ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບ Croatia

14:11 | 19/05/2026

ຍສໝ - ທ່ານລັດຖະມົນຕີ Gordan Grlić Radman ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງ Croatia ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ
ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ
ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບ Croatia
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານ Gordan Grlić Radmanລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາກິດຈະການເອີຣົບ ຂອງ Croatia. (ພາບ: ຫຼາຍຮວາ/VOV)

ໃນຕອນບ່າຍວັນທີ 18 ພຶດສະພາ, ຢູ່ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Gordan Grlić Radman ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາກິດຈະການເອີຣົບ ແຫ່ງ ສາທາລະນະລັດ ໂຄຣເອເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ໂດຍຕີລາຄາສູງຕໍ່ບົດບາດ ແລະ ຕຳແໜ່ງທີ່ນັບມື້ນັບເພີ່ມຂຶ້ນຂອງ Croatia ຢູ່ໃນສະຫະພາບເອີຣົບ ກໍຄືຢູ່ພາກພື້ນເອີຣົບກາງ ແລະ ເອີຣົບຕາເວັນອອກ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບ, ໃນນັ້ນມີ ໂຄຣເອເຊຍ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທັງສອງຝ່າຍສ້າງບາດກ້າວຫັນປ່ຽນຢ່າງແທ້ຈິງ ຢູ່ໃນການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ; ສູ້ຊົນຍົກມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂຶ້ນເປັນສອງເທົ່າ ເມື່ອທຽບໃສ່ລະດັບ 161 ລ້ານໂດລາສະຫະລັດໃນປັດຈຸບັນ; ຄົ້ນຄວ້າການສ້າງຕັ້ງກົນໄກຄະນະກຳມະການຮ່ວມກ່ຽວກັບການຮ່ວມມືທາງດ້ານເສດຖະກິດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ໂຄຣເອເຊຍ ສືບຕໍ່ມີສຽງເວົ້າທີ່ຕັ້ງໜ້າຢູ່ໃນສະຫະພາບເອີຣົບ (EU), ຊຸກຍູ້ໃຫ້ບັນດາປະເທດສະມາຊິກທີ່ເຫຼືອ ໃຫ້ຮີບຮ້ອນໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVIPA); ທັງສະໜັບສະໜູນຄະນະກຳມະການເອີຣົບ ໃນການຮີບຮ້ອນຍົກເລີກ “ໃບເຫຼືອງ” IUU ຕໍ່ກັບອາຫານທະເລສົ່ງອອກຂອງ ຫວຽດນາມ, ເຊິ່ງສອດຄ່ອງກັບຄວາມພະຍາຍາມຢ່າງຈິງຈັງ ແລະ ເດັດຂາດຂອງ ຫວຽດນາມ ໃນການຕໍ່ຕ້ານການທຳມາຫາກິນຫາສັດນ້ຳແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຢູ່ພາຍໃຕ້ການຄວບຄຸມ (IUU).

ທາງດ້ານທ່ານລັດຖະມົນຕີ Gordon Grilich Radman ກໍໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງ ໂຄຣເອເຊຍ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້; ພ້ອມທັງສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ສອງປະເທດ ເພີ່ມທະວີການຮ່ວມມືຢ່າງແທ້ຈິງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ກໍ່ສ້າງ, ພະລັງງານ, ທ່າເຮືອ, ການທ່ອງທ່ຽວ ແລະ logistics.

ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ

ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ.