ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳຫວຽດນາມ ສະແດງຄວາມປາດຖະໜາຢາກສະໜັບສະໜູນ ຫວຽດນາມ ໃນທຸກດ້ານ

17:26 | 03/03/2020

ຍສໝ - ຕອນບ່າຍວັນທີ 2/3, ຢູ່ຮ່າໂນ້ຍ, ປະທານສານປະຊາຊົນສູງສຸດ, ທ່ານ ຫງວຽນຫ່ວາປິ່ງ ໄດ້ມີການພົບປະກັບ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ Daniel J. Kritenbrink.

ທີ່ການພົບປະ, ບັນດາຜູ້ແທນ ໄດ້ຮັບຟັງຂໍ້ມູນຂ່າວກ່ຽວກັບການພົວພັນລະຫວ່າງ ອົງການຍຸຕິທຳສານປະຊາຊົນສູງສຸດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືອາເມລິການັບແຕ່ປີ 2017 ມາຮອດປະຈຸບັນ. ພ້ອມກັນນັ້ນ, ຜູ້ຕາງໜ້າອົງການຍຸຕິທຳສານປະຊາຊົນສູງສຸດ ຫວຽດນາມ ກໍ່ໄດ້ກ່າວເຖິງບັນດາບັນຫາເຊິ່ງ ຫວຽດນາມ ສົນໃຈ ແລະ ສະເໜີໃຫ້ອາເມລິກາ ສືບຕໍ່ສະໜັບສະໜູນ ອົງການຍຸຕິທຳສານປະຊາຊົນສູງສຸດ ຂອງຫວຽດນາມໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຫ່ວາປິ່ງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງທ່ານເອກອັກຄະລັດຖະທູດອາເມລິກາໃນການຊຸກຍູ້ການພົວພັນລະຫວ່າງ ອົງການຍຸຕິທຳສອງຝ່າຍ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳຫວຽດນາມ ສະແດງຄວາມປາດຖະໜາຢາກສະໜັບສະໜູນ ຫວຽດນາມ ໃນທຸກດ້ານ

ທ່ານຫງວຽນຮ່ວາບິ່ງ ແລະ ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳຫວຽດນາມ Daniel J. Kritenbrink. (ພາບ: baophapluat)

ທ່ານຫງວຽນຮ່ວາບິ່ງ ແບ່ງປັນວ່າ, ອົງການຍຸຕິທຳສານປະຊາຊົນສູງສຸດ ຫວຽດນາມ ພວມມຸ່ງໄປເຖິງການເປີດກວ້າງການຮ່ວມມືກັບບັນດາປະເທດນອກອາຊຽນ ໂດຍຜ່ານແຜນການດຳເນີນງານຂອງອາຊຽນ +. ນີ້ແມ່ນແນວຄວາມຄິດພື້ນຖານຂອງ ອົງການຍຸຕິທຳຫວຽດນາມ, ສ້າງຈຸດເດັ່ນໃຫ້ແກ່ກອງປະຊຸມ ອົງການຍຸຕິທຳ ຄັ້ງທີ 8 ເພື່ອປະກອບສ່ວນຊຸກຍູ້ຄວາມຫຼາກຫຼາຍໃນກິດຈະກຳການຮ່ວມມືອາຊຽນເວົ້າລວມ ແລະ ອົງການຍຸຕິທຳ ເວົ້າສະເພາະ.

ທ່ານ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳຫວຽດນາມ Daniel J. Kritenbrink ໄດ້ຕີລາຄາສູງຄວາມຮັບຜິດຊອບຂອງຜູ້ນຳ ອົງການຍຸຕິທຳ ຫວຽດນາມ ໃນການຊຸກຍູ້ການຮ່ວມມືຂອງສານປະຊາຊົນຂອງສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.