ນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ - ລາວ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

09:26 | 29/07/2019

ຍສໝ - ໃນວັນທີ 26 ກໍລະກົດ, ຄະນະຜູ້ແທນນະຄອນໂຮ່ຈີມິນ ນໍາໂດຍທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານ ບຸນທອງ ດີວິໄຊ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ.

ໃນການພົບປະເຈລະຈາ, ທ່ານ ບຸນທອງ ດີວິໄຊ ເຈົ້າແຂວງຈໍາປາສັກ ກ່າວວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ຮ່ວມມືກັນ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ ແລະທ່ານກໍ່ສະເໜີໃຫ້ສະພາປະຊາຊົນນະຄອນໂຮ່ຈີມິນ ແບ່ງປັນບົດຮຽນຊ່ວຍໃຫ້ສະພາປະຊາຊົນແຂວງຈໍາປາສັກ ມີປະສົບການໃນການແກ້ໄຂບັນດາຂໍ້ຕິດຂັດຕື່ມອີກ.

ນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ - ລາວ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

ທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ມອບຂອງຂວັນທີ່ລະນຶກ ໃຫ້ແກ່ທ່ານ ບຸນທອງ ດີວິໄຊ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ. (ພາບ: saigononline.vn)

ທ່ານນາງ ຫງວຽນທິເລະ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນໂຮ່ຈີມິນ ໃນ 6 ເດືອນຜ່ານມາ. ກ່ຽວກັບຜົນການຮ່ວມມືລະຫວ່າງສອງທ້ອງຖິ່ນ, ທ່ານນາງ ຫງວຽນທິເລະ ຕີລາຄາວ່າ, ສອງທ້ອງຖິ່ນໄດ້ມີຫຼາຍການເຄື່ອນໄຫວຮ່ວມມືຢ່າງແທດຈິງ. ບັນດາພະແນກ, ຂະແໜງການສອງຝ່າຍ ຈົ່ງສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນບົດບັນທຶກຊ່ວຍຈໍາວ່າດ້ວຍການກໍານົດທິດການຮ່ວມມື 2016-2020 ເຊິ່ງສອງຝ່າຍໄດ້ລົງນາມແລ້ວຢ່າງຮີບດ່ວນ, ຕັ້ງໜ້າ. ພົ້ນເດັ່ນແມ່ນໂຄງການວາງແຜນຜັງເທດສະບານເມືອງປາກຊ່ອງ, ນໍາມາເຊິ່ງຮູບໂສມໃໝ່ໃຫ້ແກ່ເທດສະບານເມືອງປາກຊ່ອງ ເວົ້າສະເພາະ ແລະແຂວງຈໍາປາສັກ ເວົ້າລວມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.