ຫວຽດນາມ - ລາວ: ການຮ່ວມມືບໍາລຸງສ້າງເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານໄອຍະການ

13:47 | 25/08/2019

ຍສໝ - ການຮ່ວມມືບຳລຸງສ້າງເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານໄອຍະການຍາມໃດກໍ່ໄດ້ກໍານົດວ່າແມ່ນຂົງເຂດຮ່ວມມືຈຸດສຸມ, ບຸລິມະສິດ.

ຫວຽດນາມ - ລາວ: ການຮ່ວມມືບໍາລຸງສ້າງເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານໄອຍະການ

ຫວຽດນາມ - ລາວ: ການຮ່ວມມືບໍາລຸງສ້າງເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານໄອຍະການ.(ພາບ: baovephapluat.vn)

ໃນໄລຍະ 2 ປີຜ່ານມາ, ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ຈັດສົ່ງຄະນະຜູ້ແທນຂອງອົງການໄອຍະການແຂວງຕ່າງໆຂອງຫວຽດນາມ 6 ຄະນະໄປຢ້ຽມຢາມ, ເຮັດວຽກຢູ່ລາວ ແລະ ຈັດຕັ້ງການຕ້ອນຮັບຄະນະຜູ້ແທນຂອງອົງການໄອຍະການບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັບຫວຽດນາມ ຂອງລາວ 6 ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນຂອງຫວຽດນາມ.

ປະຈຸບັນ, ແຜນນະໂຍບາຍຂອງພັກ, ລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ ແລະ ລາວ ກ່ຽວກັບການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ, ໃນໄລຍະຜ່ານມາ, ຂະແໜງໄອຍະການທະຫານຫວຽດນາມ ໄດ້ເພີ່ມທະວີການຊີ້ນໍາ, ນໍາພາ, ລົງທຶນກ່ຽວກັບມະນຸດ ແລະວັດຖຸໃຫ້ແກ່ອົງການໄອຍະການທະຫານທຸກຂັ້ນ, ໂດຍສະເພາະແມ່ນບັນດາກົມກອງທີ່ຕັ້ງທັບຢູ່ບໍລິເວນຊາຍແດນໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັນກັບບັນດາກົມກອງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ ໃນການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນ, ບົດຮຽນ.

ປີ 2018, ເລີ່ມຈາກຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຮ່ວມມືສາກົນ ແລະໜູນຊ່ວຍດ້ານນິຕິກໍາທາງອາຍາຂອງອົງການໄອຍະການປະຊາຊົນສູງສຸດທຸກຂັ້ນ, ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ຈັດຕັ້ງ 2 ຊຸດບໍາລຸງສ້າງກ່ຽວກັບວຽກງານການຮ່ວມມືກັບສາກົນ ແລະ ໜູນຊ່ວຍດ້ານນິຕິກໍາທາງອາຍາໃຫ້ແກ່ພະນັກງານ, ນັກໄອຍະການ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.