ໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ

00:54 | 15/05/2019

ຕອນບ່າຍວັນທີ 18 ມີນາ, ສະຖາບັນຍຸຕິທຳ ໄດ້ຈັດຕັ້ງພິທີໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ.

ໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ

ທ່ານ ຫງວຽນກວາງທ໊າຍ ຫົວໜ້າກົມຈັດຕັ້ງພະນັກງານກ່າວຄຳເຫັນທີ່ພິທີໄຂ. (ພາບ: ເຟືອງມາຍ)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນກວາງທ໊າຍ ຫົວໜ້າກົມຈັດຕັ້ງພະນັກງານ ເນັ້ນໜັກວ່າ: ນີ້ແມ່ນຊຸດຮຽນທີ 3 ແລະກໍ່ແມ່ນຊຸດຮຽນສຸດທ້າຍທີ່ໄດ້ຈັດຕັ້ງໃຫ້ພະນັກງານ, ຄູອາຈານ ລາວ ໃນຂອບເຂດໂຄງການ ODA ຂອງລັດຖະບານຫວຽດນາມ ໜູນຊ່ວຍໃຫ້ສະຖາບັນຍຸຕິທຳແຫ່ງຊາດລາວ. ເລື່ອງຜັນຂະຫຍາຍຊຸດຮຽນນີ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍຂອງໂຄງການພ້ອມທັງກໍ່ແມ່ນກາລະໂອກາດ ເພື່ອໃຫ້ບັນດາພະນັກງານ, ຄູອາຈານ ລາວ ໄດ້ຄົ້ນຄວ້າ, ຮ່ຳຮຽນວິທີການກໍ່ສ້າງອາຊີບ, ກໍຄືບົດຮຽນຕົວຈິງກ່ຽວກັບອາຊີບຢູ່ຫວຽດນາມ.

ໄຂຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ລາວ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. (ພາບ: ເຟືອງມາຍ)


ຜ່ານນັ້ນ, ທ່ານ ຫງວຽນກວາງທ໊າຍ ສະເໜີສະຖາບັນຄວນຈັດຕັ້ງການກໍ່ສ້າງຖືກຕາມຫຼັກສູດ, ເອົາໃຈໃສ່ຍົກສູງຄຸນນະພາບການສິດສອນ, ຮັບປະກັນຄຸນນະພາບແປພາສາ. ພິເສດ, ຕ້ອງໃສ່ໃຈເຖິງການຮຽບຮຽງ ແລະແປຕຳລາສອນ, ເອກະສານມາເປັນພາສາລາວ, ຮັບປະກັນການສະໜອງບັນດາເອກະສານໃຫ້ນັກສຳມະນາກອນທຸກຄົນຢ່າງທັນການ.

ຊຸດກໍ່ສ້າງຜູ້ພິພາກສາ, ພະນັກງານໄອຍະການ, ທະນາຍຄວາມໃຫ້ແກ່ພະນັກງານ, ຄູອາຈານ ປະເທດເພື່ອນບ້ານລາວ ແກ່ຍາວໃນໄລຍະ 3 ເດືອນຢູ່ຮ່າໂນ້ຍ ດ້ວຍ 365 ຊົ່ວໂມງຮຽນໃນນັ້ນໄປຝຶກງານຕົວຈິງຢູ່ສານ 2 ແຫ່ງ, ອົງການໄອຍະການ 3 ແຫ່ງ ແລະຫ້ອງການທະນາຍຄວາມ 2 ແຫ່ງໃນ 40 ຊົ່ວໂມງຮຽນ. ພ້ອມກັບການກໍ່ສ້າງຫຼັກສູດຮຽນແລ້ວ, ສະຖາບັນຍັງກໍ່ສ້າງ, ຮຽບຮຽງເອກະສານ, ສຳນວນໃໝ່ຮັບໃຊ້ໃຫ້ຊຸດຮຽນນີ້ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ສົມເພັດ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.