ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ

08:35 | 29/07/2024

ຍສໝ - "ພວກ​ຂ້າພະ​ເຈົ້າ​ຂໍ​ສະແດງຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງ​ປະຊາຊົນ​ຫວຽດນາມ ​ແລະ ຄອບຄົວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້". ທ່ານ Alfred Gerstl, ປະທານ​ສະມາຄົມ​ມິດຕະພາບ ໂອຕຣິດ - ຫວຽດນາມ ​ໄດ້​ຂຽນ​ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ ​​ສົ່ງເຖິງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ຕໍ່ການຈາກໄປຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ

ຈົດໝາຍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ຈາກ​ສະມາຄົມ​ມິດຕະພາບ​ ໂອຕຣິດ - ຫວຽດນາມ

ລຸ່ມ​ນີ້​ແມ່ນ​ເນື້ອ​ໃນຈົດໝາຍ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ໂອຕຣິດ - ຫວຽດນາມ:

​ສະ​ມາ​ຄົມ​ມິດ​ຕະ​ພາບ ໂອຕຣິດ - ຫວຽດນາມ ຂໍ​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຢ່າງສຸດຊຶ້ງມາ​ຍັງ​ປະ​ຊາ​ຊົນ ສາທາລະນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ກ່ຽວ​ກັບ​ການຈາກໄປຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະນະສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋ຈ້ອງ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ຕົນ ​ແລະ ປາດ​ຖະໜາ​ຢາກ​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງ​ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ. ໃນ​ຕະຫຼອດ​ຊີວິດ​ຂອງ​ຕົນ, ຫວຽດນາມ ​ໄດ້​ພັດທະນາ​ຈາກ​ປະ​ເທດ​ທຸກ​ຍາກ, ປະສົບ​ກັບ​ສົງຄາມ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກໄດ້ເປັນ​ຢ່າງ​ດີ.

​ໃນ​ເວທີ​ສາກົນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ; ໄດ້ຮັບນັບຖື ແລະ ມີອິດທິພົນໃນສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້; ພ້ອມກັນນັ້ນ ​ກໍ່ຮັກສາ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ​ຂອງ​ຕົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ມີ​ບົດບາດ​ສຳຄັນ​ໃນ​ການປັບປຸງການ​ພົວພັນ​ກັບ​ສະຫະພາບ ​ເອີ​ລົບ ​ແລະ ໂອຕຣິດ.

ພວກ​ຂ້າພະ​ເຈົ້າ​ຂໍ​ສົ່ງຄຳແບ່ງເບົາຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດຊຶ້ງມາ​ຍັງ​ປະຊາຊົນ ​ຫວຽດນາມ ​ແລະ ຄອບຄົວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້.

ປະທານ​ສະມາຄົມ​ມິດຕະພາບ ໂອຕຣິດ - ຫວຽດນາມ

ມີງດຶກ

ເຫດການ
302 Found

Found

The document has moved here.