CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

17:04 | 10/08/2024

ຍສໝ - ໃນລະຫວ່າງວັນທີ 6-7 ສິງຫາ, ຢູ່ ກ່າເມົາ, ອົງການ CARE ສາກົນ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ ກ່າເມົາ ຝຶກອົບຮົມ, ແນະນຳ, ຕິດຕາມ ແລະ ຕີລາຄາໂຄງການ 8 “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍ”.

ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ເອົາ​ຫາດ​ຊາຍ ໝີ​ເຄ ຂອງ ຫວຽດ​ນາມ ເຂົ້າ​ໃນ Top ຫາດ​ຊາຍ​ງາມ​ທີ່​ສຸດ​ ອາ​ຊີ
ບັນດາຄ້າຍທະຫານ​ຊາຍ​ແດນກອນຕຸມ ແຮກສ່ຽວກັບ​ຕາ​ແສງຊາຍແດນ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ​ແຫ່ງ​ຊາດ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພາຍ​ໃຕ້​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ ​ໄລຍະທີ 1 ປີ 2021 – 2025, ຕາມ​ປຶ້ມຄູ່ມື​ແນະ​ນຳ​ຂອງ​ສູນ​ກາງສະຫະພັນ​ແມ່ຍິງ ຫວຽດນາມ.

ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 82 ທ່ານ, ໃນນັ້ນ ມີປະທານ, ຮອງປະທານສູນກາງສະຫະພັນແມ່ຍິງ, ສະມາຊິກຄະນະປະຈໍາສະຫະພັນແມ່ຍິງບັນດາເມືອງ, ນະຄອນ, 29 ຕາແສງ, ເທສະບານເມືອງ, ພ້ອມກັບຫົວໜ້າສະມາຄົມແມ່ຍິງ ທີ່ຕາງໜ້າໃຫ້ແກ່ 65 ໝູ່ບ້ານ ແລະ ກຸ່ມບ້ານໃນບໍລິເວນໂຄງການ.

CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ນັກຊ່ຽວຊານ ດັ້ງດິ່ງຫງອກ, ທີ່ປຶກສາດ້ານນະໂຍບາຍ ແລະ ການບໍລິຫານລັດ - ອົງການ CARE ສາກົນ ປະຈຳ ຫວຽດນາມ ໄດ້ສັງເຂບກ່ຽວກັບການຕິດຕາມກວດກາ ແລະ ຕີລາຄາການຈັດຕັ້ງປະຕິບັດໂຄງການ 8. ພາບ: ໜັງສືພິມກ່າເມົາ

ຢູ່ທີ່ນີ້, ນັກຊ່ຽວຊານ ດັ້ງດິ່ງຫງອກ, ທີ່ປຶກສາດ້ານນະໂຍບາຍ ແລະ ການບໍລິຫານລັດ, ອົງການ CARE ສາກົນ ປະຈຳ ຫວຽດນາມ ໄດ້ສັງເຂບກ່ຽວກັບໂຄງການ 8, ວຽກງານການຕິດຕາມກວດກາ ແລະ ຕີລາຄາການຈັດຕັ້ງປະຕິບັດໂຄງການ; ທຳຄວາມຮູ້ຈັກກັບເຄື່ອງມືການຕິດຕາມ, ປະຕິບັດການຊອກຮູ້ກ່ຽວກັບຫົວຂໍ້ການຕິດຕາມ ແລະ ວິທີການວາງແຜນການຕິດຕາມ; ກໍ່ສ້າງແຜນການຕິດຕາມກວດກາຢູ່ຮາກຖານ.

ໂຄງການ “ປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບັນດາບັນຫາຮີບດ່ວນສຳລັບແມ່ຍິງ ແລະ ເດັກນ້ອຍ” (ໂຄງການ 8) ແມ່ນ 1 ໃນ 10 ໂຄງການຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດ ເພື່ອພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ.

ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 51 ແຂວງ, ນະຄອນໃນທົ່ວປະເທດ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ປ່ຽນແປງອະຄະຕິ, ເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈ, ປົກປ້ອງ ແລະ ເບິ່ງແຍງແມ່ຍິງ ແລະ ເດັກນ້ອຍ, ປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສຸມໃສ່ແກ້ໄຂບາງບັນຫາຮີບດ່ວນຂອງແມ່ຍິງ ແລະ ເດັກນ້ອຍໃນເຂດທີ່ຫຍຸ້ງຍາກພິເສດ ຢ່າງມີປະສິດທິຜົນ.

CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ບັນດາຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ໄດ້ແບ່ງ​ກຸ່ມ​ເພື່ອ​ປຶກສາ​ຫາລື. ພາບ: ໜັງສືພິມກ່າເມົາ

ຕາມ​ທ່ານ​ນາງ ຕຽວຫວຽດຕຽນ, ຮອງ​ປະທານ​ສະຫະພັນ​ແມ່ຍິງ​ແຂວງ ກ່າ​ເມົາ ​ແລ້ວ, ຊຸດຝຶກ​ອົບຮົມ​ໄດ້ຊ່ວຍ​ໃຫ້​ພະນັກງານ​ສະຫະພັນ​ທຸກ​ຂັ້ນ ​ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມາດ, ທັກ​ສະ​ໃນ​ການ​ຕິດຕາມ​ກວດກາ ​ແລະ ຕີ​ລາຄາ; ພ້ອມ​ກັນ​ນັ້ນ ກໍ່ຊ່ວຍຍົກສູງ​​ວິທີການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວບັ້ນການ​ສື່ສານ, ​ບັນດາແບບຢ່າງ​ທີ່ເປັນບ່ອນ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ບັນດາ​ສະ​ໂມ​ສອນ​ນຳໜ້າ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ໃນ​ຊຸມ​ຊົນ.

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ.

ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ

ຍ​ສ​ໝ - ຜ່ານ​ໂຄງ​ການ​ແຮກ​ສ່ຽວ, ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ແຂວງ, ສອງ​ປະ​ເທດ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ນ້ຳ​ໃຈ, ເຂດ​ຊາຍ​ແດນ​ມິດ​ຕະ​ພາບ ແລະ ໄດ້​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ ບົນ​ພື້ນ​ຖານ​ເຄົາ​ລົບ, ເຂົ້າ​ໃຈ, ຊ່​ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

ມິງດຶກ

ເຫດການ
302 Found

Found

The document has moved here.