ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເຊກອງ ຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ

12:43 | 09/01/2020

ຍສໝ - ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ, ທ່ານພັນເອກ ທອງສີ ກຸນຊະນະ ໄດ້ສົ່ງພອນໄຊອັນປະເສີດມາຍັງການນໍາ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ; ພ້ອມທັງຢັ້ງຢືນເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການຮັດແໜ້ນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໄດ້ຢ່າງມີໄຊ.

ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເຊກອງ ຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ

ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເຊກອງ ຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ, (ພາບ: bienphong.com.vn)

ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເຊກອງ ຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ. ການນໍາສອງຝ່າຍໄດ້ແຈ້ງການໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງກວ໋າງນາມ ແລະແຂວງເຊກອງ ກໍ່ຄືການແລກປ່ຽນບັນດາຂໍ້ມູນສໍາຄັນທີ່ກ່ຽວຂ້ອງເຖິງໜ້າທີ່ປົກປັກຮັກສາຊາຍແດນ. ສອງກົມກອງໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະສືບຕໍ່ເພີ່ມທະວີນໍາພາການປະຕິບັດວຽກງານສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ເປັນຢ່າງດີ..,

ທ່ານພັນເອກ ທອງສີ ກຸນຊະນະ ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງໄດ້ສົ່ງພອນໄຊອັນປະເສີດມາຍັງການນໍາ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ; ພ້ອມທັງຢັ້ງຢືນເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການຮັດແໜ້ນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໄດ້ຢ່າງມີໄຊ.

(ໄຊພອນ)

ເຫດການ
302 Found

Found

The document has moved here.