ລຸ້ນໜຸ່ມຈະສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ລາວ

14:57 | 10/10/2023

ຍສໝ - ນັ້ນ​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ ສາດສະດາຈານ,ດຣ ບໍ່​ວຽງ​ຄຳ ວົງ​ດາລາ - ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ສື່ສານ, ປະທານ​ສະມາຄົມ​ສູນ​ກາງ​ມິດຕະພາບ ​ລາວ-ຫວຽດນາມ ​ແລະ ທ່ານ ສາດສະດາຈານ ດຣ ​ ສາຍ​ກົງ ​ໄຊ​ຍະ​ສີນ, ຫົວໜ້າ​ກົມ​ສຶກສາ​ຊັ້ນ​ສູງ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ລາວ, ​ຮອງ​ປະທານ - ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ເມື່ອ​ໂອ້​ລົມ​ກັບ​ນັກ​ຂ່າວ​ວາລະສານ​ຍຸກສະໄໝ ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ການພົບປະແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ
VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ຖ່າຍທອດຂໍ້ຄວາມ ກ່ຽວກັບ “ມິດຕະພາບ ຫວຽດນາມ - ລາວ” ມາເຖິງລຸ້ນໜຸ່ມ

ຕາມ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ບໍ່​ວຽງ​ຄຳ ວົງ​ດາລາ ​ແລ້ວ, ​ໃນ​ໄລຍະ 2014-2023, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ຕັ້ງໜ້າ. ພິ​ເສດ, ພັດທະນາ​ສະມາຄົມ​ຢ່າງ​ກວ້າງຂວາງ ​ດ້ວຍ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ​ ໃນ​ການ​ເຜີຍ​ແຜ່​ຮີດຄອງ​ປະ​ເພນີ​ມິດຕະພາບ​ຫວຽດນາມ - ລາວ, ພິ​ເສດ​ແມ່ນ​ໃຫ້ແກ່​ລຸ້ນໜຸ່ມ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ຈັດ​ຕັ້ງ​ຫຼາຍ​ລາຍການ, ​ເຄື່ອນ​ໄຫວ​ດ້ວຍ​ຫຼາຍ​ຮູບ​ການ ​ແລະ ​ແບບ​ຢ່າງ​ທີ່​ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ໂຄງການງານມະຫາກຳມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ. ຜ່ານ​ການ​ເຄື່ອນ​ໄຫວ, 2 ສະມາຄົມ​ໄດ້​ໂຄສະນາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ອັນ​ບໍລິສຸດ​ຜຸດຜ່ອງ ​ແລະ ​ຄວາມຮັກຄວາມແພງທີ່ສັດຊື່​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ທີຫາຍາກໃນ​ໂລກ.

ລຸ້ນໜຸ່ມຈະສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ລາວ
ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ບໍ່​ວຽງ​ຄຳ ວົງ​ດາລາ

​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື ​ລະຫວ່າງ​ສອງ​ສະມາຄົມ​ມິດຕະພາບ, ທ່ານ ​ສຈ.​ດຣ. ບໍວຽງຄຳ ວົງດາລາ ໃຫ້ຮູ້ວ່າ: ຕ້ອງສຸມໃສ່ເຜີຍແຜ່, ໂຄສະນາເຜີຍແຜ່ເນື້ອໃນ ແລະ ຈິດໃຈການຮ່ວມມືຮອບດ້ານລະຫວ່າງສອງຊາດໃຫ້ຊາວໜຸ່ມ.

“ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ປະຕິບັດ, ​ເພີ່ມ​ທະວີ​ການ​ໂຄສະນາ​ໃຫ້​ທຸກ​ຊັ້ນ​ຄົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ, ປະຫວັດສາດ​ອັນ​ສະຫງ່າ​ລາສີ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ. ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະຄົນ​ໃນ​ການ​ປູກ​ຝັງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ”.

ການຮ່ວມມືໃນການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ທ່ານ ສາດສະດາຈານ ດຣ ສາຍ​ກົງ ​ໄຊ​ຍະ​ສີນ, ຫົວໜ້າ​ກົມ​ການ​ບຳລຸງສ້າງມະຫາວິທະຍາໄລ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ລາວ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ກໍ່​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໄວ​ໜຸ່ມ.

“ຂ້າ​ພະ​ເຈົ້າ ໄດ້​ຄາດ​ວ່າ​ສອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈະ​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວຽກ​ງານ​ເລື້ອຍໆ, ພິ​ເສດ​ແມ່ນ​ພາຍຫຼັງ Covid-19, ພວກ​ຂ້າ​ພະ​ເຈົ້າ​ຈະ​ມີ​ເວ​ລາ​ເພີ່ມ​ເຕີມ ​ເພື່ອ​ພົບ​ປະ​ບັນ​ດາ​ວຽກ​ງານ​ສະ​ເພາະ​ທີ່​ຕ້ອງ​ເຮັດ​ພ້ອມ​ກັນ.

ລຸ້ນໜຸ່ມຈະສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ - ລາວ
ທ່ານ ສາດສະດາຈານ ດຣ ສາຍ​ກົງ ​ໄຊ​ຍະ​ສີນ, ຫົວໜ້າ​ກົມ​ການ​ບຳລຸງສ້າງມະຫາວິທະຍາໄລ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ລາວ

ສ່ວນ​ໜຶ່ງ​ຂອງ​ໄວ​ໜຸ່ມ​ໃນ​ປະຈຸ​ບັນ​ ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ປະຫວັດສາດ ​ແລະ ຮີດຄອງ​ປະ​ເພນີ. ສະນັ້ນ, 2 ສະມາຄົມ​ຕ້ອງ​ສຸມ​ໃສ່​ໂຄສະນາ​ເຜີຍ​ແຜ່​ຮີດຄອງ​ປະ​ເພນີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃຫ້​ລຸ້ນໜຸ່ມ, ​ແບ່ງປັນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ເພື່ອ​ໃຫ້​ລຸ້ນໜຸ່ມ​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ" ທ່ານ ສາດສະດາຈານ ດຣ ສາຍ​ກົງ ​ໄຊ​ຍະ​ສີນເວົ້າ​ວ່າ.

ອີງຕາມ ທ່ານ ສາດສະດາຈານ ດຣ ສາຍ​ກົງ ​ໄຊ​ຍະ​ສີນ ໃຫ້ຫູ້ວ່າ ຫວຽດນາມ ແລະ ລາວ ຕ້ອງ​ສືບ​ຕໍ່​ຊຸກຍູ້ ​ແລະ ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ, ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ທັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ.

“ສອງ​ສະມາຄົມ​ຕ້ອງ​ຊຸກຍູ້, ໜູນ​ຊ່ວຍ ​ແລະ ຊຸກຍູ້​ບັນດາ​ອົງການ​ຂອງ​ລັດ​ທີ່​ກ່ຽວຂ້ອງ​ຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ, ວິທີ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ການ​ເດີນ​ໜ້າ ​ແລະ ​ແທດ​ເໝາະ​ກັບ​ທ່າ​ອ່ຽງພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ແຫຼ່ງກຳລັງ​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ ​ແລະ ພັດທະນາ, ປະຈຸ​ບັນ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ຖ້າ​ຫາກ​ວ່າ​ໃນ​ເມື່ອ​ກ່ອນ, ພວກ​ຂ້າພະ​ເຈົ້າ​ໄດ້​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ​ແຕ່​ປະຈຸ​ບັນ. ສາມາດພັດທະນາຕາມທິດການຝຶກອົບຮົມຊັບພະຍາກອນມະນຸດຂອງແຕ່ລະເມືອງ, ແຂວງ, ຕາແສງ ໃຫ້ສາມາດພັດທະນາໄດ້ຈາກຮາກຖານ” - ທ່ານ ສາດສະດາຈານ ດຣ ສາຍ​ກົງ ​ໄຊ​ຍະ​ສີນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.