ອັດຕະປື - ກອນຕູມສືບຕໍ່ແຜນການປະສານສົມທົບຊອກຫາ, ຂຸດຄົ້ນອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ.

11:18 | 31/10/2019

ໃນວັນທີ 25 ຕຸລາ ຜ່ານ ມາ ນີ້, ທີ່ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຈັດກອງປະຊຸມຜ່ານແຜນການປະສານສົມທົບຊອກຫາ, ຂຸດຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງອັດຕະປືປະຈຳສົກປີ 2019-2020.

ເຂົ້າຮ່ວມກອງປະຊຸມມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງທັງເປັນ ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ກອນຕູມ, ທັງເປັນຮອງຫົວໜ້າສະເພາະກິດ ແຂວງກອນຕູມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຜ່ານແຜນ ໃນວັນທີ 22 ຕຸລາ ຜ່ານມານີ້, ທີ່ກອງບັນຊາການທະຫານ ແຂວງອັດຕະປື ໄດ້ຈັດກອງປະຊຸມຜ່ານແຜນການປະສານສົມທົບຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງອັດຕະປືປະຈຳສົກປີ 2019-2020 ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງທັງເປັນ ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ກອນຕູມ, ທັງເປັນຮອງຫົວໜ້າສະເພາະກິດ ແຂວງກອນຕູມແຫ່ງ ສສ ຫວຽດ ນາມພ້ອມດ້ວຍຄະນະທັງສອງ ຝ່າຍເຂົ້າຮ່ວມ.

ອັດຕະປື - ກອນຕູມສືບຕໍ່ແຜນການປະສານສົມທົບຊອກຫາ, ຂຸດຄົ້ນອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ.

ສະຫາຍ ພັນເອກ ໂຮ່ແອງຕວນ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແຂວງກອນຕູມມອບເງິນ ຈຳ ນວນ 500.000.000 ດົ້ງ ຊ່ວຍເຫຼືອຄວາມເສຍຫາຍຈາກໄພພິ ບັດ ນ້ຳຖ້ວມຢູ່ແຂວງອັດຕະປື. (ພາບ: baokontum.com.vn)

ໃນກອງປະຊຸມ ສະຫາຍ ພັນເອກ ໂຊກໄຊ ພິມມະລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ໄດ້ຜ່ານແຜນການເຄື່ອນໄຫວ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ແຂວງອັດຕະປື ປະຈຳສົກປີ 2019-2020. ອີງຕາມເນື້ອໃນບົດບັນທຶກກອງ ປະຊຸມ ຄັ້ງທີ24 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ແຫ່ງ ສປປ ລາວ ແລະ ຄະນະປະຕິບັດງານພິເສດລັດຖະບານແຫ່ງ ສສ ຫວຽດນາມ ທີ່ ລົງນາມໃນ ຄັ້ງວັນທີ 2 ກໍລະກົດ 2019, ທີ່ນະຄອນຫຼວງພະບາງ ສປປ ລາວ. ກ່ຽວກັບວຽກງານ ສືບຕໍ່ຊອກຫາຂຸດຄົ້ນ ແລະ ເຄື່ອນ ຍ້າຍອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນປາງ ສົງຄາມຢູ່ລາວກັບຄືນປະເທດ.

ໃນການພົວພັນຮ່ວມມືຂອງທັງສອງຝ່າຍຄັ້ງນີ້ສືບຕໍ່ປະສານສົມທົບຮ່ວມມືໃຫ້ແໜ້ນແຟ້ນ ໂດຍສະເພາະແມ່ນກອງປະຕິບັດງານພິເສດ ກາ 53 (K53) ທີ່ມາ ປະຕິບັດໜ້າທີ່ຢູ່ແຂວງອັດຕະປື ເພື່ອພ້ອມກັນເຮັດສຳເລັດໜ້າທີ່. ສືບຕໍ່ເອົາໃຈໃສ່ໃນການຊອກຫາຂໍ້ມູນແຫຼ່ງຂ່າວຫຼຸມຝັງສົບຈາກທ້ອງຖິ່ນ ແລະ ຮາກຖານປະຊາຊົນບັນດາເຜົ່າ, ຂະແໜງການ ແລະ ບັນດາຫົວໜ່ວຍທຸລະກິດ ຕ່າງໆໃຫ້ມີສ່ວນຮ່ວມໃນການເກັບກຳຂໍ້ມູນ,ປ້ອນແຫຼ່ງຂ່າວໃຫ້ ລະອຽດຊັດເຈນຂຶ້ນຕື່ມ,ສືບຕໍ່ປະສານສົມທົບພົວພັນແລກປ່ຽນ ບົດຮຽນເຊິ່ງກັນແລະກັນລະ ຫວ່າງຄະນະປະຕິບັດງານພິເສດ ແຂວງອັດຕະປື ກັບຄະນະປະຕິບັດງານພິເສດແຂວງກອນຕູມໃຫ້ ຕໍ່ເນື່ອງ ແລະ ມີປະສິດທິຜົນສູງ.

ບັນດາພື້ນທີ່ຈຸດສຸມທີ່ຈະຕ້ອງໄດ້ຊອກຫາແລະຂຸດຄົ້ນຄັ້ງນີ້ ໃນ 5 ເມືອງ ມີ 22 ບ້ານ, 10 ກຸ່ມບ້ານ ແລະ ເຂດພັດທະນາວັງຕັດ. ຄາດໝາຍສູ້ຊົນໃນສົກປີ 2019- 2020 ການຊອກຄົ້ນໃຫ້ສາມາດບັນລຸໄດ້ 1-3 ສົບ. ກອງປະຊຸມທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນໃນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດສູງ. ໃນໂອກາດ ນີ້ສະຫາຍ ພັນເອກ ໂຮ່ແອງຕວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກອນຕູມ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແຂວງກອນຕູມມອບເງິນ ຈຳນວນ 500.000.000 ດົ້ງ ຊ່ວຍເຫຼືອຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປື. ໂດຍແມ່ນ ສະຫາຍ ອຸ່ນຫຼ້າ ໄຊ ຍະສິດຮອງເຈົ້າແຂວງອັດຕະປືໃຫ້ກຽດກ່າວຮັບເງິນຊ່ວຍເຫຼືອດັ່ງກ່າວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.