ຄາດຄະເນເລີ່ມລົງມືກໍ່ສ້າງທາງລົດໄຟລາວ - ຫວຽດນາມເຊື່ອມຕໍ່ ທ່າກຳປັ່ນ ຫວຸງອ໋າງ

16:17 | 21/10/2019

ຍສໝ - ລັດຖະບານຂອງສອງປະເທດ ໄດ້ກຳນົດເສັ້ນທາງລົດໄຟ ວຽງຈັນ - ຫວຸງອ໋າງ ແລະ ທາງດ່ວນເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ແມ່ນສອງໂຄງການເຊື່ອມຕໍ່ຍຸດທະສາດ ທີ່ຕ້ອງໄດ້ລົງທຶນ ແລະ ກໍ່ສ້າງໃນອະນາຄົດອັນໃກ້ນີ້ ເພື່ອຊ່ວຍຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການເພີ່ມທະວີການຄ້າສອງຝ່າຍ ແລະ ສ້າງສະຖານທີ່ຢ່າງປະຖົມປັດໄຈ ໃຫ້ປະເທດລາວກາຍເປັນສູນກາງໃນການຂົນສົ່ງສິນຄ້າ.

ວັນທີ 17 ຕຸລາ, ລັດຖະບານລາວໄດ້ມອບໃຫ້ບໍລິສັດການຄ້ານໍ້າມັນອາຍແກັດລາວ (PetroTrade) ດໍາເນີນການຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ, ຈາກເມືອງທ່າແຂກ, ແຂວງຄໍາມ່ວນຂອງລາວ ໄປຮອດຊາຍແດນ ຫວຽດນາມ. ເສັ້ນທາງລົດໄຟລາວ-ຫວຽດນາມ ໂດຍມີຈຸດເລີ່ມຕົ້ນຈາກເມືອງທ່າແຂກ, ລາວ ໄປຮອດຊາຍແດນລາວ-ຫວຽດນາມ ເພື່ອເຊື່ອມຕໍ່ກັບທ່າກໍາປັ່ນຫວູງອ໋າງ ສັງກັດແຂວງຮ່າຕິງ, ຫວຽດນາມ.

ວັນທີ 15 ຕຸລາ, ຕາງໜ້າລັດຖະບານລາວ, ກະຊວງແຜນການ ແລະການລົງທຶນໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ກັບບໍລິສັດ PetroTrade ວ່າດ້ວຍການດໍາເນີນການຄົ້ນຄວ້າ ແລະສໍາເລັດການອອກແບບລະອຽດຂອງເສັ້ນທາງລົດໄຟດັ່ງກ່າວ.

ຄາດຄະເນເລີ່ມລົງມືກໍ່ສ້າງທາງລົດໄຟລາວ - ຫວຽດນາມເຊື່ອມຕໍ່ ທ່າກຳປັ່ນ ຫວຸງອ໋າງ

ຮອງລັດຖະມົນຕີກະຊວງໂຍທາທິການ - ຂົນສົ່ງປະເທດລາວ ທ່ານ Viengsavath Siphandone. (ພາບ: baohatinh.vn)

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ PetroTrade ໃຫ້ຮູ້ວ່າ: “ເສັ້ນທາງລົດໄຟຈະມີລວງຍາວ 240 ກິໂລແມັດເຖິງ 270 ກິໂລແມັດ; ໃນນັ້ນລວງຍາວຂອງເສັ້ນທາງຢູ່ດິນແດນລາວແມ່ນປະມານ 150 ກິໂລແມັດ, ປະມານ 120 ກິໂລແມັດທີ່ຍັງເຫຼືອຈະນອນໃນດິນແດນຫວຽດນາມ.

ການສໍາຫຼວດເບື້ອງຕົ້ນຈະໄດ້ດໍາເນີນຈາກເມືອງທ່າແຂກ ໄປຮອດຊາຍແດນລາວ-ຫວຽດນາມ, ຂັ້ນຕອນການສໍາຫຼວດ ແລະອອກແບບຈະໃຫ້ສໍາເລັດໃນເວລາ 8-12 ເດືອນ. ຖ້າຫາກໄດ້ຮັບການອະນຸມັດຈາກລັດຖະບານລາວ ແລະລັດຖະບານຫວຽດນາມ, ໂຄງການຄາດຄະເນວ່າຈະໄດ້ເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະສໍາເລັດໃນປີ 2024.

ລັດຖະບານຂອງສອງປະເທດ ໄດ້ກຳນົດເສັ້ນທາງລົດໄຟ ວຽງຈັນ - ຫວຸງອ໋າງ ແລະ ທາງດ່ວນເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ແມ່ນສອງໂຄງການເຊື່ອມຕໍ່ຍຸດທະສາດ ທີ່ຕ້ອງໄດ້ລົງທຶນ ແລະ ກໍ່ສ້າງໃນອະນາຄົດອັນໃກ້ນີ້ ເພື່ອຊ່ວຍຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການເພີ່ມທະວີການຄ້າສອງຝ່າຍ ແລະ ສ້າງສະຖານທີ່ຢ່າງປະຖົມປັດໄຈ ໃຫ້ປະເທດລາວກາຍເປັນສູນກາງໃນການຂົນສົ່ງສິນຄ້າ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ