ການພົບປະແລກປ່ຽນນາຍທະຫານໜຸ່ມປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຕໍ່ກອງທັບຂອງປະເທດຕ່າງໆ

11:30 | 12/01/2020

ໃນຊຸມປີຜ່ານມາ, ຊາວໜຸ່ມກອງທັບເວົ້າລວມ, ນາຍທະຫານໜຸ່ມເວົ້າສະເພາະຍາມໃດກໍ່ສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງກອງທັບເປັນຢ່າງດີ, ສໍາເລັດທຸກໜ້າທີ່ຢ່າງດີເດັ່ນ, ໃນນັ້ນມີບັນດາກິດຈະກໍາເຄື່ອນໄຫວພົບປະແລກປ່ຽນນາຍທະຫານໜຸ່ມປະກອບສ່ວນຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບປະຊາຊົນຫວຽດນາມ ກັບກອງທັບຂອງປະເທດຕ່າງໆ.

ການພົບປະແລກປ່ຽນນາຍທະຫານໜຸ່ມປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຕໍ່ກອງທັບຂອງປະເທດຕ່າງໆ

ການນໍາຄະນະຊາວໜຸ່ມກອງທັບຫວຽດນາມ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມດ້ານວິຊາການວຽກງານຄະນະຊາວໜຸ່ມ ແລະຂະບວນການຊາວໜຸ່ມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ (ເດືອນກັນຍາ ປີ 2019). ພາບ: qdnd.vn.

ສໍາລັບໜ້າທີ່ທີ່ໄດ້ຮັບມອບໝາຍໃນກິດຈະກໍາພົວພັນຕ່າງປະເທດປີ 2019 ຈາກກະຊວງປ້ອງກັນປະເທດຫວຽດນາມ, ຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງ) ແມ່ນອົງການຮັບຜິດຊອບຈັດຕັ້ງບັນດາກິດຈະກໍາພົບປະແລກປ່ຽນນາຍທະຫານໜຸ່ມກັບກອງທັບປະເທດຕ່າງໆ, ຍາມໃດກໍ່ປະຕິບັດລະບຽບການຄຸ້ມຄອງບັນດາກິດຈະກໍາພົວພັນຕ່າງປະເທດຂອງພັກ, ລັດ ແລະກະຊວງປ້ອງກັນປະເທດຢ່າງເຂັ້ມງວດ, ພ້ອມທັງເປັນເສນາທິການໃຫ້ການນໍາກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງຊີ້ນໍາບັນດາອົງການ, ກົມກອງໃນທົ່ວກອງທັບສົມທົບກັນຜັນຂະຫຍາຍການປະຕິບັດບັນດາກິດຈະກໍາພົບປະແລກປ່ຽນນາຍທະຫານໜຸ່ມຢ່າງມີປະສິດທິຜົນ.

ປີ 2019, ຄະນະຊາວໜຸ່ມກອງທັບໄດ້ປະຕິບັດບັນດາກິດຈະກໍາພົບປະແລກປ່ຽນນາຍທະຫານໜຸ່ມຢູ່ອິນເດຍ, ກໍາປູເຈຍ, ມຽນມາ ແລະສະຫະພັນລັດເຊຍຢ່າງແທດຈິງ. ພ້ອມກັນນັ້ນ, ຄະນະຊາວໜຸ່ມກອງທັບກໍ່ຕ້ອນຮັບຄະນະນາຍທະຫານໜຸ່ມບັນດາປະເທດ: ອິນເດຍ, ສິງກະໂປ, ຟີລິບປິນ, ລາວ ມາພົບປະແລກປ່ຽນ, ຝຶກອົບຮົມຢູ່ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.