ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ.

00:00 | 07/12/2023

ຍສໝ - ວັນ​ທີ 5 ທັນວາ​ນີ້, ກົງສຸນ​ໃຫຍ່​ລາຊະ​ອານາຈັກ​ໄທ ​ປະຈຳ​ນະຄອນ​ໂຮ່ຈິ​ມິນ (HCMC) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ຊາດແຫ່ງ​ລາຊະ​ອານາຈັກ​ໄທ ຄົບຮອບ 96 ປີ​.

ນະຄອນໂຮ່ຈິມິງ: ສະມາຊິກຊາວໜຸ່ມ 500 ກວ່າຄົນເຂົ້າຮ່ວມງານ “ແລກປ່ຽນວັດທະນະທຳ ຫວຽດນາມ - ໄທ”
ໂຄສົກກະຊວງການຕ່າງປະເທດໄທ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້

ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ.

ວັນ​ທີ 5 ທັນວາ​ນີ້, ກົງສຸນ​ໃຫຍ່​ລາຊະ​ອານາຈັກ​ໄທ ​ປະຈຳ​ນະຄອນ​ໂຮ່ຈິ​ມິນ (HCMC) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ຊາດແຫ່ງ​ລາຊະ​ອານາຈັກ​ໄທ ຄົບຮອບ 96 ປີ​.

ທີ່​ພິ​ທີ, ທ່ານ ຫວໍວັນ​ຮວ່ານ, ຮອງ​ປະ​ທານ ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ​ນະ​ຄອນ ໂຮ່​ຈິ​ມິນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ປະເທດໄທ​ບັນ​ລຸ​ໄດ້ໃນ​ເກືອບ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງປະ​ເທດ. ທ່ານ​ກ່າວ​ວ່າ ​ໃນ​ຊຸມ​ປີ​ຜ່ານມາ​ນີ້, ບັນດາ​ວິ​ສາ​ຫະກິດ​ໄທ ​ໄດ້ປະສົບ​ຜົນສຳ​ເລັດ​ ເມື່ອ​ລົງທຶນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ນະຄອນ​ໄດ້ສົ່ງເສີມ ​ແລະ ຍິນ​ດີ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ໄທ​ ທີ່ມາ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ພັດທະນາ​ໃນ​ອະນາຄົດ.

ທ່ານໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ກົງສຸນ​ໄທ, ນັກທຸລະກິດ ​ແລະ ວົງຄະນະຍາດຊາວ​ໄທ ​ຢູ່ທີ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການ​ຊຸກຍູ້​ບັນດາການ​ເຄື່ອນ​ໄຫວ​ສັງຄົມ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ວັດທະນະທຳ.

 Ông Võ Văn Hoan, Phó Chủ tịch UBND TP.HCM chúc mừng bà Wiraka Moodhitaporn, Tổng Lãnh sự Thái Lan tại TP.HCM. (Ảnh: TTXVN)  ທ່ານ ວໍ​ຫວັນ​ຮ່​ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ​ປະ​ຊາ​ຊົນ ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຊົມ​ເຊີຍ​ທ່ານ​ນາງ ວິລະດາ ມຸດທິຕະປອນ , ຫົວໜ້າກົງ​ສຸນ​ໃຫຍ່​​ໄທ ປະ​ຈຳ​ນະ​ຄອນ ໂຮ່​ຈິ​ມິນ. (ພາບ: TTXVN)
ທ່ານ ຫວໍ​ວັນ​ຮ​ວ່ານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ​ປະ​ຊາ​ຊົນ ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຊົມ​ເຊີຍ​ທ່ານ​ນາງ ວິລະກາ ມຸດທິຕະພົນ , ຫົວໜ້າກົງ​ສຸນ​ໃຫຍ່​​ໄທ ປະ​ຈຳ​ນະ​ຄອນ ໂຮ່​ຈິ​ມິນ. (ພາບ: TTXVN)

ທ່ານ ຫວໍວັນ​ຮວ່ານ ກ່າວ​ວ່າ “ນະຄອນ​ໂຮ່ຈິ​ມິນ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ໄທ ເປັນສຳຄັນ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່ ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ລະຫວ່າງ ຫວຽດນາມ ​ແລະ ​ໄທ ຜ່ານ​ການ​ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ການແລກປ່ຽນ​ວັດທະນະທຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການພົບປະແລກປ່ຽນປະຊາຊົນ.

ທ່ານເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ ມີ​ການ​ພົວພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໄທ ຈະສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ, ​ເພື່ອ​ມິດຕະພາບ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ອາ​ຊຽນ.

ຕາມ​ທ່ານ​ນາງ ວິລະກາ ມຸດທິຕະພົນ, ຫົວໜ້າກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ແລ້ວ, ຫວຽດນາມ ​ແລະ ​ໄທ ມີ​ການ​ພົວພັນ​ຮ່ວມ​ມື​ທີ່ຕິດພັນ​ຍາວ​ນານ, ພິ​ເສດ​ແມ່ນ​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນ.

ກົງ​ສູນ​ໃຫຍ່​ໄທ ​ໄດ້ພ້ອມກັບ​ບັນດາ​ອົງການ​ລັດຖະບານ​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ ລະຫວ່າງ ​ໄທ ​ແລະ ຫວຽດນາມ ​ໃນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ດ້ວຍການໜູນຊ່ວຍບັນດາ​ນັກ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບຂອງໄທ, ​ນັ້ນແມ່ນ​ບັນດາ​ນັກ​ລົງທຶນ ​ທີ່​ໄດ້​ລົງທຶນ​ເຂົ້າ​ຫວຽດນາມ ​ກ່ອນນັ້ນແລ້ວ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຍາມໃດກໍ່ປະຕິບັດຕາມ​ຫຼັກ​ການ​ທີ່ມີຄວາມຮັບຜິດຊອບ​ຕໍ່​ສັງຄົມຂອງທຸລະກິດ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.