ສື່ມວນຊົນສາກົນ ຕີລາຄາສູງ ຕໍ່ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19

16:00 | 13/04/2020

ຍສໝ - ບັນດາມາດຕະການ ແລະ ບັນດາການປະກອບສ່ວນ ຂອງ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ສືບຕໍ່ໄດ້ຮັບການຕີລາຄາວ່າ ແມ່ນວ່ອງໄວ, ຂ້ຽວຂາດຈາກຫາງສຽງສາກົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຂອງທົ່ວປວງຊົນ.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19
ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19

ໃນໄລຍະຜ່ານມາ, ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມຄວບຄຸມ, ຮັບມືກັບພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສົມທົບກັບປະເທດຕ່າງໆຕໍ່ໜ້າສິ່ງທ້າທາຍລວມຢ່າງທັນການ.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19
ສື່ມວນຊົນສາກົນ ຕີລາຄາສູງ ຫວຽດນາມ ໄດ້ໜູນຊ່ວຍບັນດາປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19 (ພາບ:baoquocte.vn)

ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ ແລະພວມພ້ອມກັບບັນດາປະເທດອາຊຽນຍົກສູງຈິດໃຈປະຊາຄົມ “ສະໜິດຕິດພັນ ແລະເປັນເຈົ້າການໃນການຮັບມື” ປະຕິບັດບັນດາມາດຕະການຢ່າງແຮງ, ສົມທົບກັນເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກັບບັນດາປະເທດ G20 ແລະບັນດາຄູ່ຮ່ວມມື.

ວັນທີ 09 ເມສາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19 ເພື່ອພ້ອມກັນຄວບຄຸມໂລກລະບາດອັນຕະລາຍນີ້. ຕາມຖະແຫຼງການທີ່ໄດ້ຍົກອອກມາພາຍຫລັງກອງປະຊຸມທາງອອນລາຍຂອງສະພາປະສານງານ ອາຊຽນ ຄັ້ງທີ 25 ກ່ຽວກັບໂຄວິດ-19, ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ຕາມຖະແຫຼງການດັ່ງກ່າວ, ບັນດາລັດຖະມົນຕີກໍ່ສະແດງ ຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມກ່ວາອີກ ແນໃສ່ຄວບຄຸມໂຄວິດ-19 ແລະ ບັນດາຜົນກະທົບເສດຖະກິດ ແລະ ສັງຄົມ ເຊິ່ງໂລກລະບາດກໍ່ຂຶ້ນໃຫ້ແກ່ພາກພື້ນ, ພິເສດແມ່ນໃນວິວັດການສ້າງປະຊາຄົມ ອາຊຽນ.

ໃນວັນທີ 8 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານ “ສາມັກຄີກັນຕ້ານພະຍາດໂຄວິດ-19” ເຖິງກອງປະຊຸມອອນລາຍບັນດາລັດຖະມົນຕີສາທາລະນະສຸກພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ (WHO), ໃນນັ້ນຊີ້ແຈ້ງວ່າ ຫວຽດນາມ ຂໍແບ່ງປັນຄວາມເຫັນລວມກ່ຽວກັບຄວາມສໍາຄັນຂອງການຮ່ວມມືສາກົນ. ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ, ການນໍາກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບການນໍາປະເທດຕ່າງໆເປັນປະຈໍາ, ຄື: ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ, ທ່ານ Andrej Babis ນາຍົກລັດຖະມົນຕີແຫ່ງ ສ.ເຊັກໂກ, ທ່ານ ຫຼີເຄີສຽງ ນາຍົກລັດຖະມົນຕີຈີນ... ເພື່ອພ້ອມກັນແບ່ງປັນບົດຮຽນ ແລະສະເໜີບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານຂອງລັດຖະບານຫວຽດນາມ ເຖິງ ກອງປະຊຸມອອນລາຍ WHO.(ພາບ: VGP)

ທ່ານນາຍົກລັດຖະມົນຕີກໍ່ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ກ່າວວ່າ. “ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ຖືການຕ້ານໂລກລະບາດຄືດັ່ງຕ້ານສັດຕູ, ລັດຖະບານ ຫວຽດນາມ ເດັດດ່ຽວປະຕິບັດບັນດາມາດຕະການຢ່າງຄົບຊຸດ ແລະ ມີໄຫວພິບ, ໃນນັ້ນມີການແຍກຕົວລວມໝູ່ຂອງຊາວຫວຽດນາມ ທີ່ກັບມາຈາກຕ່າງປະເທດ, ຊາວຕ່າງປະເທດທີ່ ມາຫວຽດນາມ ແລະ ບັນດາເປົ້າໝາຍທີ່ໄດ້ສຳຜັດ, ພົບປະກັບຜູ້ຕິດເຊື້ອທີ່ກວດພົບ. ພ້ອມທັງ, ປະຕິບັດໜ້າທີ່ຄວບຄູ່, ນັບທັງການໃຫ້ບຸລິມະສິດການຄວບຄຸມ, ສະກັດກັ້ນໂຄວິດ-19, ທັງສືບຕໍ່ຮັກສາ ສະຖຽນລະພາບໃນການພັດທະນາເສດຖະກິດ-ສັງຄົມ, ບໍ່ປະໃຫ້ລົ້ມລະລາຍ. ລັດຖະບານໄດ້ກຳນົດອາດຈະ ຍອມຮັບຄວາມເສຍຫາຍທາງດ້ານເສດຖະກິດ ເພື່ອປົກປ້ອງຊີວິດ, ສຸຂະພາບໃຫ້ປະຊາຊົນ”.

ຕອນບ່າຍວັນທີ 9 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ແລະ ເປັນຄັ້ງທຳອິດທີ່ປຶກສາຫາລືກ່ຽວກັບໂລກລະບາດ ໂຄວິດ-19 ຕາມຂໍ້ສະເໜີຂອງ ຫວຽດນາມ ແລະ 8 ປະເທດ ສະມາຊິກບໍ່ປະຈຳການອື່ນຂອງ ສະຫະປະຊາຊາດ.

ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີ, ການປະສານງານສາກົນ, ຫຼາຍຝ່າຍໃນສະພາບການຄືໃນປັດຈຸບັນ, ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ, ລະບົບ ສປຊ, ບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີ ອົງການອະນາໄມໂລກ (WHO), ບັນດາອົງການຈັດຕັ້ງການເງິນ, ເສດຖະກິດສາກົນ, ບັນດາອົງການໃນພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຕ່າງໆເພີ່ມທະວີການສົມທົບເພື່ອແນໃສ່ຮັບໃຊ້ບຸລິມະສິດແມ່ນໜູນຊ່ວຍບັນດາປະເທດຖືກຜົນສະທ້ອນ.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19
ທ່ານ Donal Trump ປະທານາທິບໍດີອາເມລິກາສະແດງຄວາມຂອບໃຈຫວຽດນາມ ລົງ Twitter ໃນວັນທີ 9 ເມສາ

ເຖິງວ່າຖືກຜົນສະທ້ອນຫຼາຍຈາກພະຍາດໂຄວິດ-19, ແຕ່ລັດຖະບານ, ປະຊາຊົນຫວຽດນາມ ໄດ້ຕົກລົງມອບອຸປະກອນການແພດດ້ວຍຍອດມູນຄ່າກວ່າ 7 ຕື້ດົ່ງໃຫ້ລັດຖະບານ, ປະຊາຊົນລາວ ແລະລັດຖະບານ, ປະຊາຊົນກໍາປູເຈຍ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໜູນຊ່ວຍໃຫ້ກະຊວງປ້ອງກັນປະເທດລາວ ອຸປະກອນການແພດຕ້ານພະຍາດໂຄວິດ-19 ດ້ວຍຍອດມູນຄ່າກວ່າ 3 ຕື້ດົ່ງ, ຈັດສົ່ງຄະນະຊ່ຽວຊານແພດໝໍໄປລາວ ເພື່ອຊ່ວຍເຫຼືອ, ແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ ໄດ້ສະໜັບສະໜູນຜ້າອັດປາກ-ດັງ ໃຫ້ປະເທດ ຝຣັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ ແລະ ອັງກິດ 550.000 ອັນ ແລະ ສົ່ງຜ້າອັດປາກ-ດັງໃຫ້ປະເທດ ກຳປູເຈຍ 390.000 ອັນ ແລະ ລາວ ແມ່ນ 340.000 ອັນ. ຫວຽດນາມ ກໍ່ໄດ້ມອບສົ່ງໃຫ້ ອາເມລິກາ ເຄື່ອງນຸ່ງປ້ອງກັນພະຍາດ 450.000 ຊຸດ ແລະ ໄດ້ຮັບຄຳຂອບໃຈຈາກທ່ານປະທານາທິບໍດີ ອາເມລິກາ Donald Trump.

ວັນທີ 7 ເມສາ, ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 550.000 ອັນໃຫ້ 5 ປະເທດ ເອີຣົບ, ໃນນັ້ນ ມີປະເທດ ອີຕາລີ, ແນໃສ່ໜູນຊ່ວຍບັນດາປະເທດຕໍ່ສູ້ກັບໂລກລະບາດໂຄວິດ-19. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ VTC News, ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro ໃຫ້ຮູ້ວ່າ: ນີ້ແມ່ນຂອງຂວັນທີ່ມີຄວາມໝາຍແທດຈິງທີ່ສຸດ, ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນ ອີຕາລີ ປ້ອງກັນ, ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນກ່ວາອີກ. ເມື່ອຕີລາຄາກ່ຽວກັບຄວາມມານະພະຍາຍາມສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ອີຕາລີ ຖືວ່າ: ຫວຽດນາມ ໄດ້ຜັນຂະຫຍາຍການຕໍ່ສູ້ປ້ອງກັນ, ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນ.

ກະຊວງການຕ່າງປະເທດ ອີຕາລີຫາກໍ່ສົ່ງຈົດໝາຍເຖິງທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນນັ້ນໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການໜູນຊ່ວຍປະເທດນີ້ຮັບມືກັບໂລກລະບາດ ໂຄວິດ-19.

ຈົດໝາຍໄດ້ຊີ້ແຈ້ງວ່າ ໃນໄລຍະທີ່ປະສົບກັບສິ່ງທ້າທາຍຄືໃນປັດຈຸບັນ, ການພົວພັນອັນເລິກເຊິ່ງລະຫວ່າງ ສອງປະເທດໄດ້ສະແດງອອກໃຫ້ເຫັນຜ່ານຄວາມສາມັກຄີຢູ່ຫຼາຍຂັ້ນ, ປັດຈຸບັນລັດຖະບານອີຕາລີ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ ໂຄວິດ-19, ດູແລໃຫ້ບັນດາຜູ້ຖືກຜົນສະທ້ອນ ແລະ ຮັບມືກັບບັນດາຜົນກະທົບດ້ານເສດຖະກິດທີ່ເກີດຈາກໂລກລະບາດ ໂຄວິດ-19 ນີ້. ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ. ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.” ທ່ານ Luciana Lamorgeseລັດຖະມົນຕີກະຊວງພາຍໃນ ອີຕາລີກໍ່ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈເຖິງທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ.

ໜັງສືພິມ ອິນເດຍ ໄດ້ຕີລາຄາສູງການຮ່ວມມືຂອງປະຊາຊົນ ໄດ້ຊ່ວຍໃຫ້ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ-19. ບັນດາມາດຕະການຄວບຄຸມໂຄວິດ-19 ອາດຈະຖືວ່າແມ່ນຜົນສຳເລັດຂອງປະເທດນ້ອຍ ແລະ ມີແຫລ່ງກຳລັງຈຳກັດຄື ຫວຽດນາມ, ປະຊາຄົມສາກົນຄວນສົນໃຈ ແລະ ຮ່ຳຮຽນຕາມ. ນັ້ນແມ່ນຂໍ້ສັງເກດຂອງໜັງສືພິມ ອິນເດຍ (Times of India) ສະບັບອອກວັນທີ 10 ເມສາ ເມື່ອເຕື້ອງເຖິງຜົນສຳເລັດຂອງ ຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19
ສະຖານທູດເຢຍລະມັນປະຈຳຫວຽດນາມ ເອົາຄຳຂອບໃຈຫວຽດນາມລົງໜ້າ Facebook ຂອງຕົນ. (ພາບ: ສະຖານທູດເຢຍລະມັນປະຈຳຫວຽດນາມ)

ພາຍໃຕ້ຫົວຂໍ້ວ່າ “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ”, ຫວ່າງມໍ່ໆມານີ້, ເວບໄຊ OJODIGITA ຂອງອາກຊັງຕິນ ໄດ້ມີບົດຂຽນຍ້ອງຍໍຊົມເຊີຍບັນດາຜົນສຳເລັດຂອງຫວຽດນາມ ໃນການສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ -19. ບົດຂຽນໃຫ້ຮູ້ວ່າ, ໃນຂະນະທີ່ຫຼາຍປະເທດໃນໂລກມີຜູ້ເສຍຊີວິດຍ້ອນໂລກລະບາດເປັນຈຳນວນຫຼາຍນັ້ນ, ມາຮອດປະຈຸບັນຫວຽດນາມ ຍັງບໍ່ທັນມີຜູ້ເສຍຊີວິດຈັກຄົນ.

ຜົນສຳເລັດຂອງຫວຽດນາມ ໃນການຕໍ່ສູ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ຮັບການຕີລາຄາສູງຈາກລັດຖະບານບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ບໍ່ພຽງແຕ່ແກ້ໄຂບັນດາການຜັນແປຈາກໂລກລະບາດຢູ່ພາຍໃນປະເທດ ເປັນຢ່າງດີເທົ່ານັ້ນ, ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັບຫຼາຍປະເທດໃນໂລກໃນວິກິດການດ້ານການແພດທົ່ວໂລກນີ້, ໂດຍຜ່ານການມອບເຄື່ອງອຸປະກອນປ້ອງກັນການຕິດເຊື້ອໃຫ້ແກ່ອີຕາລີ, ແອັດສະປາຍ, ເຢຍລະມັນ, ຝລັ່ງ, ລາວ ແລະ ກຳປູເຈຍ.

ການກະທໍານີ້ສະແດງໃຫ້ເຫັນອາລົມຈິດຂອງຫວຽດນາມ, ແມ່ນກຽມພ້ອມແບ່ງປັນແຫຼ່ງກໍາລັງກັບລັດຖະບານ ແລະປະຊາຊົນບັນດາປະເທດ, ໃນເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະພວມຕ້ອງປະເຊີນໜ້າກັບພະຍາດໂຄວິດ-19. ນໍ້າໃຈຂອງຫວຽດນາມ ໄດ້ຮັບການຮັບຮູ້ຈາກຫຼາຍປະເທດ. ທ່ານ Donald Trump ປະທານາທິບໍດີອາເມລິກາ ແລະທ່ານ Tom Cotton ສະມາຊິກສະພາສູງ ໄດ້ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍອຸປະກອນການແພດ. ສະຖານທູດບັນດາປະເທດ: ເຢຍລະມັນ, ຝະລັ່ງ, ອັງກິດ ປະຈໍາ ຫວຽດນາມ ກໍ່ສະແດງຄວາມຂອບໃຈຕໍ່ການກະທໍາອັນດີງາມຂອງຫວຽດນາມ.

ມາຮອດປັດຈຸບັນ, ໂລກລະບາດ ໂຄວິດ-19 ໄດ້ແຜ່ລາມເຖິງ 209 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ບັນດາປະເທດກໍ່ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 422.558 ຄົນ ໄດ້ຮັບການປິ່ນປົວຫາຍດີໃຫ້ເປັນປົກກະຕິ. ອາເມລິກາ ແລະ ອັງກິດ ແມ່ນ 2 ປະເທດທີ່ມີຈຳນວນຜູ້ຕິເຊື້ອພະຍາດ ໂຄວິດ-19 ແລະ ຈຳນວນຜູ້ເສຍຊີວິດກໍລະນີໃໝ່ຕື່ມອີກຫຼາຍທີ່ສຸດໃນໂລກພາຍໃນເວລາ 24ຊົ່ວໂມງທີ່ຜ່ານມາ. ທີ່ອາເມລິກາ, ປະເທດນີ້ໄດ້ຢັ້ງຢືນວ່າ ໃນວັນທີ 12 ເມສາ, ມີຜູ້ເສຍຊີວິດຕື່ມອີກ 1.414 ຄົນ, ຍົກຍອດຈຳນວນຜູ້ເສຍຊີວິດຂຶ້ນເຖິງ 21.991 ຄົນ.
ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບສັນຍາລັກເງິນຈໍານວນ 50.000 ໂດລາສະຫະລັດຂອງຫວຽດນາມ ໃຫ້ແກ່ລັດຖະບານ ແລະປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ-19.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19

ຍສໝ - ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ໄດ້ຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020.

ສ ມວນຊ ນສາກ ນ ຕ ລາຄາສ ງ ຕ ບ ນດາການປະກອບສ ວນຢ າງຕ ງໜ າຂອງຫວຽດນາມ ໃນການຕ ສ ປ ອງກ ນ ສະກ ດກ ນໂລກລະບາດ ໂຄວ ດ 19 ສື່​ມວນ​ຊົນ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ຍສໝ - ສື່ມວນຊົນເຢຍລະມັນແລະເອີລົບໄດ້ລົງຂ່າວ, ຕີລາຄາສູງເລື່ອງຫວຽດນາມມອບຜ້າອັດປາກ - ດັງໃຫ້ແກ່ບັນດາປະເທດເອີລົບໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ໄຊພອນ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.