ຫວຽດນາມ ໜຸນຊ່ວຍ ຊູດານໃຕ້ ໃນການສະກັດກັ້ນພະຍາດ COVID-19

16:05 | 12/04/2020

ຍສໝ - ໃນສະພາບການຜັນແປທີ່ສັບສົນ ຂອງການລະບາດພະຍາດ COVID-19, ພະນັກງານນັກຮົບ ແລະ ທະຫານຂອງໂຮງໝໍເຄື່ອນທີ່ ຫວຽດນາມ ຢູ່ເຂດ Bentiu (ຊູດານໃຕ້) ໄດ້ພ້ອມກັນປະຕິບັດຫຼາຍວິທີແກ້ໄຂຢ່າງຮີບດ່ວນ ໃນການປ້ອງກັນ ແລະ ຄວບຄຸມການລະບາດ ຂອງພະຍາດ COVID-19.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19 ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ - ເອີຣົບ ໃນສະພາບການລະບາດ COVID-19
ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19 ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19

ປະຈຸບັນ, ປະເທດຊູດານໃຕ້ ໄດ້ກວດພົບກໍລະນີທຳອິດ ຂອງການຕິດເຊື້ອໄວຣັດ SARS-CoV-2, ມີຄວາມສ່ຽງສູງທີ່ຈະແຜ່ລາມເປັນວົງກວ້າງ. ຍິ່ງໄປກວ່ານັ້ນ, ໃນສະພາບການດຳເນີນງານ ຢູ່ ຫຼາຍປະເທດ, ພະນັກງານຂອງສະຫະປະຊາຊາດ ຈະເຄື່ອນຍ້າຍເປັນປະຈຳເຊິ່ງມີຄວາມສ່ຽງໃນການຕິດເຊື້ອພະຍາດ. ນອກຈາກນັ້ນ, ໂຮງໝໍເຄື່ອນທີ່ຂອງຫວຽດນາມ ຕັ້ງຢູ່ໃກ້ກັບເຂດປົກປ້ອງຄົນລີ້ໄພ ທີ່ມີປະຊາຊົນຫຼາຍກວ່າ 110,000 ຄົນ. ສະນັ້ນ, ກໍ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19
ໂຮງໝໍເຄື່ອນທີ່ ຫວຽດນາມ ໄດ້ປະຕິບັດຄວບຄຸມ ແລະ ກວດສຸຂະພາບ ຢູ່ສະໜາມບິນ Rubkona ໃນ Bentiu, ຊູດານໃຕ້. (ພາບ: thoidai.com.vn)

ປະເຊີນໜ້າກັບສະພາບການດັ່ງກ່າວ, ໂດຍໄດ້ຮັບການສະໜັບສະໜູນ ແລະ ການຊີ້ນຳຈາກຊ່ຽວຊານ ແລະ ອົງການຕ່າງໆໃນປະເທດ; ໂດຍໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາອົງການສາທາລະນະສຸກສະຫະປະຊາຊາດ, ໂຮງໝໍເຄື່ອນທີ່ ຫວຽດນາມ ໄດ້ໂຄສະນາຢ່າງເປັນປະຈຳໃນການຍົກສູງຄວາມຮັບຮູ້ ແລະ ມາດຕະການປ້ອງກັນ, ຄວບຄຸມພະຍາດ COVID-19 ສຳລັບພະນັກງານສະຫະປະຊາຊາດໃນເຂດພື້ນທີ່; ພ້ອມດຽວກັນນັ້ນ ໄດ້ກະກຽມແຜນການຮັບມື, ກຽມພ້ອມໃນການຈັດຕັ້ງປະຕິບັດໃນທຸກສະຖານະການ.

ເພື່ອປະຕິບັດວຽກງານຕ່າງໆໃນການປ້ອງກັນພະຍາດ Covid-19, ໄດ້ຈັດທີມສຸກເສີນເຄື່ອນທີ່ ເຊິ່ງກຽມພ້ອມຮັບມື ຕໍ່ບັນດາໜ້າທີ່ໂດຍບັງເອີນ, ເຊັ່ນ: CASEVAC, MEDIVAC ແລະ ບັນດາຂໍ້ກຳນົດອື່ນໆຂອງຄະນະສະເພາະກິດ.

ໃນໄລຍະໜຶ່ງເດືອນທີ່ຜ່ານມາ, ນອກເໜືອຈາກການຮັບປະກັນວຽກງານວິຊາຊີບ, ພະນັກງານໂຮງໝໍ ຍັງໄດ້ໃຊ້ເວລາ ໃນການເຂົ້າຮ່ວມໂຄງການຝຶກອົບຮົມ ອອນໄລ ທີ່ໄດ້ປັບປຸງຢ່າງຕໍ່ເນື່ອງ ຂອງຄະນະສະເພາະກິດ; ໄດ້ຈັດຕັ້ງ, ຝຶກຊ້ອມໃນບັນດາສະຖານະການ ແລະ ແຜນການຕ່າງໆ ເພື່ອຮັບມືກັບພະຍາດ Covid-19 ໄດ້ຢ່າງມີປະສິດທິຜົນທີ່ສຸດ.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19
ໂຮງໝໍເຄື່ອນທີ່ ຫວຽດນາມ ໄດ້ສີດຢາຂ້າເຊື້ອ ພະຍາດ Covid-19. (ພາບ: thoidai.com.vn)

ໂດຍປະຕິບັດວຽກງານຢ່າງແທດກັບຕົວຈິງ, ມີປະສິດທິຜົນ ແລະ ກຽມພ້ອມໃນລະດັບສູງສຸດ ສຳລັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ໂຮງໝໍເຄື່ອນທີ່ ຫວຽດນາມ ໄດ້ປະກອບສ່ວນສຳຄັນ ໃນການຈຳກັດ ແລະ ສະກັດກັ້ນການລະບາດພະຍາດ, ແລະ ໃນການເບິ່ງແຍງ, ປິ່ນປົວທາງການແພດໃຫ້ຊຸມຊົນ. ໃນການທົດສອບຄວາມສາມາດ ຂອງການປະຕິບັດໜ້າທີ່, ຄະນະຜູ້ແທນສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ບັນດາມາດຕະການທີ່ຕັ້ງໜ້າ, ເປັນເຈົ້າການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19 ຂອງໂຮງໝໍເຄື່ອນທີ່ ຫວຽດນາມ.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19 ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19 ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ຍສໝ - ໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະດິດສ້າງຢ່າງສຳເລັດຜົນ ໂຣບົດຂົນສົ່ງເຄື່ອງເພື່ອຮັບໃຊ້ໃນການປິ່ນປົວໃຫ້ຜູ້ຕິດເຊື້ອ Covid-19 ຢູ່ເຂດແຍກຕົວ.

ຫວຽດນາມ ໜ ນຊ ວຍ ຊ ດານໃຕ ໃນການສະກ ດກ ນພະຍາດ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.