ແຂວງດຽນບຽນ ແລະ ແຂວງຫຼວງພະບາງ ໄດ້ແລກປ່ຽນປະສົບການໃນວຽກງານຂອງອົງການກາແດງ

00:00 | 23/09/2023

ຍສໝ - ໃນຕອນບ່າຍວັນທີ 23 ກັນຍາ, ສະພາກາແດງແຂວງດ້ຽນບຽນ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກັບສະພາກາແດງແຂວງຫຼວງພະບາງ ແລະລົງນາມໃນຂໍ້ຕົກລົງຮ່ວມມື ໄລຍະ 2024-2029.

ອົງການກາແດງລາວ ຈັດກອງກອງປະຊຸມການຈັດຕັ້ງປະຕິບັດໂຄງການ ຫລຸດຜ່ອນໄພພິບັດ ອົງການກາແດງລາວ ຈັດກອງກອງປະຊຸມການຈັດຕັ້ງປະຕິບັດໂຄງການ ຫລຸດຜ່ອນໄພພິບັດ
ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ ປະທານ ອົງການກາແດງລາວ ຕ້ອນຮັບຄະນະຜູ້ແທນ ສະພາກາແດງ ແຂວງເທືອທຽນເຫ້ວ ສສ ຫວຽດນາມ

ທີ່ກອງປະຊຸມ, ສະພາກາແດງສອງແຂວງ ໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ໝາກຜົນການເຄື່ອນໄຫວ ໄລຍະ 2019-2023. ຜູ້ແທນທັງສອງຝ່າຍກໍ່ໄດ້ແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານຂົນຂວາຍ ແລະພັດທະນາແຫຼ່ງກໍາລັງ ແລະຜັນຂະຫຍາຍການເຄື່ອນໄຫວຂະບວນການ; ວຽກງານສົ່ງເສີມສຸຂະພາບ, ການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ການເຄື່ອນໄຫວຊ່ວຍເຫຼືອສັງຄົມ, ຮູບແບບໂຄງການ “ທະນາຄານງົວ”, ການປ້ອງກັນ ແລະຕ້ານໄພພິບັດ...

ແຂວງດຽນບຽນ ແລະ ແຂວງຫຼວງພະບາງ ໄດ້ແລກປ່ຽນປະສົບການໃນວຽກງານຂອງອົງການກາແດງ

ການ​ນຳ​ສະມາຄົມ​ກາ​ແດງ​ແຂວງ ດ້ຽນບຽນ ​ແລະ ສະມາຄົມ​ກາ​ແດງ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໄລຍະ 2024 – 2029.

ສະພາກາແດງແຂວງດ້ຽນບຽນ ແລະແຂວງຫຼວງພະບາງ ກໍ່ໄດ້ປຶກສາຫາລື, ເຫັນດີເປັນເອກະພາບລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2024-2029 ດ້ວຍເນື້ອໃນ, ຄື: ເພີ່ມທະວີວຽກງານໂຄສະນາ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບປະເທດຊາດ, ປະຊາຊົນ, ບັນດາແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວມະນຸດສະທຳ, ການພົວພັນມິດຕະພາບ, ນໍ້າໃຈສາມັກຄີ, ມູນເຊື້ອການຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ-ລາວ; ເພີ່ມທະວີການເຄື່ອນໄຫວປະສານງານ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນວຽກງານມະນຸດສະທຳ; ຈັດຕັ້ງການຢ້ຽມຢາມ, ເຮັດວຽກ ແລະການແລກປ່ຽນບົດຮຽນປະຈຳປີ; ຍູ້ແຮງການຮ່ວມມືດ້ານມະນຸດສະທຳ... ຈາກນັ້ນ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງສອງຝ່າຍຢ່າງເລິກເຊິ່ງກວ້າງຂວາງ.

ເນື່ອງໃນໂອກາດນີ້, ສະພາກາແດງແຂວງຫຼວງພະບາງ ໄດ້ມອບເງິນ 20 ລ້ານດົ່ງເປັນຂອງຂວັນໃຫ້ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງປ໊າຂວາງ, ນະຄອນດ້ຽນບຽນຝູ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ