ເປີດຊຸດຝຶກອົບຮົມວິຊາສະເພາະ ດ້ານຮ່າງກາຍໃຫ້ແກ່ຄູອາຈານ ລາວ

16:30 | 30/10/2019

ຍສໝ - ໃນວັນທີ 29 ຕຸລາ, ທີ່ມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິຊາສະເພາະດ້ານຮ່າງກາຍ ໃຫ້ແກ່ຄູອາຈານ ແລະ ພະນັກງານ ລາວ.

ເປີດຊຸດຝຶກອົບຮົມວິຊາສະເພາະ ດ້ານຮ່າງກາຍໃຫ້ແກ່ຄູອາຈານ ລາວ

ທ່ານ ຫງວຽນ ຍູ່ຍ ກ໋ວຽດ ອະທິການບໍດີມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍກ່າວຄຳປາໄສໃນພິທີເປີດ. (ພາບ: giaoduc.net.vn)

ເຂົ້າຮ່ວມພິທີເປີດຊຸດຝືກອົບຮົມວິຊາສະເພາະ ດ້ານຮ່າງກາຍໃຫ້ແກ່ຄູອາຈານ ແລະ ພະນັກງານ ລາວ ທີ່ມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ ມີ: ທ່ານ ຫງວຽນ ຍູ່ຍ ກ໋ວຽດ - ເລຂາຄະນະພັກ - ອະທິການບໍດີມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ; ສະຖານທູດລາວ ປະຈຳຫວຽດນາມ; ກົມຮ່ວມມືສາກົນ - ກະຊວງສຶກສາ ແລະ ບຳລຸງສ້າງ.

ກ່າວຄຳປາໄສໃນພິທີເປີດ, ທ່ານ ຫງວຽນ ຍູ່ຍ ກ໋ວຽດ - ເລຂາຄະນະພັກ - ອະທິການບໍດີມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ: ໃນປີ 2019, ກະຊວງສຶກສາແລະ ບຳລຸງສ້າງ ສືບຕໍ່ຄັດເລືອກ ແລະ ມອບໝາຍໃຫ້ມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ ເພື່ອຈັດຕັ້ງປະຕິບັດການຝຶກອົບຮົມວິຊາສະເພາະ ແລະ ການສຶກສາບຳລຸງຮ່າງກາຍໃຫ້ແກ່ພະນັກງານ, ຄູອາຈານຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ການເປີດຊຸດຝຶກອົບຮົມວິຊາສະເພາະ ດ້ານຮ່າງກາຍໃຫ້ແກ່ຄູອາຈານ ລາວນີ້ ໄດ້ຖືເປັນ 1 ໃນ 4 ໂຄງການທີ່ໄດ້ເຊັນກັນລະຫວ່າງ 2 ປະເທດ ລາວ ແລະ ຫວຽດນາມ.

ເປີດຊຸດຝຶກອົບຮົມວິຊາສະເພາະ ດ້ານຮ່າງກາຍໃຫ້ແກ່ຄູອາຈານ ລາວ

ຜູ້ຕາງໜ້າ ຂອງລາວ ແລະ ຫວຽດນາມ ແລະ ນັກສຶກສາຂອງຊຸດອົບຮົມຖ່າຍຮູບທີ່ລະລຶກ. (ພາບ: giaoduc.net.vn)

ທ່ານ ຫງວຽນ ຍູ່ຍ ກ໋ວຽດ - ເລຂາຄະນະພັກ - ອະທິການບໍດີມະຫາວິທະຍາໄລສ້າງຄູ ກາຍະບໍລິຫານ ແລະ ກິລາ ຮ່າໂນ້ຍ ສະແດງຄວາມປາດຖະໜາ ບັນດານັກສຳມະນາກອນ ຈະສຳເລັດຊຸດຝຶກອົບຮົມວິຊາສະເພາະ ດ້ານຮ່າງກາຍດັ່ງກ່າວ, ເພື່ອ ຫລັງຈາກກັບເມືອບ້ານ, ພວກເຂົາຈະປະຕິບັດໄດ້ດີທາງດ້ານວຽກງານວິຊາສະເພາະ ດ້ານຮ່າງກາຍ ແລະ ຈະເປັນຂົວຕໍ່ໃນການຮັດແໜ້ນສາຍພົວພັນມິດຕະພາບຫວຽດນາມ - ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.