ໂທລະເລກ, ຈົດໝາຍ ແລະ ສານອວຍພອນບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ

11:03 | 10/04/2026

ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ

ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ
ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ
ໂທລະເລກ, ຈົດໝາຍ ແລະ ສານອວຍພອນບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ

(ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​​ການເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ )

ເນື່ອງໃນໂອກາດ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບ​​ການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ, ທ່ານ ເລມິນຮຶງ ໄດ້​​ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ການນຳ ລາວ ໄດ້ສົ່ງໂທລະເລກ, ົດໝາຍ ແລະ ສານອວຍພອນເຖິງບັນດາການນຳ ຫວຽດນາມ.

ທ່ານ ທອງລຸນ ສີສຸລິ, ເລຂາທິການໃຫຍ່, ປະທານປະເທດ ລາວ ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພ້ອມກັບບັນດາສະຫາຍການນຳພັກ, ລັດ ຫວຽດນາມ ສືບຕໍ່ນຳພາປະເທດຊາດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດໄດ້ບັນດາຜົນງານໃໝ່ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ໃຫຍ່ຫຼວງກວ່າ, ປະຕິບັດສຳເລັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ​, ຍຸຕິທຳ ແລະ ສີວິໄລ.

ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕາມ vov.vn

ຕາມ https://vovworld.vn/lo-LA/khaawedn/othlaelk-chodhmaany-eila-saanwnyphnbndaasahaanykaannamhlkeihlngkhng-hwnydnaam-2425981.vov5

ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່

ຍສໝ - ເນື່ອງ​ໃນ​ໂອ​ກາດ​ເປີດ​ສົກ​ຮຽນ​ໃໝ່ 2023-2024, ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ.

ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ. ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ.

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02 ກັນຍາ1945 – 02 ກັນຍາ 2023), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍປະເທດໄດ້ສົ່ງສານອວຍພອນເຖິງ ການນຳພັກ ແລະ ລັດ ຫວຽດນາມ.