ຄະນະຜູ້ແທນນະຄອນຫຼວງວຽງຈັນ ແລະ ບໍລິຄຳໄຊ ຢ້ຽມຢາມເຂດເສດຖະກິດ ຫວຸງອ໋າງ.

06:47 | 20/05/2024

ຍສໝ - ໃນ​ການ​ໄປປະຕິບັດງານຢູ່​ແຂວງ ຮ່າ​ຕິ້ງ, ຕອນ​ເຊົ້າ​ວັນ​ທີ 18 ພຶດສະພາ, ຄະ​ນະ​ພະນັກງານນະ​ຄອນ​ຫລວງ​ວຽງ​ຈັນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ເສດ​ຖະ​ກິດ​ ຫວຸງອ໋າງ. ການນຳພະແນກພົວພັນຕ່າງປະເທດ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄປພ້ອມກັບຄະນະ.

ບໍລິຄຳໄຊ ແລະ ເຫງະອານ ແລກປ່ຽນບົດຮຽນວຽກງານຊົນເຜົ່າ ບໍລິຄຳໄຊ ແລະ ເຫງະອານ ແລກປ່ຽນບົດຮຽນວຽກງານຊົນເຜົ່າ
ຄະນະຜູ້ແທນສະພາປະຊາຊົນແຂວງ ບໍລິຄຳໄຊ ມີຫລາຍກິດຈະກຳທີ່ມີຄວາມໝາຍ ຢູ່ ແຂວງ ຮ່າຕິ້ງ ຄະນະຜູ້ແທນສະພາປະຊາຊົນແຂວງ ບໍລິຄຳໄຊ ມີຫລາຍກິດຈະກຳທີ່ມີຄວາມໝາຍ ຢູ່ ແຂວງ ຮ່າຕິ້ງ

ຄະນະ​ໄດ້​ໄປຢ້ຽມ​ຢາມ​ບໍລິສັດເຫຼັກຫຼໍ່ ​ຮົ່ງ​ງຽບ Formosa ຮ່າ​ຕິ້ງ ​ຈຳກັດ ແລະ ບໍລິສັດ​ຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ. ຢູ່ທີ່​ນີ້, ຄະນະ​ຜູ້​ແທນ ​ໄດ້​ຮັບ​ຟັງບັນດາໜ່ວຍງານຂໍ້ມູນກ່ຽວ​ກັບ​ສະພາບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ.

​ບໍລິສັດເຫຼັກຫຼໍ່ ​ຮົ່ງ​ງຽບ Formosa ຮ່າ​ຕິ້ງ ​ຈຳກັດ ມີ 3 ລາຍການຕົ້ນຕໍຄື ໂຮງງານເຫຼັກຫຼໍ່, ທ່າກຳປັ່ນ​ ເຊີນເຢືອງ ແລະ ໂຮງງານໄຟຟ້າ ໃນເນື້ອທີ່ທັງໝົດ 3.318 ເຮັກຕາ; ຍອດ​ເງິນ​ລົງທຶນ​ເກືອບ 12,8 ຕື້ USD.

ຄະນະຜູ້ແທນນະຄອນຫຼວງວຽງຈັນ ແລະ ບໍລິຄຳໄຊ ຢ້ຽມຢາມເຂດເສດຖະກິດ ຫວຸງອ໋າງ.

ຄະນະຜູ້ແທນ ໄດ້ໄປຢ້ຽມຢາມບໍລິສັດຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ

​ໃນ​ປີ 2023, ປະລິມານແທ່ງເຫຼັກ​ ບັນລຸ​ກວ່າ 5,7 ລ້ານ​ໂຕນ, ປະລິມານຈຳໜ່າຍຜະລິດ​ຕະພັນ​ເຫຼັກ​ກວ່າ 6,1 ລ້ານ​ໂຕນ, ລາຍ​ຮັບ​ບັນລຸ​ກວ່າ 3,9 ຕື້ USD. ບໍລິສັດຈ່າຍຄ່າພາສີປະມານ 330 ລ້ານ USD.

​ໃນ​ປີ 2024, ບໍລິສັດ​ເຫຼັກຫຼໍ່ ​ຮົ່ງ​ງຽບ Formosa ຮ່າ​ຕິ້ງ ​ຈຳກັດ ​ໄດ້​ສູ້​ຊົນ​ບັນລຸ​ປະລິມານເຫຼັກ 5,1 ລ້ານ​ໂຕນ, ແທ່ງເຫຼັກ 5,8 ລ້ານ​ໂຕນ ​ແລະ ປະລິມານ​ໄຟຟ້າ​ຜະລິດປະມານ 4 ຕື້ kWh...

ບໍລິສັດ​ຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ຄຸ້ມ​ຄອງ, ຂຸດຄົ້ນສອງເຂດທ່າກຳປັ່ນ​​ຕົ້ນຕໍ​ຄື ທ່າ​ກຳ​ປັ່ນ​ ຫວຸງອ໋າງ (ລວມມີທ່າ​ກຳ​ປັ່ນເລກ 1, 2, 3) ​ແລະ ທ່າ​ກຳ​ປັ່ນ ຊ່ວນຫາຍ. ທ່າ​ກຳ​ປັ່ນເລກ 1 ໄດ້ນຳເຂົ້າ​ເຄື່ອນ​ໄຫວ​ນັບ​ແຕ່​ປີ 2001, ທ່າ​ກຳ​ປັ່ນເລກ 2 ນັບ​ແຕ່​ປີ 2008 ດ້ວຍ​ປະລິມານ​ສິນ​ຄ້າ​ຜ່ານ​ສອງ​ທ່າ​ກຳ​ປັ່ນ​ບັນລຸ 4 ລ້ານ​ໂຕນ/ປີ. ​ໃນ​ນັ້ນ, ສິນຄ້າ​ຜ່ານແດນຂອງ ​ລາວ ກວມ​ເກືອບ 40% (​ກາລີ, ແຮ່ເຫຼັກ, ທາດທອງ...).

ໂຄງການທ່າເຮືອເລກ 3 ຫວຸງອ໋າງ ໄດ້ລົງທຶນໂດຍບໍລິສັດຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ດ້ວຍມູນຄ່າທັງໝົດເກືອບ 1.000 ຕື້ດົ່ງ. ຄາດ​ວ່າ​ໃນ​ຕົ້ນ​ໄຕ​ມາດ​ທີ 4 ຂອງ​ປີ​ນີ້, ບໍລິສັດ ຈະນຳທ່າ​ກຳ​ປັ່ນ​ເລກ 3 ​ເຂົ້າ​ສູ່​ການ​ເຄື່ອນໄຫວ​ການຄ້າ, ປະກອບສ່ວນ​ເຮັດ​ໃຫ້​ສະມັດຕະພາບທັງໝົດຂອງ​ທ່າ​ກຳ​ປັ່ນ 3 ​ແຫ່ງຂຶ້ນກວ່າ 6 ລ້ານໂຕນ/ປີ.

ໃນ 4 ເດືອນຕົ້ນປີ, ບໍລິສັດຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ໄດ້ຮັບປະກັນໃຫ້ສິນຄ້າຜ່ານທ່າກຳປັ່ນ ຮ່າຕິ້ງ ຫຼາຍກວ່າ 1,2 ລ້ານໂຕນ (ບັນລຸ 31% ຂອງແຜນການປີ 2024 ແລະ ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນປີ 2023). ຜ່ານນັ້ນ, ລາຍຮັບຂອງບໍລິສັດບັນລຸປະມານ 70 ຕື້ດົ່ງ (ບັນລຸ 30% ແຜນການປີ 2024 ແລະ ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023). ນີ້​ແມ່ນ​ໝາກຜົນ​ທີ່ສູງ​ທີ່ສຸດ​ຂອງບໍລິສັດຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ​ໃນ 4 ປີຜ່ານມາ.

ຜ່ານ​ການ​ຢ້ຽມຢາມ, ຄະນະ​ການປະຕິບັດງານ​ປະ​ເທດເພື່ອນ​ ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ຢູ່​ເຂດ​ເສດຖະກິດ​ ຫວຸງອ໋າງ ແລະ ພາກພູມໃຈເປັນພິ​ເສດ​ ເມື່ອ​ສິນຄ້າ​ຜ່ານ​ແດນ​ຂອງ​ ລາວ ​ນັບ​ມື້​ນັບ​ບັນລຸ​ໄດ້​ປະລິມານຫຼາຍ; ລະບົບທ່າກຳປັ່ນຂອງບໍລິສັດ​ຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ນັບມື້ນັບໄດ້ຮັບການລົງທຶນຂອບຂະໜາດໃຫຍ່, ຕາມທິດທາງທີ່ທັນສະໄໝ, ມີແບບມີແຜນຫຼາຍກວ່າເກົ່າ.

ບັນດາຜູ້ຕາງໜ້າກໍ່ຢືນຢັນວ່າ ການເຄື່ອນໄຫວຂອງລິສັດ​ຫຸ້ນ​ສ່ວນທ່າກຳປັ່ນ​ສາກົນ​ ລາວ - ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນຍົກສູງມູນຄ່າເສດຖະກິດ, ການຄ້າເທົ່ານັ້ນ ຫາກຍັງມີຄວາມໝາຍທາງດ້ານການເມືອງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ລາວ-ຫວຽດນາມ ອີກດ້ວຍ.

ມິງດຶກ

ເຫດການ
302 Found

Found

The document has moved here.