![]() |
| ສະຫາຍ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການ. (ພາບ: VNA) |
ການຢ້ຽມຢາມໄດ້ດຳເນີນໄປແຕ່ວັນທີ 9-10 ເມສາ 2026, ຕາມຄຳເຊີນຂອງສະຫາຍ ວິໄລ ລາກຄຳຟອງ, ຜູ້ປະຈຳຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ແລະ ສະຫາຍ Samdech Say Chhum, ຮອງປະທານພັກປະຊາຊົນກຳປູເຈຍ, ຫົວໜ້າຄະນະຜູ້ປະຈຳຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ.
ຄະນະຜູ້ແທນທາງການປະກອບມີບັນດາສະຫາຍກຳມະການກົມການເມືອງ: ທ່ານນາງ ບຸຍທິມິງຮວາຍ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ແລະ ທ່ານ ດວ່ານມິງຮ໋ວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ.
ໂດຍເຂົ້າຮ່ວມຄະນະທີ່ມີບັນດາສະຫາຍກຳມະການສູນກາງພັກເຊັ່ນ: ທ່ານນາງ ຫງວຽນທິແທ່ງ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ; ທ່ານນາງ ຫງວຽນທິທູຮ່າ, ຮອງຫົວໜ້າຫ້ອງວ່າການປະຈຳຫ້ອງການສູນກາງພັກ; ທ່ານ ຮວ່າງຈຸງຢຸງ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງສູນກາງ; ທ່ານ ຮ່າກວກຈີ້, ຮອງຫົວໜ້າຄະນະກຳມະການກວດກາສູນກາງ; ທ່ານ ຫງວຽນແມັງເກື່ອງ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ພົນໂທ ຫງວຽນເຈືອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ພົນຕີ ດັ້ງຮົ່ງດຶກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ໄທດ້າຍຫງອກ, ເລຂາຄະນະພັກແຂວງຢາລາຍ; ທ່ານ ຫງວຽນຄັກເທີ້ນ, ເລຂາຄະນະພັກແຂວງເຫງະອານ; ທ່ານ ຫງວຽນຢຸຍເລີມ, ເລຂາຄະນະພັກແຂວງຮ່າຕິ້ງ; ທ່ານ ເຈິ່ນຕຽນຢຸງ, ເລຂາຄະນະພັກແຂວງດ້ຽນບຽນ; ທ່ານ ຫງວຽນຈ້ອງດົ່ງ, ຮອງເລຂາຄະນະພັກນະຄອນຮ່າໂນ້ຍ; ທ່ານ ຫງວຽນເຟືອກໂລກ, ຮອງເລຂາຄະນະພັກນະຄອນໂຮ່ຈິມິນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈິມິນ; ທ່ານ ບຸຍແອງຕ໋ວນ, ກຳມະການສຳຮອງສູນກາງພັກ, ຜູ້ຊ່ວຍສະຫາຍຜູ້ປະຈຳຄະນະເລຂາທິການ.
ທ່ານ ຫງວຽນມິງເຕີມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ; ທ່ານ ຫງວຽນມິງຫວູ, ເອກອັກຄະລັດຖະທູດຫວຽດນາມປະຈຳກຳປູເຈຍ; ທ່ານ ຟານຊວນຖູຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ; ແລະ ທ່ານ ຫງວຽນດຶກເຕີມ, ຮອງລັດຖະມົນຕີກະຊວງການເງິນ, ກໍໄດ້ເຂົ້າຮ່ວມຄະນະຜູ້ແທນດັ່ງກ່າວ.
| ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ ຍສໝ - ຕອນເຊົ້າວັນທີ 6 ມິຖຸນາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ຫງອກໂຮຍ, ຄະນະພັກແຂວງ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນ - ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກອນຕູມ ໄດ້ຈັດພິທີໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 15 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ... |
| ນັກສຶກສາລາວ ແລະ ກຳປູເຈຍ 72 ຄົນ ລົງຕົວຈິງ ແລະ ຊອກຮູ້ກ່ຽວກັບຊີວິດວັດທະນະທຳຫວຽດນາມ ຍສໝ - ຕອນເຊົ້າວັນທີ 17 ກັນຍາ, ຄະນະກຳມະການ ແນວໂຮມປະເທດຊາດຫວຽດນາມ ແຂວງ ຟູ້ຢວນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຂອງເມືອງ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳ ໃນຫົວຂໍ້ “ງານບຸນເຊື່ອມຈອດວົງແຂນທີ່ກວ້າງໃຫຍ່” ຄັ້ງທີ 3 ປີ 2023. |
ມີງດຶກ
