ສານອວຍພອນ ວັນສ້າງຕັ້ງສ້າງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ

00:54 | 15/05/2019

ຍສໝ - ເນື່ອງໃນໂອກາດ ຄົບຮອບ 64 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22/3/1955 - 22/3/2019), ຄະນະບໍລິຫານສູນກາງພັກຄອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ສານອວຍພອນ ວັນສ້າງຕັ້ງສ້າງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ

ເລຂາທິກາານໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ແລະ ເລຂາທິການໃຫ່ຍ ປະທານປະເທດ ຫວຽດນາມ ຫງວ໋ຽນ ຟູ໋ ຈ້ອງ.

ເນື້ອໃນຂອງສານອວຍພອນບາງສ່ວນຂຽນ:

ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ຕີລາຄາສູງ ແລະ ຍິນດີກັບຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍສຳຄັນດ້ານປະຫວັດສາດ ທີ່ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍປະຊາຊົນບັນດາເຜົ່າໃນອາດີດ ກໍ່ຄືໃນຂະບວນການປ່ຽນແປງໃໝ່, ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດປະຈຸບັນ, ໂດຍສະເພາະແມ່ນພາຍຫຼັງ 3ປີ ແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ.

ພວກຂ້າພະເຈົ້າມີຄວາມດີໃຈຫຼາຍທີ່ໄດ້ຮັບຮູ້ວ່າ ຄຽງຄູ່ກັບບັນດາໝາກຜົນກໍ່ຄືຜົນສຳເລັດສຳຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ນັບມື້ນັບກ້າວສູ່ລວງເລິກ, ເປັນຈິງ ແລະ ມີປະສິດທິຜົນໃນທຸກໆຂົງເຂດ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນຂະບວນການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາ ປະເທດຊາດໃນແຕ່ລະປະເທດ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍສະແດງຄວາມຮູ້ບຸນຄົນອັນເລິກເຊິ່ງຕໍ່ກັບການອຸ້ມຊູຢ່າງເຂັ້ມແຂງ, ການຊ່ວຍເຫຼືອອັນຍິ່ງໃຫຍ່ດ ລຳ້ຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນ ທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ໄດ້ມອບໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນອາດີດຜ່ານມາ...

*ໂອກາດນີ້, ເລຂາທິການໃຫຍ່ ປະທານປະເທດ ຫງວ໋ຽນ ຟູ໋ ຈ້ອງ ໄດ້ສົ່ງຊໍ່ດອກໄມ້ອວຍພອນ ເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ; ກຳມະການສູນກາງພັກ, ຫົວໜ້າພົວພັນສູນກາງພັກ ຮວ່າງ ບິ່ງ ກົນ ໄດ້ສົນສານອວຍພອນເຖິງ ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະພະນັກງານພົວພັນສູນກາງ ຫວຽດນາມ ກໍ່ໄດ້ເຂົ້າອວຍພອນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.