ລາວ: ພາກສ່ວນຕ່າງໆມອບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໂຄວິດ-19

16:30 | 11/04/2020

ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ຮ່ວມແຮງຮ່ວມໃຈມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ໂຮງໝໍມະໂຫສົດ ໂຮງໝໍສູນກາງ 103 ແລະ ໂຮງໝໍເຊດຖາທິຣາດ ເພື່ອປະກອບສ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19
ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19 ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19
ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19

ພາກສ່ວນຕ່າງໆມອບເຄື່ອງຊ່ວຍເຫຼືອເພື່ອປ້ອງກັນໂຄວິດ-19.(ພາບ: pasaxon.org.la)

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ໄດ້ຮັບເຄື່ອງຊ່ວຍເຫຼືອໃນວັນທີ 10 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ຊຶ່ງມີພາກສ່ວນຕ່າງໆດັ່ງນີ້: ຄອບຄົວການນໍາ ແລະ ນັກທຸລະກິດຍິງໜຸ່ມ, ຕາງໜ້າຄອບຄົວການນໍາ ໂດຍທ່ານ ນາງ ອາລຸນນີ ກົມມະສິດ, ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງຈໍານວນເຄື່ອງທີ່ນໍາມາມອບມີ: ເຄື່ອງວັດແທກອຸນນະພູມ 200 ອັນ, ຜ້າອັດປາກອະນາໄມ 8 ແກັດ ລວມເປັນມູນຄ່າ 214 ລ້ານກີບ; ສະມາຄົມໃຫຍ່ຊາວຫວຽດນາມຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ ສປປ ລາວ, ມອບໂດຍທ່ານ ວິໄຊ ນະວຽງຈັນ, ປະທານສະມາຄົມໃຫຍ່ຊາວຫວຽດນາມຢູ່ ສປປລາວ, ຊຶ່ງມອບເປັນເງິນ 113,9 ລ້ານກີບ; ບໍລິສັດ ສະກາຍໂທລະຄົມ, ມອບໂດຍທ່ານ ສຸບັນ ພັນທະວີ, ຜູ້ອໍານວຍການໃຫຍ່ບໍລິສັດສະກາຍໂທລະຄົມ ຊຶ່ງມອບເປັນເງິນ 100 ລ້ານກີບ; ສໍານັກງານປົກປ້ອງເງິນຝາກ, ມອບໂດຍ ທ່ານ ຄໍາໄຊ ພົມມະວີ,ຮອງຫົວໜ້າສໍານັກງານປົກປ້ອງເງິນຝາກ ຊຶ່ງມອບເປັນເງິນ 50 ລ້ານກີບ; ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ມອບໂດຍ ທ່ານ ວັດດານາ ສຸຂະບັນດິດ, ຜູ້ອໍານວຍການໃຫຍ່ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຊຶ່ງມອບເປັນເງິນ 100 ລ້ານກີບ.

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19
ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ຮ່ວມແຮງຮ່ວມໃຈມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ໂຮງໝໍມະໂຫສົດ ໂຮງໝໍສູນກາງ 103 ແລະ ໂຮງໝໍເຊດຖາທິຣາດ ເພື່ອປະກອບສ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19). (ພາບ: vientianemai.net)

ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ຮ່ວມແຮງຮ່ວມໃຈມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ໂຮງໝໍມະໂຫສົດ ໂຮງໝໍສູນກາງ 103 ແລະ ໂຮງໝໍເຊດຖາທິຣາດ ເພື່ອປະກອບສ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີຖົງມືການແພດ ເຈວລ້າງມື ໝີ່ສໍາເລັດຮູບ ໝໍ້ຕົ້ມນໍ້າຮ້ອນ ຜ້າປິດປາກ-ດັງ ນໍ້າດື່ມ ໂອວັນຕີນ ກາເຟ ນົມຂຸ້ນຫວານ ນົມແລັກຕາຊອຍ ລວມມູນຄ່າ 200 ກວ່າລ້ານກີບ ໃນນີ້ມອບໃຫ້ໂຮງໝໍມະໂຫສົດ ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ ມອບໃຫ້ໂຮງໝໍສູນກາງ 103 ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ ແລະ ມອບໃຫ້ໂຮງໝໍເຊດຖາທິຣາດ ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ.

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19
ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ນຳເອົາເງີນຈຳນວນ 35 ລ້ານກີບ ມາມອບໃຫ້ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເພື່ອປະກອບສ່ວນຊຸກຍູ້ສະກັດກັ້ນ ແລະ ຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19). (ພາບ: vientianemai.net)

ວັນທີ 11 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພະແນກການເງິນນະຄອນຫຼວງວຽງຈັນ ພ້ອມດ້ວຍສາມອົງການຈັດຕັ້ງມະຫາຊົນ ນຳໂດຍທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ນຳເອົາເງີນຈຳນວນ 35 ລ້ານກີບ ມາມອບໃຫ້ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເພື່ອປະກອບສ່ວນຊຸກຍູ້ສະກັດກັ້ນ ແລະ ຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19).

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19 ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບໂລກລະບາດໂຄວິດ-19

ຍສໝ - ບັນດາລັດຖະມົນຕີໄດ້ ເຫັນດີເປັນເອກະພາບສ້າງກອງທຶນຮັບມືກັບ ໂຄວິດ-19 ຂອງ ອາຊຽນ ດ້ວຍຈຸດປະສົງລະດົມບັນດາແຫຼ່ງກຳລັງດ້ານການເງິນ ເພື່ອແກ້ໄຂສະພາບການຂາດເຂີນແຫຼ່ງສະໜອງອຸປະກອນການແພດ, ໜູນຊ່ວຍການຄົ້ນຄວ້າ ແລະ ພັດທະນາຢາປິ່ນປົວ ແລະ ວັກຊິນຕ້ານ ໂຄວິດ-19 ແລະ ກະກຽມໃຫ້ແກ່ກໍລະນີສຸກເສີນໃນອະນາຄົດ.

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19 ສື່ມວນຊົນສາກົນຕີລາຄາຄວາມສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນ ໂຄວິດ-19

ຍສໝ - ເວັບໄຊ workers.org ຂອງພັກກຳມະກອນໂລກ (WWP) ຂອງ ອາເມລິກາ ໄດ້ລົງ ບົດຂຽນທີ່ ວ່າ: ໂລກລະບາດ ໂຄວິດ-19 ໄດ້ເລີ່ມສະແດງໃຫ້ເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງ ໃນການໂຕ້ຕອບຢ່າງຮີບດ່ວນ ຂອງບັນດາປະເທດໃນທົ່ວໂລກ.

ລາວ ພາກສ ວນຕ າງໆມອບເຄ ອງຊ ວຍເຫ ອເພ ອປ ອງກ ນໂຄວ ດ 19 ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.