ສັນເຂື່ອນອ່າງເກັບນ້ຳ ເຊນ້ຳນ້ອຍຊຸ: ຫວຽດນາມກຽມພ້ອມໃຫ້ການຊ່ວຍເຫຼືອ

10:07 | 25/07/2018

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວ໋ຽນຊົນຟຸ໋ກ ຢືນຢັນພັກ-ລັດ ແລະ ປະຊາຊົນຫວຽດນາມ ກຽມພ້ອມໃຫ້ການຊ່ວຍເຫຼືອ ພໍ່ແມ່ປະຊາຊົນລາວອ້າຍນ້ອງ ແກ້ໄຂຜົນກະທົບຈະໄພພິບັດທາງທຳມະຊາດໃນຄັ້ງນີ້.

ສັນເຂື່ອນອ່າງເກັບນ້ຳ ເຊນ້ຳນ້ອຍຊຸ: ຫວຽດນາມກຽມພ້ອມໃຫ້ການຊ່ວຍເຫຼືອ

ສະ​ຖານ​ນະ​ການ​ນ້ຳ​ຖ້ວມ ຢູ່​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື.

ຈາກເຫ​ດ​ການສັນ​ເຂື່ອນ​ເຊ​ນ້ຳ​ນ້ອຍ ຢູ່​ແຂວງ​ອັດ​ຕະ​ປື​ຊຸໃນ​ກາງ​ຄືນ​ຂອງ ວັນ​ທີ 23 ໂດຍ ອ່າງ​ເກັບ​ນ້ຳ ເຂື່ອນ ເຊ​ນ້ຳ​ນ້ອຍ ແມ່ນ​ເປັນ​ຂອງ ບໍ​ລິ​ສັດ PNPC ກຳ​ລັງ​ກໍ່​ສ້າງ, ເຮັດ​ໃຫ້​ນ້ຳ​ກວ່າ 5 ຕື້​ແມັດ​ກ້ອນ ທຽບ​ເທົ່າ​ກັບ ສະ​ລອຍ​ນ້ຳ​ໃຊ້​ໃນ​ການ​ແຂ່ງ​ຂັນ ໂອ​ລິມ​ປິກ 2 ລ້ານ​ສະ ໂຮມ​ເຂົ້າ​ກັນ, ໄດ້​ໄຫຼ​ລົງ​ເຂດ​ພື້ນ​ທີ່​ຕ່ຳ ບ້ານ​ເຮືອນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ ທີ່​ອາ​ໄສ​ຢູ່​ແຖບນັ້ນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ(ຕາມ​ສຳ​ນັກ​ຂ່າວ​ລາວ) . ມີ​ຢ່າງ​ໜ້ອຍ 100ຄົນ​ຖືກ​ສູນ​ຫາຍ ແລະ ປະ​ຊາ​ຊົນ ຢູ່ 6 ບ້ານຄື: ບ້ານຫີນລາດ, ບ້ານໃໝ່, ບ້ານສະໝອງ, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານໂຄກກ່ອງ ຂອງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື ຕ້ອງ​ອົບ​ພະ​ຍົບອອກ​ຈາກ​ພື້ນ​ທີ່ ຫຼາຍກວ່າ 6.600 ຄົນ, ບ້ານ​ເຮືອນ​ຖືກ​ເສຍ​ຫາຍ​ເກືອບ​ພັນ​ຫຼັງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ໋ຽນ​ຟູ໋​ຈ້ອງ, ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ໋ຽນ​ຊົນ​ຟຸ໋ກ ມື້ນີ້​ໄດ້​ ໂທ​ລະ​ເລກ ຖາມຂ່າວ​ຄາວມາ​ຍັງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ປ ລາວ ບຸນ​ຍັງ​ ວໍ​ລະ​ຈິດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທ່ານ ທອງ​ລຸນ ​ສີສຸ​ລິດ . ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ກໍ່​ໄດ້​ໂທ​ລະ​ເລກ ຖາມ​ຂ່າວ​ຄາວ​ດ້ວຍ​ຄວາມ​ເປັນ​ຫວ່ງ​ເປັນ​ໄຍ ເຖິງ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ໋ຽນ​ຊົນ​ຟຸ໋ກ ໄດ້​ໂທ​ລະ​ເລກ​ປືກ​ສາ​ຫາ​ລື​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ຢືນ​ຢັນ​ວ່າ ພັກ-ລັດ ແລະ ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ກຽມ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອພໍ່​ແມ່​ປະ​ຊາ​ຊົນ​ລາວ ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ​ຄັ້ງ​ນີ້.

ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ ໃຫ້​ຮູ້​ວ່າ ພະ​ນັກ​ງານ​ກົມ​ສຸນ​ຫວຽດ​ນາມ ທີ່ ປາກ​ເຊ ໄດ້​ລົງ​ພື້ນ​ທີ່​ຢູ່ ເມືອງ ສະ​ໜາມ​ໄຊ. ກຳ​ລັງ​ກູ້​ໄພ​ຂອງ​ລາວ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ , ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເພື່ອ​ຈະ​ຊອກ​ຫາ ແລະ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ລາຍ​ລະ​ອຽດ​ວ່າ​ມີ​ປະ​ຊາ​ຊົນ​ຫວຽດ​ນາມ​ຢູ່​ນຳ​ບໍ່ ໃນ​ເຫດ​ການ​ໄພ​ພິ​ບັດ​ຄັ້ງ​ນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຊີ້​ນຳ ບັນ​ດາ​ຫ້ອງ​ການ, ອົງ​ການ​ຕ່າງ​ໜ້າ​ຂອ​ງ​ຫວຽດ​ນາມ ປະ​ຈຳ​ຢູ່ ສ​ປ​ປ ລາວ ຕິດ​ຕາມ​ສະ​ພາບ​ການ, ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ລາຍ​ງານ​ຂ່າວ​ສານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ຫຼື ຄົນ​ລາວ​ເຊື້ອ​ສາຍ​ຫວຽດ​ນາມ​ຢູ່​ພື້ນ​ທີ່​ຮັບ​ຜົນ​ກະ​ທົບ, ກຽມ​ພ້ອມ​ກ່ຽວ​ກັບ​ມາດ​ຕະ​ການ​ໃນ​ການ​ຊ່ວຍ​ເຫຼືອຖ້າ​ມີ​ຜູ້​ປະ​ສົບ​ໄພ.

ໃນ​ສະ​ຖາ​ນະ​ການ​ຈຳ​ເປັນສະ​ເໜີ​ໃຫ້​ຕິດ​ຕໍ່ : ​ຫ​້ອ​ງ​ການ ປົກ​ປ້ອງ​ພົນ​ລະ​ເມືອງ​ລາວ 00856 2096106775 ຫຼື ຫວຽດ​ນາມ 0084 981848484


(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.