ສະແດງຄວາມຮູ້ບຸນຄຸນຕໍ່ ຄຸນງາມຄວາມດີ ຂອງພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

00:54 | 13/05/2019

ຍສໝ - ກ່າວຄຳເຫັນໃນງານສະເຫຼີມສະຫຼອງ ຄົບຮອບ 40 ປີ ໄຊຊະນະການຕໍ່ສູ້ປ້ອງກັນຊາຍແດນຕາເວັນຕົກສ່ຽງໃຕ້ ຂອງ ຫວຽດນາມ ແລະ ຮ່ວມກັບ ທະຫານ, ປະຊາຊົນກຳປູເຈຍ ໄຊຊະນະ ລະບອບຂ້າລ້າງເຜົ່າພັນ ໄດ້ດຳເນີນໄປໃນຕອນເຊົ້າຂອງວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ໄດ້ເນັ້ນໜັກວ່າ: “ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈະຮູ້ບຸນຄຸນຕໍ່ຄວາມງາມຄວາມດີ ຂອງພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຢ່າງສຸດອົກສຸດໃຈເພື່ອພາລະກິດການປະຕິວັດ ຂອງປະຊາຊົນກຳປູເຈຍ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກອັນລະອັດລະອ້ຽວ, ອຸທິດທັງເລືອດເນື້ອຂອງຕົນ, ຕໍ່ສູ້ ແລະ ເອົາໄຊຊະນະ ໃນການຕໍ່ສູ້ທີ່ມີຄວາມໝາຍເພື່ອປົກປັກຮັກສາ ຊາຍແດນ ພາກຕາເວັນຕົກສ່ຽງໃຕ້ຂອງ ຫວຽດນາມ ແລະ ປະສົບຄວາມສຳເລັດຢ່າງສະຫງ່າງາມ ພາລະກິດສາກົນ ອັນສູງສົ່ງ”.

ໜັງສືພິມ ເທີ່ຍດ້າຍ ຂໍຮຽນຄັດສະເໜີ ບາງຄຳປາໄສ ຂອງ ທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ກ່າວໃນງານສະເຫຼືອງສະຫຼອງຄັ້ງນີ້.

ສະແດງຄວາມຮູ້ບຸນຄຸນຕໍ່ ຄຸນງາມຄວາມດີ ຂອງພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

" ເຖິງວ່າ 40 ຜ່ານມາແລ້ວ, ໃນບັນຍາກາດອັນອົບອຸ່ນຂອງງານສະເຫຼີມສະຫຼອງມື້ນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດານັກຮົບ, ທະຫານອາສາສະໝັກຫວຽດນາມ ຍັງຄົມເຄົາລົບ ບັນດາອາດີດ ແບ່ງປັນອັນເລິກເຊິ່ງຮ່ວມກັບ ເພື່ອນທະຫານກຳປູເຈຍ ອ້າຍນ້ອງ ທີ່ພິລາດອາດຫານ ຕໍ່ສູ້ເພື່ອປົກປັກຮັກສາ ວັດອັງກໍ ແລະ ຈັກວະຟ້ອນ Apsara ທີ່ງົດງາມ ໄດ້ປະສົມປະສານກັບ ບົດເພງພື້ນບ້ານຫວຽດນາມ ເຕັມໄປດ້ວຍຄວາມຮັກແພງ.

ໃນນາມຕ່າງໜ້າ ພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍຝາກມາຍັງບັນດາສະຫາຍທະຫານຜູ້ເສຍອົງຄະ, ທະຫານອາສະໝັກ, ຊ່ຽວຊານ, ຄອບຄົວທະຫານຜູ້ເສຍສະຫຼະ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ຊາດ ທີ່ເຄີຍເຂົ້າຮ່ວມໃນການຕໍ່ສູ້ ແລະ ເສຍສະຫຼະ ໃນສະໜາມຮົບ ກຳປູເຈຍ ໃນແຕ່ລະໄລຍະ ຄວາມຮູ້ບຸນຄົນອັນເລິກເຊິ່ງ ແລະ ຄຳຢ້ຽມຢາມຖາມຂ່າວອັນອົບຈິງໃຈທີ່ສຸດ.

ໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການອູ້ມຊູ, ຊ່ວຍເຫຼືອອັນມີຄ່າຂອງ ພັກ ປະຊາຊົນປະຕິວັດກຳປູເຈຍ, ລັດຖະບານຣາຊະອານາຈັກ ກຳປູເຈຍ ໃນພາລະກິດຕໍ່ສູ້ປົດປ່ອຍປະຊາຊົນບັນດາເຜົ່າ, ປົກປັກຮັກສາ ແລະ ສ້າງສາປະເທດ.

ສະແດງຄວາມຮູ້ບຸນຄຸນຕໍ່ ຄຸນງາມຄວາມດີ ຂອງພະນັກງານ, ນັກຮົບ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ບັນດາທ່ານຜູ້ແທນເຂົ້າຮ່ວມງານສະເຫຼີມສະຫຼອງ.

ໃນບັນຍາກາດອັນເບິກບານມ່ວນຊື່ນ ປີ 2018ນີ້ ພວກເຮົາ ທີ່ຫາກໍ່ບັນລຸໄດ້ ຜົນສຳເລັດອັນຍິ່ງໃຫຍ່ ແລະ ກ້າວເຂົ້າປີໃໝ່ 2019 ດ້ວຍຄວາມມຸ້ງຫວັງ, ຮ່ວມກັນກ້າວໄປຂ້າງໜ້າ ຂອງສອງປະເທດ ແລະ ປະຊາຊົນສອງເຜົ່າ, ຕ່າງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ “ສາຍສຳພັນເພື່ອນບ້ານອັນດີງາມ, ມິດຕະພາບອັນເກົ່າແກ່ຍາວນານ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ” ຕະຫຼອດການຄືກັນກັບແມ່ນຳ້ຂອງ ເຊື່ອມຕໍ່ສອງປະເທດອ້າຍນ້ອງຂອງພວກເຮົາ.

ອວຍພອນໃຫ້ບັນດາສະຫາຍການນຳ, ອາດີດການນຳພັກ, ລັດຖະບານ, ແນວໂຮມແຫ່ງຊາດຫວຽດນາມ, ການນຳຂອງ ປະເທດກຳປູເຈຍ, ບັນດາແຂກຜູ້ມີກຽດ ແລະ ປະຊາຊົນຫວຽດນາມ, ກຳປູເຈຍ ແລະ ອ້າຍນ້ອງສາກົນ ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ.

ອວຍພອນໃຫ້ສາຍສຳພັນບ້ານໄກ້ເຮືອນຄຽງອັນດີງາມ, ມິດຕະພາບອັນເກົ່າແກ່ຍາວນານ ແລະ ຮ່ວມມືຮອບດ້ານ ຫວຽດນາມ-ກຳປູເຈຍ ນັບມື້ນັບພັດທະນາ ແລະ ຮ່ວມກໍ່ສ້າງ ສະມາຄົມ ອາຊຽນ ສາມັກຄີ, ເຂັ້ມແຂງ, ໝັ້ນແກ່ນ, ມີແນວຄິດປະດິດສ້າງ, ປະກອບສ່ວນເຂົ້າໃນການສ້າງ ສັນຕິພາບ ແລະ ພັດທະນາ ຢູ່ ພູມມິພາກ ແລະ ໃນໂລກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.