະເລເຂົ້າເຂດເສດຖະກິດພິເສດຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ. ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ກົດໝາຍສາກົນໃນບັນດາການເຄື່ອນໄຫວຂອງຕົນ ແລະ ປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ.

ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື

ຍສໝ - ບັນດາຜູ້ແທນຕີລາຄາສູງ ຫວຽດນາມ ໄດ້ຕັ້ງຫນ້າ ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການສະກັດກັ້ນໂລກລະບາດໂຄວິດ 19 ຂອງພາກພື້ນ ແລະປະຊາຄົມສາກົນ.

ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ ສື່ມວນຊົນສາກົນ ຕີລາຄາສູງ ຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19

ຍສໝ - ບັນດາມາດຕະການ ແລະ ບັນດາການປະກອບສ່ວນ ຂອງ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ສືບຕໍ່ໄດ້ຮັບການຕີລາຄາວ່າ ແມ່ນວ່ອງໄວ, ຂ້ຽວຂາດຈາກຫາງສຽງສາກົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຂອງທົ່ວປວງຊົນ.

ນ ກຊ ຽວຊານລ ດເຊຍ ຕ ລາຄາສ ງ ຫວຽດນາມ ໃນບ ນຫາທະເລຕາເວ ນອອກ WHO ຕີລາຄາສູງ ຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມໃນການປ້ອງກັນ,ຄວບຄຸມໂລກພະຍາດ Covid-19

ຍສໝ - ທ່ານ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈໍາຫວຽດນາມ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມຂອງລັດຖະບານຫວຽດນາມ ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ ແລະ ຖືວ່າ, ຫວຽດນາມ ຍັງແມ່ນສະຖານທີ່ປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.