ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ

06:30 | 21/10/2019

ຍສໝ - ວັນທີ 20 ຕຸລາ, ຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ຄຳຫຼ້າ ລິນນະສອນ, ຮອງປະທານ, ເປັນຫົວໜ້າຄະນະໄດ້ ໄປຢ້ຽມຢາມແລະເຮັດວຽກ ຢູ່ເທດສະບານເມືອງ ກວ້າງອຽນ ແຂວງກວ້າງນິງ ສສ ຫວຽດນາມ.

ທີ່ການພົບປະ, ຄະນະຜູ້ແທນຄະນະກຳມະການແນວລາວສ້າງຊາດ ໄດ້ຮັບຟັງ ທ່ານ ດົ໋ງ ວັນ ໂດ , ປະທານຄະນະກຳມະການແນວໂຮມຊາດ ເທດສະບານເມືອງ ກວ້າງອຽນ ສະຫຼຸບຕີລາຄາ ໃຫ້ຮູ້ກ່ຽວກັບສະພາບການປະຫວັດສາດ, ວັດທະນະທຳ - ເສດຖະກິດ - ສັງຄົມຂອງເທດສະບານເມືອງ.

ຄະນະຜູ້ແທນ ຄະນະກຳມະການແນວລາວສ້າງຊາດ ຢ້ຽມຢາມ ແລະ ເຮັດວຽກຢູ່ ເທດສະບານເມືອງ ກວ້າງອຽນ

ພະນັກງານແນວລາວສ້າງຊາດ ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ແບັກດັ່ງ.(ພາບ: baoquangninh.com.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຄຳຫຼ້າ ລິນນະສອນ ໄດ້ສະແດງຄຳຂອບອົກຂອບໃຈຕໍ່ການຕ້ອນຮັບ ແລະ ເຕັມໄປດ້ວຍຄວາມສະໜິດສະໜົມ ຂອງ ເທດສະບານເມືອງກວ້າງອຽນ ທີ່ໄດ້ມອບໃຫ້ແກ່ຄະນະຜູ້ແທນໃນໄລຍະການໄປທັດສະນະສຶກສາ ແລະ ຮຽນຮູ້ກໍ່ຄືການປະຕິບັດງານຕົວຈິງຢູ່ໃນເທດສະບານເມືອງ. ພ້ອມກັນນັ້ນ, ທ່ານຫວັງວ່າໃນຄັ້ງຕໍ່ໄປຈະສືບຕໍ່ເພີ່ມທະວີການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານແນວໂຮມຂອງສອງປະເທດ, ຮັກສາຮີດຄອງປະເພນີຄວາມສາມັກຄີ, ມິດຕະພາບ ລະຫວ່າງສອງຊົນເຜົ່າຫວຽດນາມ - ລາວ.

ໃນມື້ດຽວກັນ, ຄະນະພະນັກງານແນວລາວສ້າງຊາດໄດ້ໄປຖະຫວາຍທູບທຽນສັກກາລະ ຢູ່ວັດ ເຈິ່ນ ຮຶງ ດ້າວ, ອາຮາມ ວົວ ບ່າ, ຢ້ຽມຢາມ ບ໋າຍ ກ໋ອກ ແບັກ ດັ່ງ ແລະ ຢ້ຽມຊົມ ຕົ້ນໄມ້ແດງ ຢ໋ຽງ ລິຶ່ງ ສອງຕົ້ນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.