ນັກສຶກສາລາວ ຮໍ່າຮຽນຢູ່ພາກໃຕ້ຫວຽດນາມ ແຂ່ງຂັນກັນບັນລະຍາຍເປັນພາສາ

11:45 | 28/10/2019

ຍສໝ - ຫວ່າງແລ້ວນີ້, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັບມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ ຈັດຕັ້ງການແຂ່ງຂັນບັນລະຍາຍເປັນພາສາຫວຽດນາມ ຮອບຄັດເລືອກເຂດພາກໃຕ້ ໃຫ້ແກ່ນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ຫວຽດນາມ ປີ 2019.

ນັກສຶກສາລາວ ຮໍ່າຮຽນຢູ່ພາກໃຕ້ຫວຽດນາມ ແຂ່ງຂັນກັນບັນລະຍາຍເປັນພາສາ

ບັນດາທີມຮັບລາງວັນດີເດັ່ນທີ່ການແຂ່ງຂັນ. (ພາບ: giaoducthoidai.vn)

ວັນທີ 25 ຕຸລາ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັບມະຫາວິທະຍາໄລສ້າງຄູນະຄອນໂຮ່ຈີມິນ ຈັດຕັ້ງການແຂ່ງຂັນບັນລະຍາຍເປັນພາສາຫວຽດນາມ ຮອບຄັດເລືອກເຂດພາກໃຕ້ ໃຫ້ແກ່ນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນຢູ່ຫວຽດນາມ ປີ 2019.

ດ້ວຍຫົວຂໍ້ “ຫວຽດນາມ - ປະເທດທີ່ຂ້ອຍຮັກ”, ການແຂ່ງຂັນໄດ້ປະກອບສ່ວນສຶກສາອົບຮົມມູນເຊື້ອ, ບຳລຸງກໍ່ສ້າງຄົນຮຸ່ນໜຸ່ມສອງປະເທດກ່ຽວກັບການພົວພັນແບບພິເສດຫວຽດນາມ - ລາວ, ຍູ້ແຮງຂະບວນການແຂ່ງຂັນກັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ບັນດາຮາກຖານການສຶກສາທີ່ມີນັກສຶກສາລາວ ຮໍ່າຮຽນຢູ່ຫວຽດນາມ. ພ້ອມທັງ, ຊ່ວຍເສີມສ້າງໃຫ້ນັກຮຽນລາວ ມີຄວາມມັກ, ຮັກການຮຽນພາສາຫວຽດ, ຮູ້ ແລະເຂົ້າໃຈຕື່ມອີກກ່ຽວກັບປະເທດ, ປະຊາຊົນ ແລະວັດທະນະທໍາຫວຽດນາມ. ຮອບຄັດເລືອກເຂດພາກໃຕ້ມີ 9 ທີມເຂົ້າຮ່ວມ. ແຕ່ລະທີມມີເວລາບັນລະຍາຍແມ່ນບໍ່ກາຍ 7 ນາທີ, ສາມາດສົມທົບກັບຮູບການຕ່າງໆຕາມຫົວຂ້ໍ “ຫວຽດນາມ - ປະເທດທີ່ຂ້ອຍຮັກ”.

ນັກສຶກສາລາວ ຮໍ່າຮຽນຢູ່ພາກໃຕ້ຫວຽດນາມ ແຂ່ງຂັນກັນບັນລະຍາຍເປັນພາສາ

ການສະແດງສິລະປະ ຕື່ມໃຫ້ບັນລະຍາຍເປັນພາສາ. (ພາບ: giaoducthoidai.vn)

ທ່ານ ຫງວຽນ ຫາຍ ແທັງ, ຮອງຫົວໜ້າກົມຮ່ວມມືສາກົນ (ກະຊວງສຶກສາ ແລະ ບຳລຸງສ້າງ) ໄດ້ແບ່ງປັນວ່າ:“ ພ້ອມກັບການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນວຽກງານພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນບຸລິມະສິດອັນດັບ ໜຶ່ງໃນຂໍ້ຕົກລົງການຮ່ວມມືຫວຽດນາມ - ລາວ. ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ກຳ ນົດວ່າ ປັດໃຈທີ່ຕັດສິນຄຸນນະພາບຂອງການຝຶກອົບຮົມນັກສຶກສາລາວ ຢູ່ຫວຽດນາມ ແມ່ນລະດັບເວົ້າພາສາຫວຽດຂອງນັກຮຽນ ກ່ອນ ແລະ ໃນຂະບວນການຮຽນວິຊາສະເພາະ. ສະນັ້ນ, ການປັບປຸງຄວາມສາມາດດ້ານພາສາຫວຽດ ໃຫ້ຖືວ່າແມ່ນສິ່ງທີ່ສຳຄັນ ແລະ ຕະຫຼອດມາໃນຂະບວນການຝຶກອົບຮົມ ຢູ່ທຸກສະຖາບັນການສຶກສາທົ່ວປະເທດ.

ຄະນະກໍາມະການ ໄດ້ຄັດເລືອກເອົາ 3 ທີມດີເດັ່ນທີ່ສຸດ ລວມມີ: ມະຫາວິທະຍາໄລສ້າງຄູນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລ ດົ່ງນາຍ, ທະຫາວິທະຍາໄລ ກຶວລອງ ເຂົ້າຮອບຊີງຊະນະເລີດທົ່ວປະເທດ.

ນັກສຶກສາລາວ ຮໍ່າຮຽນຢູ່ພາກໃຕ້ຫວຽດນາມ ແຂ່ງຂັນກັນບັນລະຍາຍເປັນພາສາ

ຄະນະຈັດຕັ້ງ ໄດ້ມອບຂອງຂວັນທີ່ລະລຶກໃຫ້ຜູ້ຕາງໜ້າບັນດາຫົວໜ່ວຍ ເຂົ້າຮ່ວມ. (ພາບ: giaoducthoidai.vn)

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.