ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຢູ່​ນອກ​ກອງ​ປະ​ຊຸມ AMM - 56

00:00 | 26/07/2023

ຍສໝ - ວັນ​ທີ 14 ກໍລະກົດ​ນີ້, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ອາ​ຊຽນທີ່​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Papua New Guinea James Marape; ລັດຖະມົນຕີການຕ່າງປະເທດການາດາ Melanie Joly; ລັດຖະມົນຕີການຕ່າງປະເທດຕວກກີ Hakan Fidan ແລະລັດຖະມົນຕີການຕ່າງປະເທດສີລັງກາ M.U.M Ali Sabry.

ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56 ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ AMM-56
ການ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ການ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

ວັນທີ 17 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 56 (AMM-56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບລັດຖະມົນຕີບັນດາປະເທດ, ຄື: ປາປົວນິວກີເນ, ການາດາ, ຕວກກີ.

ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຢູ່​ນອກ​ກອງ​ປະ​ຊຸມ AMM - 56

ທີ່ການພົບປະກັບນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ປາປົວນິວກີເນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນກັບບັນດາປະເທດ ເກາະໃນພາກພື້ນປາຊີຟິກໃຕ້ນີ້, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ສິນໃນນຳ້ - ສິນທະເລ, ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

ສ່ວນໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ Mekanie Joly, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຊົມເຊີຍ ຍຸດທະສາດມະຫາສະມຸດ ອິນເດຍ - ປາຊີຟິກ ຂອງລັດຖະບານ ການາດາ ແມ່ນຍົກສູງບົດບາດໃຈກາງຂອງ ອາຊຽນ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ສະເໜີໃຫ້ ການາດາ ສືບຕໍ່ສ້າງຄວາມສະດວກ ແລະ ສະໜອງທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ຕື່ມອີກ; ພ້ອມທັງ ໜູນຊ່ວຍພົນລະເມືອງ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ທຳມະຫາກິນຢູ່ ການາດາ.

ຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Hakan Fidan, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາວິສາຫະກິດຂອງ ຕວກກີ ຍູ້ແຮງການດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ສອງຝ່າຍອາດຈະໜູນຊ່ວຍກັນໄດ້. ສ່ວນທ່ານລັດຖະມົນຕີ Hakan Fidan ຢັ້ງຢືນວ່າ: ເລື່ອງຫວຽດນາມ ຈັດສົ່ງກຳລັງໄປຍັງຕວກກີ ເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບໃນເຫດແຜ່ນດິນໄຫວເກີດຂຶ້ນໃນເດືອນກຸມພາ ຜ່ານມາແມ່ນປະກົດການທີ່ມີຊີວິດຊີວາ ໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງສອງປະເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.