ເພີ່ມ​ທະວີ​ນໍ້າ​ໃຈ​ສາມັກຄີີ ຫວຽດນາມ - ລາວ

08:14 | 06/12/2019

ໃນລະຫວ່າງວັນທີ 4 - 7 ທັນວາ 2019, ຕອນບ່າຍວັນທີ 4 ທັນວາ 2019 ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຫ້ອງວ່າການປະທານປະເທດ ຫວຽດນາມ ໂດຍທ່ານ ດ່າວ ຫວຽດ ຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ, ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ.

ເພີ່ມ​ທະວີ​ນໍ້າ​ໃຈ​ສາມັກຄີີ ຫວຽດນາມ - ລາວ

ທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການເປັນຫົວໜ້າຄະນະ ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ

ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ຫ້ອງວ່າການປະທານປະເທດຂອງ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອກັນເພື່ອປະຕິບັດວຽກງານເສນາທິການໃຫ້ການນຳສອງປະເທດໃຫ້ດີກ່ວາເກົ່າ, ປະຕິບັດໜ້າທີ່ເຊິ່ງສອງພັກ, ສອງລັດ ໄດ້ມອບໝາຍໃຫ້ສຳເລັດຜົນ, ປະກອບສ່ວນເຂົ້າການພັດທະນາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.

ທີ່ການຕ້ອນຮັບ, ທ່ານ ດ່າວຫວຽດຈູງ ໃຫ້ຮູ້ວ່າ, ການພົບປະເຈລະຈາໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍໄດ້ປຶກສາຫາລືບັນດາເນື້ອໃນເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງສະເໜີບັນດາມາດຕະການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງຫ້ອງວ່າການສໍານັກງານປະທານປະເທດຫວຽດນາມ ແລະລາວ. ທ່ານ ດ່າວຫວຽດຈູງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດ ແລະ ປະຊາຊົນລາວ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າໃນການປະຕິບັດບັນດາຄາດໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສຳເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XI ຂອງພັກ, ປະຕິບັດສຳເລັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (ໄລຍະ 2016-2020), ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ ສຳເລັດຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.