ລາວ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ລວມເປັນ 18 ກໍລະນີ

06:15 | 12/04/2020

ຍສໝ​ - ສປປ. ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ​​ໂຄ​ວິດ-19 ​ເພີ່ມ​ອີກ 2 ກໍລະນີ, ຈາກ​ຜົນ​ກວດ​ວິ​ເຄາະ​ ຫາ​ເຊື້ອ​ທັງ​ໝົດ 62 ກໍລະນີ,​ ລວມ​ເປັນ 18 ກໍລະນີ.

ໃນຕອນແລງຂອງວັນທີ 11 ເມສາ 2020, ກະຊວງສາທາລະນະສຸກ ສປປ.ລາວ ໄດ້ຈັດກອງປະຊຸມຂ່າວ ກ່ຽວກັບສະພາບການລະບາດ ຂອງພະຍາດ Covid-19 ຢູ່ລາວ. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ສປປ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ​​ໂຄ​ວິດ-19 ​ເພີ່ມ​ອີກ 2 ກໍລະນີ, ຈາກ​ຜົນ​ກວດ​ວິ​ເຄາະ​ ຫາ​ເຊື້ອ​ທັງ​ໝົດ 62 ກໍລະນີ,​ ລວມ​ເປັນ 18 ກໍລະນີ, ທັງ​ສອງກໍລະນີ ທີ່ຕິດ​ເຊື້ອ​ໃໝ່ ເປັນເພດຍິງ, ອາຍຸ 32 ປີ, ຢູ່ ບ້ານ​ໜອງ​ດ້ວງທົ່ງ​ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ, ​ໄດ້ສຳ​ພັດ​ໃກ້​ສິດ ກັບ​ກໍລະນີທີ 16 (ຢູ່ຫ້ອງແຖວດຽວກັນ), ປັດຈຸ​ບັນ ​ໄດ້​ເຂົ້າ​ໄປ​ປິ່ນປົວ ​ຢູ່​ໂຮງໝໍ​ມິດຕະພາບ ນະຄອນຫລວງວຽງຈັນ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ກ ລະນ ລວມເປ ນ 18 ກ ລະນ
ປະເທດລາວຢືນຢັນ ຖືກພົບຜູ້ຕິດເຊື້ອພະຍາດ Covid-19 ເພີ່ມຂຶ້ນເປັນ 18 ຄົນ. (ພາບ: LaoPost)

ສຳລັບ ການເຄື່ອນໄຫວ ກໍລະນີ ທີ 17 ຜູ້ກ່ຽວສໍາຜັດໃກ້ຊິດກັບ ກໍລະນີທີ 16 ໃນວັນທີ 4 ເມສາ 2020 ຜູ້ກ່ຽວໄດ້ກິນເຂົ້າຮ່ວມກັບ ກໍລະນີທີ 16 ຢູ່ຫ້ອງແຖວ, ຮອດວັນທີ 7 ຜູ້ກ່ຽວ ເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ, ໄດ້ໄປຊື້ຢາມາກິນເອງ, ວັນທີ 8-9 ເມສາ ຍັງມີອາການບໍ່ດີຂຶ້ນ ແຕ່ຜູ້ກ່ຽວ ໄດ້ພັກຜ່ອນຢູ່ຫ້ອງແຖວ ແລະວັນທີ 10 ເມສາ ພາຍຫລັງທີ່ກໍລະນີທີ 16 ຖືກຢັ້ງຢືນວ່າຕິດເຊື້ອ ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອ ແລະ ເຂົ້ານອນຕິດຕາມ, ປິ່ນປົວ ຢູ່ໂຮງໝໍມິດຕະພາບ, ມີຜູ້ໃກ້ຊິດກັບກໍລະນີີທີ 17 ທັງໝົດ 6 ຄົນ. ສ່ວນກໍລະນີທີ 18 (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ.

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ກ ລະນ ລວມເປ ນ 18 ກ ລະນ ລາວ: ພາກສ່ວນຕ່າງໆມອບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ຮ່ວມແຮງຮ່ວມໃຈມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ໂຮງໝໍມະໂຫສົດ ໂຮງໝໍສູນກາງ 103 ແລະ ໂຮງໝໍເຊດຖາທິຣາດ ເພື່ອປະກອບສ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ກ ລະນ ລວມເປ ນ 18 ກ ລະນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາໄສຢູ່ລາວຮ່ວມ​ແຮງ​ຮ່ວມ​ໃຈ​ກັບ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid– 19

ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid ...

ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ກ ລະນ ລວມເປ ນ 18 ກ ລະນ ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19

ຍສໝ - ເພື່ອສະໜັບສະໜູນ ໃຫ້ອົງການທີ່ມີໜ້າທີ່ ຂອງແຂວງຫົວພັນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ຄ້າຍທະຫານປ້ອງກັນຊາຍແດນ ນາແມວ, ແຂວງແທງຮວາ ໄດ້ມອບອຸປະກອນການແພດ ຄື: ຜ້າບັງປາກ ຈຳນວນ 1.000 ແຜ່ນ, ນ້ຳຢາຂ້າເຊື້ອແມ່ພະຍາດ 100 ລິດ ແລະ ເຄື່ອງໄຊ້ຈຳເປັນໃນຊີວິດປະຈຳວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.